ຄະນະຊ່ຽວຊານແພດຈີນສືບຕໍ່ປະຕິບັດວຽກງານຕອບໂຕ້ໂຄວິດ-19 ຢູ ສປປ ລາວ

ວັນທີ 7 ພຶດສະພາເປັນມືທີ່ 4 ທີ່ຄະນະຊ່ຽວຊານການແພດຈີນໄດ້ມາຊ່ວຍ ສປປ ລາວ. ໃນຕອນເຊົ້າຈຸຄຸ້ມຄອງການລະບາດໄດ້ແບ່ງເປັນສອງກຸ່ມ ເພື່ອຕີດຕາມເກັບກໍາຂໍ້ມູນ ແລະເຮັດວຽກຢູ່ສະຖານທີ່ເກັບຕົວຢ່າງຕ່າງໆ ພ້ອມທັງແນະຂັ້ນຕອນຕ່າງໆໃນການເກັບຕົວຢ່າງໃຫ້ກັບແພດໝໍລາວ ລວມທັງມາດຕະຖານໃນການກໍານົດຜູ້ສໍາຜັດໃກ້ຊິດ, ການຂ້າເຊື້ອຢູ່ສະຖານທີ່ເກັບຕົວຢ່າງ ແລະອື່ນໆ.

อาจเป็นรูปภาพของ 1 คน และกำลังยืน

ທ່ານ ຫວາງຈ້ຽນຄຸນ ຫົວໜ້າຄະນະຊ່ຽວຊານການແພດຈີນໄດ້ນໍາພາຈຸໜຶ່ງໄປສໍາຫຼວດຢູ່ເຂດຕະຫຼາດຊັ່ງຈ່ຽງ ເຊິ່ງເປັນເຂດທີ່ຄົນຈີນດໍາລົງຊີວິດ ແລະດໍາເນີນທຸລະກິດເປັນຈໍານວນຫຼວງຫຼາຍ. ປັດຈຸບັນຍັງໄດ້ເປັນໜຶ່ງໃນສະຖານທີ່ສັກຢາວັກຊີນ ເຊິ່ງຈຸຊ່ຽວຊານວະເພາະດ້ານໄດ້ຊີ້ນໍາ ແລະອົບຮົມໃຫ້ແພດໝໍທີ່ປະຈໍາກ່ຽວກັບມາດຕະຖານການສັກຢາ ແລະການຮັບມືກັບກໍລະນີສຸກເສີນນໍາອີກ ທັງໄດ້ແນະນໍາປັບປຸງມາດຕະການປ້ອງກັນການຕິດເຊື້ອຕື່ມອີກ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และสถานที่ในร่ม

ຢູ່ກະຊວງສາທາລະນະສຸກ, ຊ່ຽວຊານອີກຈຸໜຶ່ງໄດ້ອົບຮົມ ແລະແລກປ່ຽນຄໍາຄິດຄໍາເຫັນກັບບັນດາພະນັກງານຫຼັກແຫຼ່ງຂອງກະຊວງ ພາຍໃຕ້ຫົວຂໍ້ເຕັກນິກການປ້ອງກັນ ແລະຄວບຄຸມການລະບາດພາຍໃນໂຮງໝໍ ແລະຄວາມຮູ້ກ່ຽວກັບວັກຊິນ ເຊິ່ງການຝຶກອົບຮົມໄດ້ດໍາເນີນໄປຢ່າງກົງໄປກົງມາ. ນອກນີ້, ຍັງມີຄະນະຊ່ຽວຊານບາງຈຸໄດ້ໄປອົບຮົມກ່ຽວກັບການປ້ອງກັນໂຄວິດ-19 ຢູ່ບາງບໍລິສັດລາວ ແລະຈີນ.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังนั่ง
อาจเป็นรูปภาพของ กำลังยืน และสถานที่ในร่ม

ພິເສດໃນຕອນຄ່ໍາຂອງມື້ດຽວກັນ ມີຄົນຈີນ 1 ຄົນທີ່ເປັນຜູ້ຕິດເຊື້ອໂຄວິດ-19 ທີ່ພວມຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ. ຄົນເຈັບຜູ້ນັ້ນໄດ້ກ່າວວ່າ: ມີອາການປວດໂຕ, ເບື່ອອາຫານ 2 ມື້, ໄຂ້ສູງ ແລະຕາມົວ ເຊິ່ງຄະນະຊ່ຽວຊານແພດຈີນກໍໄດ້ໄປຊ່ວຍປິ່ນປົວຄົນເຈັບນີ້ຢ່າງຮີບດ່ວນ. ພາຍໃຕ້ຄວາມຮ່ວມໄມ້ຮ່ວມມື ແລະພະຍາຍາມຢ່າງສຸດຂີດຂອງຊ່ຽວຊານຈີນ ແລະແພດໝໍລາວ ເປັນເວລາຫຼາຍຊົ່ວໂມງຢ່າງຕໍ່ເນື່ອງ, ໃນທີ່ສຸດ ຄົນເຈັບດັ່ງກ່າວໄດ້ຮັບການປິ່ນປົວ ແລະໄດ້ກໍາລັງໃຈ ເຮັດສະພາບຮ່າງກາຍຟື້ນຟູໂດຍໄວ ແລະສືບຕໍ່ປິ່ນປົວຈົນກວ່າຈະຫາຍຂາດ.

อาจเป็นรูปภาพของ 1 คน และกำลังยืน

ຫຼັງຈາກຖອດຊຸດປ້ອງກັນ ເຫັນໄດ້ວ່າຄະນະຊ່ຽວຊານຈີນມີເຫື່ອອອກໝົດໂຕ ແຕ່ສາຍຕາທີ່ໜັກແໜ້ນໄດ້ສົ່ງສານຍານວ່າ: ປ້ອງກັນຄວາມປອດໄພທາງດ້ານຊີວິດເປັນໜ້າທີ່ຂອງທ່ານໝໍ, ທຸກສິ່ງທຸກຢ່າງແມ່ນເຮັດເພື່ອປະຊາຊົນ. ພາຍຫຼັງທີ່ຄະນະຊ່ຽວຊານໄດ້ກັບມາທີ່ພັກ ກໍ່ເປັນເວລາ 23.30 ໂມງແລ້ວ ເຊິ່ງພວກເພິ່ນຍັງໄດ້ສະຫຼຸບວຽກປະຈໍາວັນ ແລະວາງແຜນສໍາລັບມື້ຕໍ່ມາ.

อาจเป็นรูปภาพของ 1 คน และกำลังยืน
อาจเป็นรูปภาพของ กำลังยืน และสถานที่ในร่ม
อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน
อาจเป็นรูปภาพของ 1 คน, กำลังยืน และสถานที่ในร่ม

ແຫຼ່ງຂ່າວ: CRI

Comments