ນະຄອນ ຫຼວງພະບາງ ອອກແຈ້ງການ Lockdown ຫຼັງພົບຜູ້ຕິດເຊື້ອໃນຊຸມຊົນເພີ່ມຂຶ້ນຫຼາຍ

ຕະຫຼອດໄລຍະທີ່ຜ່ານມາອົງການປົກຄອງນະຄອນ ຫຼວງພະບາງ ກໍ່ໄດ້ພະຍາຍາມອອກບັນດານິຕິກໍາ ແລະ ມາດຕະການຜ່ອນຜັນໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ດ້ວຍຮູບແບບຕ່າງໆ ເພື່ອໃຫ້ພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນໄດ້ຈັດຕັ້ງປະຕິບັດ ໃນການສະກັດກັ້ນການລະບາດຂອງພະຍາດຢູ່ນະຄອນ ແຕ່ເຫັນວ່າຫຼາຍພາກສ່ວນໃນສັງຄົມຍັງຖືເບົາ ຈຶ່ງເຮັດໃຫ້ມີຕົວເລກການຕິດເຊື້ອເພີ່ມຂຶ້ນໃນແຕ່ລະວັນຢ່າງກະແຈກກະຈາຍ, ສາເຫດຕົ້ນຕໍຂອງການລະບາດແມ່ນການເດີນທາງໄປ-ມາ ຫາສູ່ກັນ ລະຫວ່າງນະຄອນ ຫາ ເມືອງ, ບ້ານ ຫາ ບ້ານ ທີ່ມີການຕິດເຊື້ອ, ການລະເມີດຄໍາສັ່ງ, ແຈ້ງການຄະນະສະເພາະກິດວາງອອກເຊັ່ນ: ການຊຸມແຊວ, ການພົບປະສ້າງສັນ, ການບໍ່ປ້ອງກັນຕົວເອງ ແລະ ຜູ້ຕິດເຊື້ອຍັງມີການປິດບັງຂໍ້ມູນ, ບໍ່ຈິງໃຈລາຍງານຜູ້ສໍາພັດໃກ້ຊິດໃຫ້ພາກສ່ວນກ່ຽວຂ້ອງ.

Luang Prabang


ດັ່ງນັ້ນ ເຈົ້ານະຄອນ ຫຼວງພະບາງ ອອກຄໍາສັ່ງ ສະບັບເລກທີ 1083/ຈນ.ຫຼບ, ລົງວັນທີ 7 ຕຸລາ 2021 ວ່າດ້ວຍການເຂັ້ມງວດປະຕິບັດມາດຕະການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນ ຫຼວງພະບາງ ໂດຍໃຫ້ປະຕິບັດດັ່ງນີ້:

ມາດຕະການຂໍ້ຫ້າມ:

