ວັນທີ 07 ພຶດສະພາ 2021, ອົງການອະນາໄມໂລກ (WHO) ໄດ້ອອກຖະແຫລງການຮັບຮອງການນຳໃຊ້ວັກຊີນກັນພະຍາດໂຄວິດ-19 Sinopharm ຈາກບໍລິສັດສັນຊາດຈີນ ຢ່າງເປັນທາງການ

Sinopharm ເປັນວັກຊີນທີ່ເຮັດຈາກເຊື້ອຕາຍ (Inactivated Vaccine) ຕົວທຳອິດທີ່ຖືກຜະລິດໃນເອເຊຍ ແລະ ກ່ອນໜ້າຈະມີການຮັບຮອງຈາກ WHO, ແມ່ນໄດ້ມີການນຳໃຊ້ໃນຫລາຍໆປະເທດທົ່ວໂລກ ເຊັ່ນ: ປະເທດແຖວທະວີບແອຟຣິກາ, ລາຕິນອາເມຣິກາ ແລະ ຫລາຍປະເທດໃນເອເຊຍ ລວມທັງ ສປປ ລາວ ເຮົາ
ການຢືນຢັນການນຳໃຊ້ວັກຊີນກັນພະຍາດ COVID-19 ຂອງ WHO ມີຄວາມຫມາຍຄວາມສຳຄັນຢູ່ບ່ອນວ່າ ວັກຊີນກັນພະຍາດຕົວນັ້ນໆ ຫລັງຈາກໄດ້ຜ່ານການກວດສອບແລ້ວ ພົບວ່າ ມີປະສິດທິພາບ ແລະ ຄວາມປອດໄພ.
ທ່ານ Tedros Adhanom Ghebreyesus, ຜູ້ອຳນວຍການໃຫຍ່ຂອງ WHO, ຍັງໄດ້ໃຫ້ຂໍ້ມູນວ່າ: “ການຮັບຮອງຄັ້ງນີ້ຈະຊ່ວຍໃຫ້ຫລາຍໆປະເທດທີ່ມີການນຳໃຊ້ວັກຊີນ Sinopharm ກ່ອນໜ້ານີ້ແລ້ວມີຄວາມຫມັ້ນໃຈຫລາຍຂຶ້ນ”
ສຳລັບວັກຊີນກັນພະຍາດ ໂຄວິດ-19 ທີ່ທາງ WHO ໄດ້ມີການຢືນຢັນໃຫ້ນຳໃຊ້ໄດ້ ທັງຫມົດມີດັ່ງນີ້:ວັກຊີນຈາກ Pfizer-BioNTech
ວັກຊີນຈາກ AstraZeneca
ວັກຊີນຈາກ Johnson & Johnson
ວັກຊີນຈາກ Moderna
ວັກຊີນຈາກ Sinopharm
ຂໍ້ມູນອ້າງອີງ: https://bbc.in/33nK1mH, InsideLaos