ແຜນຊ່ວຍຟື້ນທຸລະກິດທ່ອງທ່ຽວຈາກໂຄວິດ-19 ຂອງພາກລັດຈະອອກມາໄວໆນີ້

ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຄົ້ນຄວ້າທິດທາງແຜນ ການຈໍານວນໜຶ່ງ ເພື່ອຊ່ວຍຟື້ນຟູບັນດາຜູ້ປະກອບການທຸລະກິດທ່ອງທ່ຽວ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ຢູ່ປະເທດເຮົາໃນຕໍ່ໜ້າແລ້ວ ແລະ ແຜນການດັ່ງກ່າວກຳລັງຢູ່ໃນໄລຍະ ລໍຖ້າລັດຖະບານພິຈາລະນາຮັບຮອງຕາມຄວາມເໝາະສົມໃນໄວໆນີ້.

อาจเป็นรูปภาพของ หนึ่งคนขึ้นไป และข้อความพูดว่า "S rations Cen for CO"

ບັນຫາດັ່ງກ່າວ, ໄດ້ຮັບການລາຍງານຈາກທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນວັນທີ 9 ພຶດສະ ພາ 2021 ແລະ ທ່ານຍັງໃຫ້ຮູ້ອີກວ່າ: ການລະບາດຂອງພະຍາດໂຄວິດ-19 ຄັ້ງນີ້, ໄດ້ສົ່ງຜົນກະທົບບໍ່ໜ້ອຍຕໍ່ຂະແໜງທ່ອງທ່ຽວ ແລະ ກະຊວງກ່ຽວຂ້ອງໄດ້ພະຍາຍາມສຸດຂີດໃນການຊອກຊ່ອງທາງຊ່ວຍເຫລືອ ເພື່ອຫລຸດຜ່ອນຜົນກະທົບແກ່ຜູ້ປະກອບການ ແລະ ຜູ້ອອກແຮງງານໃນຂະແໜງດັ່ງກ່າວ ໂດຍໄດ້ເກັບກຳຂໍ້ມູນຜົນກະທົບ ກໍຄື ຂໍ້ສະເໜີຂອງຜູ້ປະກອບການ ແລະ ນຳສະເໜີຕໍ່ຄະນະສະເພາະກິດ ແກ້ໄຂຜົນກະທົບທາງດ້ານເສດຖະ ກິດ ພິຈາລະນາຫາທາງແກ້ໄຂຕາມຄວາມສາມາດຕົວຈິງ ເນື່ອງຈາກວ່າທຸລະກິດທ່ອງທ່ຽວໄດ້ຕິດພັນກັບຫລາຍຂະແໜງການ. ສະນັ້ນຈຶ່ງຕ້ອງມີການປະສານງານຢ່າງລະອຽດ ເພື່ອແກ້ໄຂຜົນກະທົບຕົວຈິງ ແລະ ໃຊ້ເວລາພໍສົມຄວນ.

ສ່ວນການຊ່ວຍເຫລືອແກ້ໄຂຜົນກະທົບໃນບາງດ້ານນັ້ນ, ລັດຖະບານ ກໍຄື ກະຊວງທີ່ກ່ຽວຂ້ອງຈຳນວນໜຶ່ງກໍໄດ້ມີແຈ້ງການອອກໄປແລ້ວ ເປັນຕົ້ນ ຫລຸດຄ່ານໍ້າ, ຄ່າໄຟ, ຫລຸດດອກເບຍ ຫລື ໂຍະຍານຜ່ອນຜັນແກ່ຍາວເວລາໃນການສຳຫລະໜີ້ສິນ ແລະ ອື່ນໆ.ສ່ວນການຟື້ນຟູໃນຕໍ່ໜ້າ ກະຊວງກ່ຽວຂ້ອງໄດ້ມີທິດທາງແຜນການຈຳນວນໜຶ່ງໄວ້ແລ້ວ ທີ່ໄດ້ສະເໜີລັດຖະບານ ແລະ ຂໍການຮ່ວມມືຊ່ວຍເຫລືອຈາກອົງການຈັດຕັ້ງສາກົນກ່ຽວຂ້ອງເປັນຕົ້ນ ແມ່ນຫາແຫລ່ງທຶນເພື່ອມາຟື້ນຟູ, ພັດທະນາທຸລະກິດດ້ານການທ່ອງທ່ຽວ, ສ້າງແຜນກິດຈະກຳຫລາຍຮູບແບບສົ່ງເສີມລາວທ່ຽວລາວ ພາຍຫລັງສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແລ້ວ, ຈັດກຸ່ມນັກທ່ອງທ່ຽວຈາກປະເທດທີ່ບໍ່ມີການລະ ບາດມາທ່ຽວລາວ, ເພີ່ມທະວີການໂຄສະນາການທ່ອງທ່ຽວໃນຫລາຍຮູບການ ແລະ ອື່ນໆ. ສ່ວນລາຍລະອຽດແຕ່ລະແຜນການ ຫລື ມາດຕະການໃດທີ່ໄດ້ຮັບການຮັບຮອງຈັດຕັ້ງປະຕິບັດນັ້ນຈະແຈ້ງໃຫ້ຊາບຕາມພາຍຫລັງ.

ແຫຼ່ງຂ່າວ: ຂປລ

Comments