  1. ຫ້າມປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ ທີ່ດໍາລົງຊີວິດທົ່ວນະຄອນ ຫຼວງພະບາງ ອອກຈາກເຮືອນ ແລະ ທີ່ພັກອາໄສຂອງຕົນຢ່າງເດັດຂາດ (Lock down). ຍົກເວັ້ນກໍລະນີທີ່ມີຄວາມຈຳເປັນ ແລະ ຮີບດ່ວນເຊັ່ນ: ເກີດລູກ, ເຈັບເປັນສຸກເສີນໄປປິ່ນປົວຢູ່ໂຮງໝໍ, ໄປຊື້ເຄື່ອງອຸປະໂພກ-ບໍລິໂພກ (ຄອບຄົວໜຶ່ງບໍ່ໃຫ້ເກີນ 2 ຄັ້ງຕໍ່ວັນ) ແລະ ຕ້ອງໄດ້ຮັບອານຸຍາດຈາກຄະນະສະເພາະກິດຂັ້ນບ້ານ.
  2. ຫ້າມພະນັກງານ, ລັດຖະກອນ, ກໍາມະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ນະຄອນ ຫຼວງພະບາງ ເດີນທາງໄປຕ່າງເມືອງ, ຕ່າງແຂວງ ແລະ ຫ້າມຄົນຕ່າງເມືອງ, ຕ່າງແຂວງເດີນເຂົ້າມາໃນນະຄອນ ຫຼວງພະບາງ ຢ່າງເດັດຂາດ.
  3. ຫ້າມຈັດງານໂຮມຊຸມນຸມ, ງານລ້ຽງສັງສັນທຸກຮູບແບບ (ຍົກເວັ້ນງານຊາປະນະກິດສົບ, ງານສົ່ງສະການ ແມ່ນໃຫ້ປະຕິບັດມາດຕະການ ຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດເຊັ່ນ: ວັດແທກອຸນຫະພຸມ, ຮັກສາໄລຍະຫ່າງທາງສັງຄົມ ຢ່າງຫນ້ອຍ 1 ແມັດ, ໃສ່ຜ້າປິດປາກ-ດັງ, ລ້າງມືໃສ່ສະບຸ ຫຼື ນ້ຳຢາຂ້າເຊື້ອ.
  4. ໃຫ້ປິດກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ສວນອາຫານແຄມນໍ້າ, ສວນອາຫານທົ່ງນາ, ແຫຼ່ງທ່ອງທ່ຽວນ້ຳຕົກຕາດ, ຮ້ານຂາຍເຫຼົ້າ, ຂາຍເບຍ, ສັງວຽນຕີໄກ, ເດີນບຸນ, ຮ້ານປີ້ງຕ່າງໆ, ຮ້ານອິນເຕີເນັດຄາເຟ, ຮ້ານເກມ, ຮ້ານນວດ-ສະປາ, ຮ້ານຮົມຢາ, ຮ້ານເສີມສວຍ, ຮ້ານຕັດຜົມ, ຮ້ານສະນຸກເກີ, ສູນອອກກໍາລັງກາຍຟິສເນັດ, ສະລອຍນ້ຳ, ແລ່ນອອກກໍາລັງກາຍ ແລະ ກິລາກິລາໃນຮົ່ມ-ກາງແຈ້ງທຸກປະເພດ.
  5. ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ ອຸປະໂພກ ແລະ ບໍລິໂພກ ເປັນຕົ້ນ ຜ້າປິດປາກ-ດັ່ງ, ນ້ຳຢາລ້າງມືຢາປົວພະຍາດ, ອຸປະກອນການແພດ, ເຂົ້າ, ອາຫານ, ນໍ້າດື່ມ ເເລະ ອື່ນໆ ທີ່ຈໍາເປັນຕໍ່ການດຳລົງຊີວິດປະຈໍາວັນ.

ມາດຕະການອະນຸຍາດໃຫ້ຈັດຕັ້ງປະຕິບັດ:

