ເຢຍລະມັນ ກຽມຜ່ອນຜັນຂໍ້ຈຳກັດການນໍາໃຊ້ວັກຊິນ Astrazeneca

ລັດຖະບານເຢຍລະມັນ ອະນຸຍາດໃຫ້ປະຊາຊົນອາຍຸຕໍ່າກວ່າ 60 ປີ ສາມາດສັກວັກແຊັງປ້ອງກັນໂຄວິດ-19 ຂອງແອສຕຣາເຊເນກາ/ອັອກຟອດ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງເບີລິນ ປະເທດເຢຍລະມັນ ເມື່ອວັນສຸກ ທີ 7 ພຶດສະພາ​ ວ່າ ທ່ານເຢນສ໌ ສະພານ (Jens Spahn) ລັດຖະມົນຕີກະຊວງສາທາລະນະສຸກເຢຍລະມັນ ກ່າວເມື່ອວັນພະຫັດ ຜ່ານມາ ກ່ຽວກັບຜົນການປະຊຸມກັບກັບໜ່ວຍງານດ້ານສາທາລະນະສຸກ 16 ລັດ ກ່ຽວກັບໂຄງການສັກວັກແຊັງປ້ອງກັນໂຄວິດ-19 ໃນປະເທດ ແລະ ມີມະຕິຕົກລົງຮ່ວມກັນໃຫ້ຍົກເລີກຂໍ້ຈຳກັດການສັກວັກແຊັງແອສຕຣາເຊເນກາ (AstraZeneca / Oxford) ໝາຍຄວາມວ່າ ປະຊາຊົນທີ່ມີອາຍຸຕໍ່າ ກວ່າ 60 ປີ ສາມາດເລືອກສັກວັກແຊັງຍີ່ຫໍ້ດັ່ງກ່າວເປັນຕົ້ນໄປ.

ຂະນະດຽວກັນ, ການສັກວັກແຊັງປ້ອງກັນໂຄວິດ-19 ຂອງແອສຕຣາເຊເນກາ ບໍ່ຈຳເປັນຕ້ອງເວັ້ນໄລຍະຫ່າງດົນເຖິງ 12 ອາທິດລະຫວ່າງຄັ້ງທຳອິດ ແລະ ຄັ້ງທີສອງ ໂດຍຜູ້ທີ່ສັກຄັ້ງທຳອິດ ສາມາດໄດ້ສັກຄັ້ງທີ 2 ພາຍໃນໄລຍະ 4 ອາທິດ.

ຢ່າງໃດກໍ່ຕາມ, ແນວທາງດັ່ງກ່າວຍັງຕ້ອງໄດ້ຮັບການອະນຸມັດອີກຄັ້ງ ແຕ່ການຜ່ານມະຕິໃນຄັ້ງນີ້ ເກີດຂຶ້ນໂດຍມີສຽງວິພາກວິຈານຈາກຫຼາຍຝ່າຍສຳລັບໂຄການສັກວັກແຊັງໃນເຢຍລະມັນວ່າ “ມີຄວາມຫຼ້າຊ້າ” ແຕ່ລັດຖະບານເຢຍລະມັນກຽມຜ່ອນຄາຍມາດຕະການຄວບຄຸມທາງສັງຄົມສຳລັບປະຊາຊົນທີ່ໄດ້ວັກແຊັງຄົບ 2 ເຂັມແລ້ວ.

Comments