ລອງຄິດເຖິງຈິນຕະນາການ ທີ່ຢູ່ໆມື້ໜຶ່ງມີສິ່ງປະດິດຢ່າງກ້ອງຖ່າຍຮູບຂຶ້ນມາ ເກີດການຖົກຖຽງກັນວ່າຮູບຖ່າຍໄດ້ມາຜ່ານເລນສ໌ນັ້ນ ຍັງຖືວ່າເປັນຜົນງານສິລະປະຢູ່ ຫຼືບໍ ເພາະຮູບທີ່ໄດ້ມັນບໍ່ໄດ້ເກີດຈາກຜົນງານຝີມືຂອງຄົນແຕ່ຢ່າງດຽວ. ການເຂົ້າມາຂອງກ້ອງຖ່າຍຮູບ ເຮັດໃຫ້ຄົນທີ່ບໍ່ມີຝີມືໃນການແຕ້ມຮູບ, ລົງສີມີພາບທີ່ຕົນເອງຢາກໄດ້ ກ້ອງຖ່າຍຮູບ ຈຶ່ງຕອບໂຈດຕະຫຼາດໄດ້ຫຼາຍກ່ວາການບໍລິການຮັບຈ້າງແຕ້ມຮູບ ຢ່າງບໍ່ຕ້ອງສົງໄສ ເພາະບໍ່ຕ້ອງເພິ່ງຈິນຕະນາການ ພ້ອມທັງຍັງໄດ້ຮູບທີ່ຕ້ອງການ ແຕ່ການເຂົ້າມາຂອງກ້ອງຖ່າຍຮູບ Digital ເປັນເລື່ອງໃຫຍ່ກ່ວາການເຂົ້າມາຂອງການຖ່າຍຮູບຟີມອີກ ໂດຍສະເພາະເມື່ອກ້ອງຖ່າຍຮູບ Digital ກາຍເປັນ Function ສ່ວນໜຶ່ງຂອງ Smart Phone ເພາະບໍ່ແມ່ນແຕ່ຄົນສາມາດຖ່າຍຮູບຢູ່ໃສກໍໄດ້ ແຕ່ໄດ້ຮູບທີ່ຖ່າຍໄດ້ທັນໃຈ ເຮັດຊໍ້າໄດ້ ຕົກແຕ່ງໄດ້ເອງ ເກັບໄວ້ໃນຄຣາວ ພ້ອມທັງຍັງແຊຣ໌ໄປໃຫ້ໝູ່ເພື່ອນໃນເຄືອຂ່າຍຂອງເຮົາໄດ້. ສິ່ງທີ່ເວົ້າມານັ້ນ ເຮົາເກືອບຈະບໍ່ເສຍຕົ້ນທຶນຫຍັງເລີຍ ການໄດ້ຮູບຈາກກ້ອງຟີມ ທີ່ຕ້ອງໄປທີ່ຮ້ານເພື່ອລ້າງຮູບ ດຽວນີ້ຖ່ານຮູບຕອນໃດ ກໍບໍ່ຕ້ອງຈ້າງໃຜເຮັດ ຖ້າເປັັນເລືອງຂອງການແຊຣ໌ຮູບພາບ ຖ້າໂລກນີ້ມີແຕ່ຈິດຕະກອນ ຈິດຕະກອນຕ້ອງນນັ່ງແຕ້ມຮູບໃຫ້ຄືໆກັນ ແຕ່ໃນເມື່ອຕອນນີ້ Facebook ແລະ Google Photos ມີ AI ສຳຫຼັບ Facial Rcognition ເຮັດໃຫ້ເຮົາໄດ້ພາບຈາກຄົນອື່ນ ທີ່ມີເຮົາຢູ່ໃນຮູບນຳໄດ້ໂດຍງ່າຍດາຍ ແລະ ສິ່ງເຫຼົ້່ານີ້ ຍັງບໍ່ນັບບົດບາດຂອງ AI ໃນການຖ່າຍຮູບໄດ້ຄົມຊັດຂຶ້ນ AI ໃນການຕັດຕໍ່ພາບໃນ Photoshop ແລະ ອື່ນໆ. ກິດຈະກຳຕ່າງໆທີ່ກ່ຽວກັບຮູບພາບນັ້ນກໍຍິ່ງມີຕົ້ນທຶນນ້ອຍເຂົ້າໄປຍ້ອນ AI ນັ້ນໝາຍຄວາມວ່າ ...
