ຄະນະແພດ ແລະ ຊ່ຽວຊານຈາກ ສປ ຈີນ ເດີນທາງ ໄປຊ່ວຍແຂວງພາກເໜືອແກ້ໄຂການລະບາດພະຍາດໂຄວິດ-19

ວັນທີ 9 ພຶດສະພາ 2021 ນີ້, ທີ່ສະໜາມບິນສາກົນຫລວງພະບາງ ໄດ້ມີພິທີຕ້ອນຮັບຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ທີ່ເດີນທາງມາຊ່ວຍການແກ້ໄຂສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ບັນດາແຂວງພາກເໜືອ ໃຫ້ກຽດຕ້ອນຮັບໂດຍ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ, ຫົວໜ້າຄະນະສະເພາະກິດຂັ້ນແຂວງຫລວງພະບາງ, ພ້ອມດ້ວຍຄະນະສະເພາະກິດແຂວງຫລວງພະບາງ ແລະ ແຂວງອຸດົມໄຊ.

อาจเป็นรูปภาพของ 1 คน, กำลังยืน และกลางแจ้ง

ໂອກາດນີ້, ຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ກໍໄດ້ປະຊຸມຮ່ວມກັບຄະ ນະສະເພາະກິດແຂວງຫລວງພະບາງ ໂດຍໄດ້ຮັບຟັງການລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຫລວງພະບາງ ຈາກຫົວໜ້າຄະນະສະເພາະກິດຂັ້ນແຂວງ. ຈາກນັ້ນຜູ້ເຂົ້າຮ່ວມໄດ້ແລກປ່ຽນຄໍາເຫັນຮ່ວມກັນ ກ່ອນຈະລົງເບິ່ງການປະຕິບັດວຽກງານຕົວຈິງ ຈາກທີມແພດທີ່ພົວປີ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໂຮງໝໍແຂວງຫລວງພະບາງ.

อาจเป็นรูปภาพของ 2 คน, ผู้คนกำลังยืน และกลางแจ้ง

ພາຍຫລັງສຳເລັດການເຮັດວຽກຮ່ວມກັບທີມແພດ ແລະ ຄະນະສະເພາະກິດແຂວງຫລວງພະບາງແລ້ວ, ຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ຈະເດີນທາງໄປເຮັດວຽກຮ່ວມກັບຄະນະສະເພາະກິດ ແລະ ທີມແພດ ທີ່ປີ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ -19 ຢູ່ບັນດາແຂວງພາກເໜືອ ຕື່ມອີກ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และกลางแจ้ง
ไม่มีคำอธิบายรูปภาพ

Comments