ລັດຖະມົນຕີ ກະຊວງ ຜທ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີແຜນການອາຊຽນ ແບບທາງໄກ

ໃນວັນທີ 20 ກັນຍາ 2021 ນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີແຜນ ການອາຊຽນ ກ່ຽວກັບການເລັ່ງຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແບບທາງໄກ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ: ປີ 2020 ເປັນປີສະຫລຸບການຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ VIII (2016-2020) ເຊິ່ງເຫັນວ່າມີຄວາມຄືບໜ້າ ແລະ ຜົນສໍາເລັດຫລາຍສົມຄວນ ເປັນຕົ້ນ ອັດຕາຄວາມທຸກຍາກບັນລຸ 18%; ອັດຕາເຂົ້າຮຽນຂອງເດັກອາຍຸ 5 ປີ ເພີ່ມຂຶ້ນ ຈາກ 70,9% ໃນສົກຮຽນ 2015-2016 ມາເປັນ 82,7% ໃນປີ 2020 ແລະ ອັດຕາການເຂົ້າຮຽນສຸດທິຂອງຊັ້ນປະຖົມ ເພີ່ມຂຶ້ນ ຈາກ 98,8% ໃນສົກຮຽນ 2015-2016 ມາເປັນ 99% ໃນປີ 2020, ອັດຕາການຕາຍຂອງແມ່ ໃນປີ 2020 ບັນລຸໄດ້ 66,4/100.000 ຂອງເດັກເກີດມີຊີວິດ ແລະ ອັດຕາສ່ວນການຕາຍຂອງເດັກລຸ່ມ 5 ປີ ໄດ້ຫລຸດລົງ ປີ 2020 ບັນລຸໄດ້ 15,3/1.000 ເດັກເກີດມີຊີວິດ ແລະ ອັດຕາການປົກຄຸມປະກັນສຸຂະພາບທົ່ວປວງຊົນເພີ່ມຂຶ້ນ ປີ 2020 ບັນລຸ 94%; ການຜະລິດສະບຽງອາຫານ ແລະ ການບໍລິໂພກ ທີ່ມີໂພຊະນາການ ແລະ ມີຄວາມປອດໄພເພີ່ມຂຶ້ນທັງດ້ານປະລິມານ ແລະ ຄຸນນະພາບ ເຮັດໃຫ້ອັດຕາສ່ວນການຂາດສານອາຫານໃນປະຊາກອນ ໄດ້ຫລຸດລົງຈາກ 42,8% ໃນປີ 1990 ຍັງເຫລືອ 18,5% ໃນປີ 2015 ແລະ ອັດຕາສ່ວນຂອງເດັກນ້ອຍລຸ່ມ 5 ປີ ທີ່ມີນໍ້າໜັກຕໍ່າກວ່າມາດຕະຖານຫລຸດລົງ ແລະ ຄາດວ່າຈະຫລຸດລົງເຫລືອ 20,3% ໃນປີ 2020. ນອກຈາກນີ້, ການສົ່ງເສີມບົດບາດຍິງ-ຊາຍ ມີຄວາມຄືບໜ້າເປັນຕົ້ນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ທີ່ ສປປ ລາວ ເປັນພາຄີ, ໄດ້ອອກກົດໝາຍສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ ແລະ ສະມາຊິກສະພາເພດຍິງກວມຫລາຍກວ່າ 28%. ອີງຕາມບົດລາຍງານຄວາມແຕກໂຕນລະຫວ່າງຍິງ-ຊາຍ ປີ 2021 ຂອງ World Economic Forum ສປປ ລາວ ຖືກຈັດຢູ່ລໍາດັບທີ 2 ຂອງອາຊຽນ ແລະ ເປັນລໍາດັບທີ 37 ໃນ 156 ປະເທດ. ບັນດານະໂຍບາຍທີ່ສອດຄ່ອງກັບຫລັກການ ແລະ ຂອບການຮ່ວມມື ພາກພື້ນ ແລະ ສາກົນ ເຫລົ່ານີ້ ຂອງ ສປປ ລາວ ໄດ້ປົກປ້ອງສິດ ແລະ ເສີມສ້າງໂອກາດໃຫ້ແມ່ຍິງ ໄດ້ມີສ່ວນຮ່ວມໃນການພັດທະນາເສດ ຖະກິດ-ສັງຄົມ ນັບມື້ນັບຫລາຍຂຶ້ນ.