  1. ໃຫ້ບັນດາສໍານັກງານ-ອົງການ ຈັດຕັ້ງຜັດປ່ຽນກັນມາປະຈໍາການໃນແຕ່ລະວັນ ຕາມຄວາມເຫມາະສົມເພື່ອແກ້ໄຂວຽກງານອັນຈໍາເປັນ ເລີ່ມແຕ່ວັນທີ 7 ຫາ 21 ຕຸລາ 2021, ສ່ວນຜູ້ທີ່ບໍ່ໄດ້ມາປະຈໍາການແມ່ນໃຫ້ສືບຕໍ່ເຮັດວຽກຂອງຕົນ ເປັນປົກກະຕິຢູ່ເຮືອນ ໂດຍຜ່ານລະບົບສື່ສານອີເລັກໂຕຣນິກ ແລະ ເຄືອຂ່າຍອິນເຕີເນັດ. (ຍົກເວັ້ນ ກອງບັນຊາການ ປກຊ-ປກສ, ແພດ-ໝໍ, ຜູ້ທີ່ໄດ້ຮັບການມອບຫມາຍໃຫ້ປະຈໍາການ ແລະ ເຮັດວຽກສະກັດກັ້ນ, ຄວບຄຸມ ແລະ ປິ່ນປົວ ຜູ້ຕິດເຊື້ອພະຍາດ).
  2. ອະນຸຍາດໃຫ້ເປີດກິດຈະການທີ່ມີຄວາມຈຳເປັນ ເປັນຕົ້ນ: ໂຄງການທາງລົດໄຟ, ທະນາຄານ, ສະຖາບັນການເງິນ, ໂຮງຫມໍ, ຮ້ານຂາຍຢາ, ຫນ່ວຍກູ້ໄພ, ໄປສະນີ, ໂທລະຄົມມະນາຄົມ, ໄຟຟ້າ, ນ້ຳປະປາ, ລົດເກັບມ້ຽນຂີ້ເຫຍື້ອ, ຕະຫຼາດ, ແຕ່ຕ້ອງປະຕິບັດຕາມມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.
  3. ອະນຸຍາດໃຫ້ເປີດຮ້ານຂາຍເຄື່ອງຍ່ອຍ, ຮ້ານຄ້າ (ຊຸບເປີມາເກັດ), ປໍ້ານໍ້າມັນ, ຮ້ານຂາຍກາເຟ, ຮ້ານອາຫານ (ໃຫ້ຂາຍສະເພາະແຕ່ປະເພດອາຫານ ໃຫ້ຊື້ໄປກິນຢູ່ເຮືອນ ບໍ່ໃຫ້ນັ່ງກິນຢູ່ຮ້ານ) ໃຫ້ປີດບໍລິການກ່ອນເວລາ 20:30 ໂມງ, ສໍາລັບການສັນຈອນຕາມທ້ອງຖະໜົນແມ່ນປີດ 21:00 ໂມງຄໍ່າ ຫາ 5:00 ໂມງເຊົ້າ.
  4. ອະນຸຍາດໃຫ້ລົດຂົນສົ່ງສິນຄ້າທີ່ມີຄວາມຈຳເປັນໃນການດໍາລົງຊີວິດຂອງປະຊາຊົນເຊັ່ນ: ນ້ຳມັນເຊື້ອໄຟ, ເຄື່ອງຈັກ, ອຸປະກອນຮັບໃຊ້ ໂຄງການລົງທຶນພາຍໃນແຂວງ ແລະ ການສົ່ງອອກສິນຄ້າຜະລິດຕະພັນກະສິກໍາ ແມ່ນສາມາດສົ່ງອອກ ແລະ ນໍາເຂົ້າໄດ້ເເຕ່ຕ້ອງໃຫ້ຜູ້ຂັບລົດຂົນສົ່ງສິນຄ້າມີໃບຢັ້ງຢືນການສັກວັກຊິນປ້ອງກັນໂຄວິດ-19 ຄົບໂດສ ແລະ ການເດີນທາງບໍ່ໃຫ້ເກີນ 2 ຄົນຕໍ່ລົດ 1 ຄັນ.
  5. ອະນຸຍາດໃຫ້ປະຊາຊົນທີ່ມີຄວາມຈໍາເປັນແທ້ໄປທໍາການຜະລິດກະສິກໍາເພື່ອເປັນສະບຽງອາຫານເຊັ່ນ: ໄປສວນ, ໄປໄຮ່ໄປນາ, ໄປຊອກຢູ່ຫາກິນແບບຄອບຄົວ ແຕ່ບໍ່ໃຫ້ເກີນ 2 ຄົນ, ຫຼີກເວັ້ນທີ່ສຸດການຊ່ວຍໂອກາດໄປຊຸມແຊວຕາມແຄມນ້ຳ, ຮົ່ວສວນ ແລະ ອື່ນໆ ມອບໃຫ້ອົງການປົກຄອງບ້ານເປັນຜູ້ກວດກາ ແລະ ຄຸ້ມຄອງໃຫ້ດີ. ຄໍາສັ່ງສະບັບນີ້ມີຜົນບັງຄັບໃຊ້ນັບແຕ່ເວລາຂອງວັນທີ 7 ຫາ 21 ຕຸລາ 2021.

ໃນກໍລະນີມີການປ່ຽນເເປງ ຈະເເຈ້ງໃຫ້ຊາບຕື່ມເປັນແຕ່ລະໄລຍະ.

Comments