Read More »Author Archives: admin target
ລັດວາງ 8 ຂໍ້ຫ້າມ ຄຸ້ມຄອງສັດນໍ້າ – ສັດປ່າ! ຮຽກຮ້ອງທົ່ວສັງຄົມເປັນເຈົ້າການນໍາກັນ
ເພື່ອໃຫ້ການຄຸ້ມຄອງສັດນໍ້າ, ສັດປ່າ ໃຫ້ມີຄວາມຍືນຍົງ ເນື່ອງໃນວັນປ່ອຍປາ ແລະ ອະນຸຮັກສັດນໍ້າ ແລະ ສັດປ່າແຫ່ງຊາດ, ກະຊວງກະສິກໍາ ແລະ ປ່າໄມ້ ( ກປ ) ໄດ້ອອກ 8 ຂໍ້ຫ້າມອະນຸຮັກສັດນໍ້າ ແລະ ສັດປ່າ ເພື່ອນຳໄປຈັດຕັ້ງປະຕິບັດ ຫາກລະເມີດປະຕິບັດໂທດຕາມກົດໝາຍ. ກະຊວງ ກປ ໄດ້ອອກຄຳສັ່ງ ເລກທີ 0682/ກປ,ນວ ວັນທີ 10 ມິຖຸນາ 2020 ກ່ຽວກັບການສ້າງຂະບວນການປົກປັກຮັກສາ ແລະ ພັດທະນາສັດນໍ້າ ແລະ ສັດປ່າ ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸຮັກສັດນໍ້າ ແລະ ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ 2020 ເຖິງທ່ານຫົວໜ້າຫ້ອງການ, ກົມ ແລະ ສະຖາບັນອ້ອມຂ້າງກະຊວງ ກປ, ພະແນກ ກປ ແຂວງ ແລະ ນະຄອນຫຼວງວຽງຈັນ ( ນວ ) ວ່າ: ຊຸມປີຜ່ານມາ ການຈັດຕັ້ງແຕ່ລະຂັ້ນໄດ້ເປັນເຈົ້າການຈັດກິດຈະກຳປ່ອຍປາລົງໃສ່ອ່າງເກັບນໍ້າ, ...
Read More »ຍອດຜູ້ຕິດເຊື້ອ Covid-19 ໃນສະຫະລັດອາເມລິກາ ທະລຸ 65,000 ຄົນ ພາຍໃນມື້ດຽວ…
ສະຫະລັດອາເມລິກາ ພົບຜູ້ຕິດເຊື້ອ Covid-19 ສາຍພັນໃໝ່ເພີ່ມເຖິງ 65,551 ກໍລະນີ ໃນຮອບ 24 ຊົ່ວໂມງ ຂອງວັນທີ 9 ກໍລະກົດ 2020 ເຊິ່ງຖືວ່າເປັນສະຖິຕິລາຍວັນສູງສຸດຕັ້ງແຕ່ເກີດການແຜ່ລະບາດຂອງ Covid-19 ໃນຂະນະທີ່ປະທານາທິບໍດິ ໂດນັລ ທຣຳ ຍັງອ້າງວ່າຕົວເລກທີ່ພຸ້ງຂຶ້ນເລື້ອຍໆ ເກີດຈາກການກວດທີ່ຫຼາຍຂຶ້ນ. ຈາກຖານຂໍ້ມູນຂອງມະຫາວິທະຍາໄລ ຈອນຮອບສກິນສ (Johns Hopkins) ໃນຕອນເຊົ້າຂອງ ວັນທີ 10 ກໍລະກົດ ເຊິ່ງເປັນປະເທດທີ່ໄດ້ຮັບຜົນກະທົບທີ່ສຸດ ຈາກ Covid-19 ມີຍອດຕິດເຊື້ອສະສົມພຸ່ງຫຼາຍກວ່າ 3,11 ລ້ານຄົນ, ໃນຈຳນວນນີ້ ເສຍຊີວິດແລ້ວ 133,245 ຄົນ, ຈຳນວນຜູ້ຕິດເຊື້ອ ປະຈຳວັນສູງທີ່ສຸດໃນອາເມລິກາກ່ອນໜ້ານີ້ຄື 30,200 ຄົນ ເຊິ່ງເກີດຂຶ້ນໃນວັນທີ 7 ກໍລະກົດ ຜ່ານມາ, ຍອດຜູ້ຕິດເຊື້ອ Covid-19 ໃນສະຫະລັດອາເມລິກາສູງຂຶ້ນເລື້ອຍໆ ໃນໄລຍະອາທິດທີ່ຜ່ານມາ, ໂດຍສະເພາະໃນລັດທາງໃຕ້ ແລະ ຕາເວັນຕົກ ເຊິ່ງເຮັດໃຫ້ຜູ້ຊ່ຽວຊານດ້ານສາທາລະນະສຸກ ກັງວົນວ່າອັດຕາການເສຍຊິວິດຈະເພີ່ມສູງຂຶ້ນໄປອີກ. ເວລາປະມານ 00:30 GMT ຜ່ານມາ ສະຫະລັດອາເມລິກາມີຜູ້ເສຍຊີວິດຈາກ Covid-19 ເພີ່ມຂຶ້ນເຖິງ 1,000 ໃນຮອບ ...
