ການນຳແຂວງຄຳມ່ວນ ເນັ້ນໃຫ້ສື່ມວນຊົນ ເພີ່ມຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ໃຫ້ສູງຂຶ້ນ

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ ແຂວງຄຳມ່ວນ ຕາງໜ້າໃຫ້ແກ່ການນຳຂອງແຂວງ ໄດ້ໂອ້ລົມຕໍ່ພະນັກງານການນຳ, ພະ ນັກງານ ວິຊາການໃນຂົງເຂດສື່ມວນຊົນຂອງແຂວງ ຢູ່ທີ່ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍໄດ້ເນັ້ນໃຫ້ສື່ມວນຊົນພາຍໃນແຂວງຍົກສູງຄວາມຮັບຜິດຊອບໃນໜ້າທີ່ວຽກງານຂອງຕົນ ໃຫ້ສູງຂຶ້ນ.

May be an image of 1 ຄົນ ແລະ ຢືນ

ພ້ອມນີ້, ທ່ານ ວົງເພັດ ຈິດປັນຍາ ຍັງໄດ້ເນັ້ນໃຫ້ສື່ມວນຊົນ ຈົ່ງໄດ້ເພີ່ມຄວາມເອົາໃຈໃສ່ຕາມພາລະບົດບາດ ແລະ ໜ້າທີ່ຄວາມ ຮັບຜິດຊອບຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ສືບຕໍ່ພັດທະນາຕົນເອງທາງດ້ານຄວາມຮູ້, ຄວາມສາມາດ ໃຫ້ມີການຫັນປ່ຽນໄປຕາມຍຸກສະໄໝ, ກຳໄດ້ເນື້ອໃນແນວທາງນະໂຍບາຍຂອງພັກ-ລັດ, ບັນດາມະຕິ, ຄຳສັ່ງ ແລະ ລະບຽບການຕ່າງໆຢ່າງເລິກເຊິ່ງ ເພື່ອນຳໄປເຜີຍແຜ່ຜັນຂະຫຍາຍໃຫ້ແກ່ສັງຄົມ, ປະຊາຊົນ ເຮັດໃຫ້ເຂົາເຈົ້າ ໄດ້ຮັບຮູ້, ເຂົ້າໃຈແຈ້ງເຖິງເນື້ອໃນຈິດໃຈດັ່ງກ່າວ, ປັບປຸງທາງດ້ານການຂີດ-ການຂຽນ ບົດ-ຂ່າວ ໃຫ້ມີຄວາມ ແຫຼມຄົມ ສາມາດສ່ອງແສງລົງເລິກເຖິງເນື້ອໃນ, ເຫດການທີ່ເກີດຂຶ້ນຢ່າງເລິກເຊິ່ງ ແລະ ເຂົ້າເຖິງກຸ່ມເປົ້າໝາຍໄດ້ເປັນຢ່າງດີ, ປັບປຸງວິທີການ, ຮູບການໃນການໂຄ ສະນາໃຫ້ມີເນື້ອໃນທີ່ເຂົ້າໃຈງ່າຍ, ສາມາດດຶງດູດຈິດໃຈຂອງພໍ່ແມ່ປະຊາຊົນ ແລະ ສັງຄົມຫັນມາບໍລິໂພກສື່ທາງການໃຫ້ຫລາຍຂຶ້ນ, ພ້ອມທັງ ຮັບປະກັນການໂຄສະ ນາຂໍ້ມູນຂ່າວສານທີ່ມີຄວາມຖືກຕ້ອງ, ຊັດເຈນ ແລະ ທັນກັບສະພາບການ.

ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫລງຂ່າວ, ວັດຖະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ກໍໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນຂົງເຂດສື່ມວນຊົນ ໂດຍສະເພາະ ໃນຊ່ວງທີ່ມີການລະບາດຂອງພະຍາດໂຄວິດ-19 ຂົງເຂດສື່ມວນຊົນແມ່ນໄດ້ຈັດຕັ້ງປະຕິບັດ ຕາມພາລະບົດບາດຂອງຕົນ ເປັນຕົ້ນ ໄດ້ຕິດຕາມການເຄື່ອນໄຫວຂອງການນຳ, ການໂຄສະນາບັນດາ ມະຕິ, ຄຳສັ່ງ ຂອງການນຳ ແລະ ຄະນະສະເພາະກິດແຕ່ລະຂັ້ນ ວາງອອກໃນແຕ່ລະໄລ ຍະ, ໄດ້ຈັດຕັ້ງໜ່ວຍງານໂຄສະນາເຄື່ອນທີ່ ເພື່ອໂຄສະນາເຜີຍແຜ່ຂໍ້ມູນ ຂ່າວສານ ໃຫ້ລົງສູ່ສັງຄົມ, ປະຊາຊົນໄດ້ຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ອື່ນໆ.

ຂ່າວ: ກອງຄຳ

Comments