ແຈ້ງ!!! ປັບຂຶ້ນລາຄານ້ຳມັນທຸກຊະນິດ​ ເລີ່ມ ວັນທີ​ 8​ ຕຸລາ​ 2021​ ເປັນຕົ້ນໄປ

ໃນວັນທີ​ 7​ ຕຸລາ​ 2021​ ນີ້​ ກະຊວງອຸດສາຫະກຳ​ ແລະ​ ການຄ້າ​ ອອກແຈ້ງເຖິງສະມາຄົມນ້ຳມັນເຊື້ອໄຟ​ ແລະ​ ອາຍແກ໊ສທຳມະຊາດ,​ ບັນດາບໍລິສັດນ້ຳເຊື້ອໄຟ​ ແລະ​ ປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟ​ ເລື່ອງແຈ້ງການປັບຂຶ້ນລາຄານ້ຳມັນເຊື້ອໄຟ​ ໃນຂອບເຂດທົ່ວປະເທດ​ ໂດຍໄດ້ປັບຂຶ້ນລາຄານ້ໍາມັນເຊື້ອໄຟທຸກຊະນິດຄື:

ນ້ໍາມັນແອັດຊັງພິເສດ ປັບຂຶ້ນ 500 ກີບ/ລິດ.

ນ້ໍາມັນແອັດຊັງທໍາມະກາ ປັບຂຶ້ນ 530 ກີບ/ລິດ. ນ້ຳມັນກາຊວນ ປັບຂຶ້ນ 570 ກີບ/ລິດ. ເລີ່ມ​ປະຕິບັດ​ເຊົ້າວັນທີ​ 8​ ຕຸລາ​ 2021​ ເປັນຕົ້ນໄປ

No description available.
No description available.

Comments