ຈົ່ງພ້ອມໃຈກັນໄປຮັບວັກຊິນ ເພື່ອສ້າງພູມຄຸ້ມກັນໃນຊຸມຊົນ ແລະ ຫລຸດຜ່ອນອັດຕາການຕິດເຊື້ອໂຄວິດ-19

ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ລາຍງານ ໃນວັນທີ 29 ກັນຍາ 2021 ນີ້ວ່າ: ໃນສະພາບມີການລະບາດຂອງພະຍາດ ໃນຊຸມຊົນບັນດາປະເທດໃນໂລກ ລວມທັງ ສປປ ລາວ ແມ່ນເອົາໃຈໃສ່ ແລະ ເຫັນສໍາຄັນໃນການເລັ່ງໃຫ້ວັກຊິນໃຫ້ແກ່ປະຊາຊົນໃຫ້ໄດ້ຫລາຍທີ່ສຸດ ເພື່ອສ້າງພູມຄຸ້ມກັນກຸ່ມໃນຊຸມຊົນ ເພື່ອຫລຸດຜ່ອນອັດຕາການຕິດເຊື້ອ, ການເຈັບເປັນຮຸນແຮງ, ການເຂົ້ານອນໂຮງໝໍ ແລະ ຫລຸດຜ່ອນການເສຍຊີວິດ ຍ້ອນພະຍາດໂຄວິດ-19. ດັ່ງນັ້ນ, ຂໍໃຫ້ບັນດາກຸ່ມເປົ້າໝາຍແຕ່ລະແຂວງ ຈົ່ງໄດ້ພ້ອມໃຈກັນໄປຮັບວັກຊິນ ເພື່ອໃຫ້ສາມາດບັນລຸຕາມຕົວເລກເປົ້າໝາຍ ການປົກຄຸມດ້ວຍວັກຊິນໃນແຕ່ລະແຂວງ, ເມືອປະຊາຊົນໃນທຸກແຂວງໄດ້ຮັບວັກຊິນຕາມຄາດໝາຍ ນັ້ນກໍໝາຍເຖິງ ສປປ ລາວ ຈະສາມາດບັນລຸຄາດໝາຍທີ່ວາງໄວ້ ຄືປົກຄຸມຢ່າງໜ້ອຍ 50% ຂອງພົນລະເມືອງທັງໝົດ ໃນປີ 2021.

May be an image of ຂໍ້ຄວາມ

ທ່ານ ນາງ ດຣ. ພອນປະເສີດ ໃຫ້ຮູ້ຕື່ມວ່າ: ມາຮອດປັດຈຸບັນ, ທົ່ວປະເທດສາມາດສັກວັກຊິນປ້ອງກັນພະຍາດໂຄວິດ-19 ເຂັ້ມທີ 1 ໄດ້ 2.946.298 (ອັດຕາປົກຄຸມ 40,15%) ແລະ ທຸກເຂັ້ມທີ່ແນະນຳ 2.035.355 (27,74%) ເນື່ອງຈາກວ່າວັກຊິນທຸກຊະນິດທີ່ໃຊ້ ໃນປັດຈຸບັນ ຍັງບໍ່ມີວັກຊິນໃດ ທີ່ສາມາດປ້ອງກັນພະຍາດໂຄວິດ-19 ໄດ້ 100% ແລະ ພະຍາດດັ່ງກ່າວ ກໍ່ມີການກາຍພັນເປັນສາຍພັນໃໝ່ເກີດຂຶ້ນ, ເຖິງວ່າທ່ານຈະໄດ້ຮັບວັກຊິນຄົບໂດສແລ້ວ, ແຕ່ກໍຕ້ອງສືບຕໍ່ປະຕິບັດປະຕິບັດມາດຕະການປ້ອງກັນຕົວເອງຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງໂຕເຮົາເອງ ແລະ ທຸກຄົນໃນສັງຄົມ. ບົນພື້ນຖານມູນເຊື້ອສາມັກຄີ ເປັນຈິດໜຶ່ງໃຈດຽວກັນຂອງປະຊາຊົນລາວທັງຊາດ ແລະ ການໃຫ້ ການຮ່ວມມື ໃນການປະຕິບັດຕາມມາດຕະການສະກັດກັ້ນ ຄວບຄຸມການລະບາດຂອງພະຍາດ ທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ ແລະ ຮັດກຸມ ຂອງທຸກຄົນ ແລະ ທຸກພາກສ່ວນໃນສັງຄົມ ພວກເຮົາຈະພ້ອມກັນຂ້າມຜ່ານ ວິກິດການສະພາບການລະບາດຂອງພະຍາດ ທີ່ກໍາລັງປະເຊີນໜ້າຢູ່ໃນປັດຈຸ ບັນໄປໃຫ້ໄດ້, ພວກເຮົາຈະສືບຕໍ່ຮ່ວມມືກັນ ເພື່ອເຮັດໃຫ້ສະພາບການຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນຄ່ອຍຜ່ອນຄາຍລົງເທື່ອລະກ້າວ ຈົນໄປເຖິງໃນລະດັບທີ່ສາມາດຄວບຄຸມການລະບາດຂອງພະຍາດໄດ້ ຄືດັ່ງທີ່ພວກເຮົາເຮັດໄດ້ ໃນປີ 2020 ຜ່ານມາ.

May be an image of 1 ຄົນ, ນັ່ງ, ຢືນ ແລະ ໃນຮົ່ມ

ສຳລັບສະຖານຈຸດໃຫ້ວັກຊິນຢູ່ນະຄອນຫລວງວຽງຈັນ ແມ່ນ ຢູ່ ໂຮງໝໍ ສູນກາງ, ໂຮງໝໍ ເມືອງ 9 ຕົວເມືອງ, ສູນການຄ້າລາວ-ໄອເຕັກ ແລະ ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດວັນຈັນ ຮອດວັນສຸກ). ສ່ວນການໄປຮັບວັກຊິນ ໃນໄລຍະປະຕິບັດມາດຕະການຈຳກັດການສັນຈອນນີ້ ໃນກໍລະນີບໍ່ໄດ້ຢູ່ໃນບ້ານແດງ ທ່ານທີ່ໄປສັກເຂັ້ມ 1 ແມ່ນໃຫ້ສະເໜີ ຂໍອະນຸຍາດອໍານາດການປົກຄອງບ້ານ ເພື່ອອອກໃບຢັ້ງຢືນໃຫ້, ສ່ວນທ່ານທີ່ໄປສັກເຂັມ 2 ແມ່ນໃຫ້ເອົາບັດຂຽວທີ່ສັກເຂັ້ມ 1 ແລ້ວໄປຢັ້ງຢືນຕໍ່ເຈົ້າໜ້າທີ່ປະຈໍາດ່ານກວດ ເພື່ອອຳນວຍຄວາມສະດວກແກ່ຜູ້ຈະໄປຮັບວັກຊິນປ້ອງກັນໂຄວິດ-19. ສຳລັບບ້ານແດງ ແມ່ນຈະມີທີມເຄື່ອນທີ່ໄປໃຫ້ບໍລິການສັກວັກຊິນ ຢູ່ບ້ານທີ່ເປັນເຂດແດງ.

ຂ່າວ-ພາບ: ມະນີທອນ

Comments