May be an image of 1 ຄົນ, ຢືນ ແລະ ນັ່ງ

ສປປ ລາວ ໄດ້ເອົາໃຈໃສ່ການຄຸ້ມຄອງສິ່ງແວດລ້ອມໃຫ້ມີຄວາມຍືນຍົງ ໂດຍສະເພາະໄດ້ເປັນປະເທດທໍາອິດໃນອາຊຽນ ທີ່ໃຫ້ສັດຕະຍາບັນໃນການຈັດຕັ້ງປະຕິບັດສັນຍາປາຣີ ວ່າດ້ວຍການປ່ຽນແປງດິນຟ້າອາກາດ (Paris Agreement) ແລະ ໄດ້ຮັບຮອງເອົາຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ໃນປີ 2019 ເພື່ອຮ່ວມກັບທຸກພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ໃນການຮັບມື ແລະ ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ຫລຸດຜ່ອນທາດອາຍເຮືອນແກ້ວ ເປັນຕົ້ນ ສາມາດບັນລຸພື້ນທີ່ປົກຫຸ້ມປ່າໄມ້ໄດ້ 62% ໃນປີ 2019; ເອົາໃຈໃສ່ສົ່ງເສີມພະລັງງານສະ ອາດ; ຫລຸດຜ່ອນ ແລະ ຢຸດຕິການຖາງປ່າເຮັດໄຮ່ແບບຊະຊາຍ, ການຄົ້ນຄວ້າການນໍາໃຊ້ກາກບອນ.

May be an image of 1 ຄົນ, ຢືນ ແລະ ໃນຮົ່ມ

ເຖິງຈະມີຜົນສຳເລັດຫລາຍດ້ານກໍ່ຕາມ, ສປປ ລາວ ກໍ່ຍັງມີຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຫລາຍຢ່າງ ໂດຍສະເພາະແມ່ນ ການແຜ່ລະບາດຂອງພະຍາດໂຄວິດ-19 ໃນວົງກວ້າງ ຢູ່ຂອບເຂດທົ່ວໂລກ ແລະ ການປ່ຽນແປງດິນຟ້າອາກາດໃນແຕ່ລະປີທີ່ຮຸນແຮງ ແລະ ຖີ່ຂຶ້ນ, ເຊິ່ງໄດ້ສ້າງຜົນກະທົບຕໍ່ການພັດທະນາ. ສະນັ້ນ, ເພື່ອສືບຕໍ່ການຈັດຕັ້ງປະຕິບັດ 3 ເສົາຄໍ້າການພັດທະນາລະຫວ່າງເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ສິ່ງແວດລ້ອມ ຂອງເປົ້າໝາຍ SDG, ການຫລຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ (LDC), ການເຕີບໂຕສີຂຽວ ສປປ ລາວ ຈຶ່ງໄດ້ກໍານົດບາງຄາດໝາຍສູ້ຊົນ ຮອດປີ 2025 ເປັນຕົ້ນ: ການເຕີບໂຕເສດຖະກິດ GDP ສະເລ່ຍ 4%,GDP ຕໍ່ຫົວຄົນ ໃຫ້ໄດ້ 2.880 ໂດລາສະຫະລັດ, GNI ຕໍ່ຫົວຄົນ ໃຫ້ໄດ້ 2.280 ໂດລາສະຫະລັດ; ດ້ານສັງຄົມ ອັດຕາຄວາມທຸກຍາກໃຫ້ຍັງເຫລືອ 13,9% ຂອງປະຊາກອນທັງໝົດ ແລະ ດ້ານສິ່ງແວດລ້ອມ ອັດຕາປົກຫຸ້ມປ່າໄມ້ ບໍ່ໃຫ້ຫລຸດ 70% ຂອງເນື້ອທີ່ທົ່ວປະເທດ. ເພື່ອຮັບປະກັນສາມາດບັນລຸວຽກງານ ແລະ ຄາດໝາຍດັ່ງກ່າວໄດ້ກໍານົດ 6 ເປົ້າໝາຍໃຫຍ່ໃນ ແຜນການ 5 ປີ ຄັ້ງທີ IX (2021-2025) ຄື: (1). ເສດຖະກິດແຫ່ງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໜັ້ນທ່ຽງ ແລະ ຍືນຍົງ; (2). ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງຂຶ້ນ; (3). ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ; (4). ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມສົມດຸນ ແລະ ຫລຸດຜ່ອນຄວາມສ່ຽງຈາກໄພພິບັດຕ່າງໆ; (5). ສົ່ງເສີມການເຊື່ອມໂຍງ-ເຊື່ອມຈອດກັບພາຍໃນ, ພາກພື້ນ ແລະ ສາກົນ; (6). ຍົກສູງປະ ສິດທິພາບການບໍລິຫານລັດ. ເພື່ອຮັບປະກັນໃຫ້ການປະຕິບັດທິດທາງ, ຄາດໝາຍຂອງແຜນການ 5 ປີ ຄັ້ງທີ IX (2021-2025) ກໍຄືເປົ້າໝາຍ SDG, ສປປ ລາວ ໄດ້ກຳນົດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ເຊິ່ງໄດ້ຮັບຮອງໂດຍສະພາແຫ່ງຊາດ ໃນເດືອນສິງຫາ 2021. ພ້ອມກັນນີ້, ກະຊວງແຜນການ ແລະ ການລົງທຶນ ກໍໄດ້ຮ່ວມມືກັບພາກສ່ວນກ່ຽວຂ້ອງ ແລະ ຄູ່ຮ່ວມພັດທະນາ ໃນການສ້າງຍຸດທະສາດສະໜອງທຶນ (Financing Strategy) ແລະ ການກຳນົດຄ່າໃຊ້ຈ່າຍ (Costing Exercise) ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດ ແຜນການ 5 ປີ ຄັ້ງທີ IX (2021-2025) ເຊິ່ງຈະໄດ້ນຳສະເໜີຕໍ່ກອງປະຊຸມໂຕມົນລະດັບສູງ ຄັ້ງທີ 13 ໃນເດືອນ ພະຈິກ 2021 ນີ້.

ທ່ານສອນໄຊ ສີພັນດອນ ຍັງໄດ້ສະເໜີໃຫ້ອົງກອນ ທີ່ຮັບຜິດຊອບວຽກງານວາງແຜນພັດທະນາ ຂອງບັນດາປະເທດສະມາຊິກ ຍົກສູງຄວາມຮັບຜິດຊອບ ແລະ ພາລະບົດບາດຂອງຕົນສູງຂຶ້ນ, ປັບປຸງ-ສ້າງກົນໄກທີ່ເໝາະສົມ ເພື່ອເພີ່ມທະວີການແລກປ່ຽນ, ຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດແຜນພັດ ທະນາຂອງປະເທດສະມາຊິກນໍາກັນ ຢ່າງເປັນປົກກະຕິທັງໃນລະດັບສູງ, ລະດັບເຈົ້າໜ້າທີ່ອາວຸໂສ ແລະ ລະດັບວິຊາການ ຄວາມມຸ້ງຫວັງຂອງການພັດທະນາກໍ່ຄືເປົ້າໝາຍ SDG ແມ່ນຈະບໍ່ສາມາດບັນລຸໄດ້ ຖ້າພວກເຮົາບໍ່ຮ່ວມມືກັນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈ. ຮຽກຮ້ອງໃຫ້ມີການຮ່ວມມື ແລະ ມີຄວາມສາມັກຄີຫລາຍຂຶ້ນເພື່ອບັນລຸ ວາລະເພື່ອການພັດທະນາ 2030 (Global Agenda 2030) ທີ່ພວກເຮົາໄດ້ຮ່ວມກັນກຳນົດ ແລະ ຮັບຮອງ. ໃນນາມຕາງໜ້າໃຫ້ລັດຖະບານ ສປປ ລາວ ກໍຄືໃນນາມ ກະຊວງແຜນການ ແລະ ການລົງທຶນ ຂ້າພະເຈົ້າ ຢັ້ງຢືນຄວາມໝາຍໝັ້ນອັນແຮງກ້າ ຂອງ ສປປ ລາວ ໃນການຫລຸດຜ່ອນຄວາມທຸກຍາກ, ຮັບປະກັນການພັດທະນາແບບຍືນຍົງ ແລະ ຈະຮ່ວມມືຄຽງບ່າຄຽງໄຫລ່ ກັບທຸກພາກສ່ວນໃນການຈັດຕັ້ງປະຕິບັດ SDG ໃຫ້ມີໝາກຜົນສູງ.

Comments