ຄໍາມ່ວນ ຖືເອົາການປ້ອງກັນ ຄວບຄຸມ ໂຄວິດ-19 ເປັນບັ້ນຮົບ

ຕາມການໃຫ້ສຳພາດຂອງ ທ່ານ ພັທ ສົມພານ ເມືອງຈັນ ຮອງຫົວໜ້າຫ້ອງເສນາທິການທະຫານແຂວງຄໍາມ່ວນ, ຄະນະສະເພາະກິດຂັ້ນແຂວງ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 (ຜູ້ຊີ້ນໍາກໍາລັງປ້ອງກັນ) ໃຫ້ຮູ້ວ່າ: ແຂວງຄຳມ່ວນ ກໍເປັນແຂວງໜຶ່ງທີ່ມີການລະບາດຂອງພະຍາດໂຄວິດ-19, ເຊິ່ງມີຈຳນວນຜູ້ຕິດເຊື້ອເພີ່ມໃນແຕ່ລະວັນ ແລະ ຂະຫຍາຍອອກເປັນວົງກວ້າງ. ສະນັ້ນ, ເພື່ອສະກັດກັ້ນການລະບາດຂອງພະຍາດດັ່ງກ່າວ, ຄະນະພັກ-ຄະນະນຳແຂວງ ໄດ້ຖືເອົາການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ເປັນບັ້ນຮົບໜຶ່ງຂອງແຂວງ.

May be an image of 1 ຄົນ, ຢືນ ແລະ outdoors

ປະຕິບັດຕາມຄໍາສັ່ງເລກທີ 08 ຂອງທ່ານເຈົ້າແຂວງຄໍາມ່ວນ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ນັ້ນ, ກອງບັນຊາການທະຫານແຂວງໄດ້ ນໍາໃຊ້ກໍາລັງສົມທົບກັບອໍານາດການປົກຄອງ, ກອງຫລອນ, ປກສ ແຂວງ, ປກສ ເມືອງ, ປກຊ-ປກສ ບ້ານ ແລະ ກໍາລັງກອງຕີພິເສດຈໍານວນໜຶ່ງ ເຮັດວຽກກັບ 45 ບ້ານພາຍໃນເທສະບານເມືອງ ເພື່ອປ້ອງກັນເວນຍາມຈຸດປິ່ນປົວໃນຈໍານວນ 5 ຈຸດ ແລະ ເຮັດໜ້າທີ່ສົມທົບໃນກຸ່ມບ້ານແດງ 45 ບ້ານ ປຸລະດົມ, ກ່າວເຕືອນ, ສ້າງຄວາມຮັບຮູ້-ເຂົ້າໃຈໃຫ້ແກ່ພໍ່ແມ່ປະຊາຊົນ ລວມທັງການເກັບກໍາສະພາບການ, ຕິດຕາມຈໍານວນຄົນເຂົ້າ-ອອກບ້ານ ແລະ ຕາມສາຍທາງ.ຜ່ານການຈັດຕັ້ງປະຕິບັດມາໃນໄລຍະໜຶ່ງເຫັນວ່າ: ພະນັກງານ, ທະຫານ, ຕໍາຫລວດ ຕະຫລອດຮອດພໍ່ແມ່ປະຊາຊົນສ່ວນຫລາຍ ມີຄວາມຮັບຮູ້-ເຂົ້າໃຈຫລາຍຂຶ້ນກ່ຽວກັບລະບຽບການທີ່ທາງການໄດ້ວາງອອກ, ເຫັນໄດ້ບົດບາດຄວາມສໍາຄັນ ແລະ ຄວາມອັນ ຕະລາຍຂອງພະຍາດດັ່ງກ່າວ, ເຊິ່ງສະພາບໂດຍລວມພາຍໃນເທສະບານເມືອງທ່າແຂກແມ່ນມີຄວາມສະຫງົບໂດຍພື້ນຖານ. ເຖິງແນວໃດກໍດີ ຍັງມີກຸ່ມຄົນຈໍານວນໜຶ່ງບໍ່ທັນເຂົ້າໃຈຕໍ່ຄໍາສັ່ງແນະນໍາຂອງຄະນະສະເພາະກິດຂັ້ນແຂວງໄດ້ວາງອອກ ໂດຍມີການສວຍໂອກາດ ແລະ ແອບອ້າງ ເພື່ອນໍາໃຊ້ຊ່ອງວ່າງຂອງລະບຽບກົດໝາຍ ເຮັດໃຫ້ປະກົດການຫຍໍ້ທໍ້ເກີດຂຶ້ນສ້າງຄວາມຫຍຸ້ງຍາກໃຫ້ແກ່ເຈົ້າໜ້າທີ່ເວນຍາມຄົນເຂົ້າ-ອອກ.

May be an image of ໜຶ່ງຄົນຂຶ້ນໄປ, ຜູ້ຄົນກຳລັງຢືນຢູ່, outdoors ແລະ ຕົ້ນໄມ້

ໂອກາດນີ້, ທ່ານ ພັທ ສົມພານ ເມືອງຈັນ ກໍໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນບັນດາເຜົ່າ, ອໍານາດການປົກຄອງ, ການຈັດຕັ້ງ, ກໍາລັງ ປກຊ-ປກສ ແຂວງ, ກໍາລັງ ປກຊ-ປກສ ເມືອງ ຈົ່ງຮ່ວມແຮງຮ່ວມໃຈເປັນນໍ້າໜຶ່ງໃຈດຽວກັນ ເພື່ອຕ້ານການລະບາດຂອງພະຍາດໂຄວິດ-19, ຕັ້ງໜ້າປະຕິບັດໜ້າທີ່ໃຫ້ສໍາເລັດ, ປະສານສົມທົບແໜ້ນກັບແຕ່ລະພາກສ່ວນ ເພື່ອເຮັດໃຫ້ພະຍາດດັ່ງກ່າວຈາງຫາຍໄປ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິ ໂດຍໄວ.

Comments