ໃນວັນທີ 22 ກັນຍາ 2021 ວັກຊິນສະປຸດນິກໄລ (Sputnik Light) ປ້ອງກັນພະຍາດໂຄວິດ-19 ຈຳນວນ 30 ພັນໂດສ ທີ່ໄດ້ຮັບການຊ່ວຍເຫລືອ ຈາກລັດຖະບານລັດເຊຍ ໃຫ້ແກ່ລັດຖະບານລາວ ໄດ້ມາເຖິງນະຄອນຫລວງວຽງຈັນ, ຕາງໜ້າຮັບໂດຍ ທ່ານ ນາງ ຈັນທະໜອມ ມະນີທິບ ຫົວໜ້າຫ້ອງການກະຊວງສາທາລະນະສຸກ, ໂດຍມີພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດດັ່ງກ່າວ, ທ່ານ ນາງ ຈັນທະໜອມ ມະນີທິບ ໄດ້ຕີລາຄາສູງ ແລະ ສະແດງຄວາມໃຈຕໍ່ລັດຖະບານລັດເຊຍ ທີ່ເຫັນໄດ້ຄວາມສຳຄັນ ນຳເອົາວັກຊີິນຈຳນວນດັ່ງກ່າວ ມາມອບໃຫ້ໃນຄັ້ງນີ້, ເຊິ່ງເປັນການເພີ່ມທະວີ ເຮັດໃຫ້ວຽກງານຕ້ານ ແລະ ສະກັນກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວໃຫ້ເບົາບາງລົງ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ, ພ້ອມທັງຢືນຢັນວ່າ ຈະນຳເອົາວັກຊີິນຈຳນວນດັ່ງກ່າວ, ໄປນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ກໍຄື ນຳໄປສັກໃຫ້ບຸກຄົນ, ກຸ່ມເປົ້າໝາຍໃຫ້ທັນການ ແລະ ທົ່ວເຖິງ.
ການຊ່ວຍເຫລືອໃນຄັ້ງນີ້, ໄດ້ສະແດງໃຫ້ເຫັນເຖິງສາຍພົວພັນການຮ່ວມມືທີ່ດີ ລະຫວ່າງສອງປະເທດ ລາວ-ລັດເຊຍ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ໄດ້ຮັບການເສີມຂະຫຍາຍຂຶ້ນໄປເລື້ອຍໆ, ທັງເປັນການປະກອບສ່ວນສຳຄັນ ເຮັດໃຫ້ການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຫລຸດລົງໂດຍໄວ.