ລັດຖະບານໄທ ມອບເຄື່ອງຊ່ວຍເຫລືອ ໃຫ້ກະຊວງ ສາທາລະນະສຸກ ນຳໃຊ້ເຂົ້າໃນວຽກປ້ອງກັນໂຄວິດ-19

ໃນວັນທີ 22 ກັນຍາ 2021 ນີ້, ຢູ່ກະຊວງສາທາລະນະສຸກ ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ໄດ້ຕາງໜ້າໃຫ້ແກ່ ລັດຖະບານແຫ່ງຣາຊະອານາຈັກໄທ ມອບເຄື່ອງຊ່ວຍເຫລືອ ປະກອບມີ: ເຄື່ອງນອນຄົບຊຸດ (ເສື່ອນອນ, ໝອນ, ມຸ້ງ, ຜ້າຫົ່ມ) ຈໍານວນ 600 ຊຸດ, ຊຸດ PPL ຈໍານວນ 10 ຊຸດ, ຜ້າອັດປາກ-ດັງ 50 ແກັດ, ແຈ້ວລ້າງມື (ຂະຫນາດ 500 ml) ຈໍານວນ 16 ຕຸກ ລວມມູນຄ່າ 500.000 ບາດ ໃຫ້ແກ່ ສປປ ລາວ, ເຊິ່ງຕາງໜ້າຮັບໂດຍ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໂດຍມີພາກ ສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

May be an image of 3 ຄົນ ແລະ ຜູ້ຄົນກຳລັງຢືນຢູ່

ໂອກາດນີ້, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ຄວາມຂອບໃຈມາຍັງລັດຖະບານ ແຫ່ງຣາຊະອານາຈັກໄທ ກໍຄື ທ່ານເອກອັກ ຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ທີ່ໄດ້ປະກອບສ່ວນເຄື່ອງຊ່ວຍເຫລືອໃຫ້ແກ່ ສປປ ລາວ ໃນຕະຫລອດໄລຍະຜ່ານມາ, ເຊິ່ງເປັນການສືບຕໍ່ການຮັດແໜ້ນ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບ-ການຮ່ວມມືລະຫ່ວາງສອງຝ່າຍ ລາວ-ໄທ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ພ້ອມທັງຢືນຢັນວ່າ ຈະນໍາໃຊ້ເຄື່ອງຊ່ວຍເຫລືອດັ່ງກ່າວ ເຂົ້າໃນໃນວຽກງານການປ້ອງກັນ,ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19 ໃຫ້ເກີດປະໂຫຍດສູງສຸດ.

May be an image of 3 ຄົນ, ຜູ້ຄົນກຳລັງຢືນຢູ່ ແລະ ໃນຮົ່ມ

Comments