Read More »ທະນາຄານ ມາຣູຮານ ເຈແປນລາວ ຈຳກັດ ຮ່ວມກັບ Katalyst Partners ແລະ DOSMEP, ກະຊວງອຸດສາຫະກຳ ແລະການຄ້າ ລົງນາມຮ່ວມມືກັນ ເພື່ອຊ່ວຍພັດທະນາ ແລະ ສະໜັບສະໜູນທຸລະກິດ SME ລາວ ໃຫ້ເຕີບໃຫຍ່
ທະນາຄານ ມາຣູຮານ ເຈແປນລາວ ຈຳກັດ ໄດ້ລົງນາມຮ່ວມມືກັນກັບຄູ່ຮ່ວມທຸລະກິດ ໃນການພັດທະນາຄວາມສາມາດໃຫ້ກັບຂະແໜງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ຂະຫຍາຍຕົວ ແລະ ເຂົ້າເຖິງແຫຼ່ງທຶນຢ່າງມີປະສິດທິພາບ. ໂດຍການຮ່ວມມືກັນລະຫວ່າງ Katalyst Partners ແລະ ກົມສົ່ງເສີມວິສາຫະກກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະການຄ້າ ແລະ ທະນາຄານ ມາຣູຮານ ເຈແປນລາວ ຈຳກັດ ປະກາດການລິເລີ່ມໃໝ່ – BizGrow ທີ່ມີຈຸດປະສົງເພື່ອສະໜັບສະໜູນ ທຸລະກິດຂະໜາດນ້ອຍຂອງລາວ ໃຫ້ເຕີບໃຫຍ່ຢ່າງມີຄວາມຮັບຜິດຊອບໂດຍຜ່ານ ໂຄງການການຝຶກອົບຮົມ ການສ້າງນະວັດຕະກຳໃໝ່ ໃຫ້ທຸລະກິດຂອງທ່ານກ້າວໄກ. ເຊິ່ງຈະຊ່ວຍໃຫ້ ຜູ້ປະກອບການໄດ້ທົບທວນຮູບແບບທຸລະກິດແລະ ເລືອກຮູບແບບລາຍໄດ້ຂອງຕົນເອງ. ທ່ານ ແອນໂທນີ ຊິນ ຜູ້ອຳນວຍການໃຫຍ່ ທະນາຄານ ມາຣູຮານ ເຈແປນລາວ ໄດ້ກ່າວວ່າ: ພວກເຮົາເຊື່ອໃນຄຳເວົ້າທີ່ວ່າ “ ກະແສນໍ້າທີ່ສູງຂຶ້ນຍົກເຮືອທຸກລຳໄດ້ ” ທະນາຄານ ມາຣູຮານ ເຈແປນລາວ ຈຳກັດແມ່ນຢູ່ໃນຕໍາແໜ່ງ ສ້າງກະແສນໍ້າໃຫ້ສູງຂື້ນເພື່ອຍົກເຮືອ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ທຸກລໍາໃຫ້ສູງຂຶ້ນ ...
Read More »ກອງທຶນການເງິນສາກົນ (IMF) ອອກຄຳແນະນຳ ປັບໂຄງສ້າງໜີ້ສິນເພີ່ມ…
ກອງທຶນການເງິນສາກົນ (IMF) ອອກຄຳແນະນຳບັນດາປະເທດລາຍໄດ້ຕ່ຳ ປັບໂຄງສ້າງໜີ້ີ້ ຫລັງກູ້ຢືມເງິນມາຈັດການເສດຖະກິດທີ່ໄດ້ຮັບຜົນກະທົບ ຈາກໂຄວິດ-19 ຫລຸດຄວາມສ່ຽງທີ່ຈະຜະເຊີນກັບພາລະໜີ້ສິນເພີ່ມ. ເມື່ອພິຈາລະນາ ຈາກປະເທດທີ່ມີລາຍໄດ້ຕ່ຳ ປະມານ 400% ທີ່ພົບກັບໜີ້ີ້ສິນ ຫລື ຄວາມສ່ຽງສູງທີ່ຈະພົບບກັບໜີ້ສິນນັ້ນ ຈຶ່ງມີຄວາມຈຳເປັນ ໃນການປັບໂຄງສ້າງໜີ້ຄັ້ງໃຫຍ່ ຫລັງຈາກ ທ່ານ ນາງ ກິຕາ ໂກປີນາ, ຫົວໜ້າ ນັກເສດຖະສາດຂອງກອງທຶນການເງິນສາກົນ ກ່າວວ່າ: ກຸ່ມຈີ 20 ແລະ ກຸ່ມປາຣີສ ຄລັບ ທີ່ເປັນກຸ່ມປະເທດເຈົ້າໜີ້ຈັດກອງປະຊຸມລະດັບສູງ ເພື່ອປຶກສາຫາລືກ່ຽວກັບໜີ້ີ້, ກະແສເງິນທຶນ ແລະ ການເງິນ ທີ່ກ່ຽວຂ້ອງກັບເສດຖະກິດທີ່ເກີດຈາກໂຄວິດ-19. ນອກຈາກນີ້, ລັດຖະມົນຕີກະຊວງການເງິນ ຈີ 20 ,ຜູ້ນຳ ໄອເອັມເອຟ ແລະ ທະນາຄານໂລກ ລວມເຖິງ ເຈົ້າໜ້າທີ່ພາກເອກະຊົນປຶກສາຫາລືກັນກ່ຽວກັບທາງເລືອກຕ່າງໆ ໃນການຮັບມມືກັບກະແສເງິນທຶນ ໄຫລອອກຈາກຕະຫລາດເກີດໃໝ່, ບັນຫາໜີ້ສິນ ແລະ ວິທີທີ່ດີທີ່ສຸດ ຄືການສົ່ງເສີມການຂະຫຍາຍຕົວທາງເສດຖະກິດທີ່ເຂັ້ມແຂງ ແລະ ຍືນຍົງໃນຕໍ່ໜ້າ. ແຫຼ່ງຂໍ້ມູນ: ຂປລ
Read More »ນາຍົກລັດຖະມົນຕີ ເຄື່ອນໄຫວ ແລະ ຊີ້ນຳວຽກງານ ຢູ່ນະຄອນຫລວງວຽງຈັນ
ທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ຄະນະພັກ-ອົງການປົກຄອງ ແລະ ສະພາປະຊາຊົນນະຄອນຫລວງວຽງຈັນ ເອົາ ໃຈໃສ່ຫລາຍບັນຫາເພື່ອຮັບປະກັນໃຫ້ສືບຕໍ່ມີສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະບຽບ ຮຽບຮ້ອຍທາງສັງຄົມ. ທ່ານນາຍົກລັດຖະມົນຕີ ກ່າວໃນໂອກາດລົງເຄື່ອນໄຫວ ແລະ ຊີ້ນຳວຽກງານ ຢູ່ນະຄອນຫລວງວຽງຈັນ, ໃນວັນທີ 9 ກໍລະກົດ 2020 ເຊິ່ງໄດ້ສະແດງຄວາມຊົມເຊີຍເປັນພິເສດ ຕໍ່ບັນດາມາດຕະການໃນການປ້ອງກັນ, ແກ້ໄຂ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ ຈົນໄດ້ຮັບໄຊຊະນະໃນເບື້ອງຕົ້ນ. ບັນຫາທີ່ທ່ານນາຍົກລັດຖະມົນຕີ ເນັ້ນໃຫ້ເອົາໃຈໃສ່ປະກອບມີ: ການສ້າງຂະບວນການໃນການກະ ກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ ແລະ ກອງປະຊຸມໃຫຍ່ ນະຄອນຫລວງວຽງຈັນ ຄັ້ງທີ VII ໂດຍຖືເອົາການສືບຕໍ່ຮັກສາໄດ້ຄວາມມີສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະ ບຽບຮຽບຮ້ອຍທາງສັງຄົມ ເປັນບັນຫາໃຫຍ່ ແລະ ບັນຫາສຳຄັນ, ລວມທັງການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທາງສັງຄົມ ເປັນຕົ້ນແມ່ນ ບັນຫາຢາເສບຕິດ, ອຸບັດຕິເຫດທາງທ້ອງຖະໜົນ, ໄພສັງຄົມ ແລະ ອື່ນໆ. ໃນຂະນະດຽວກັນ, ກໍໄດ້ເນັ້ນໃຫ້ມີການຊຸກຍູ້ສົ່ງເສີມຂະບວນການຜະລິດ ຕາມທ່າແຮງຂອງແຕ່ລະທ້ອງຖິ່ນໃຫ້ກຸ້ມຢູ່ກຸ້ມກິນ ...
Read More »ອັບເດດ ວັນທີ 9 ກໍລະກົດ ເສັັ້ນທາງພູເກົ້່າຫຼັກ ຍັງຜ່ານບໍ່ໄດ້….
ໃນຕອນເຊົ້າຂອງວັນທີ 9 ກໍລະກົດ 2020 ຍັງບໍ່ສາມາດຜ່ານໄດ້ ເນື່ອງຈາກເຫດດິນເຈື່ອນທັບຕັນທາງໃນວັນທີ 4 ກໍລະກົດ ຜ່ານມາ. ດິນເຈື່ອນເຮັດໃຫ້ເສັ້ນທາງມີຕົມເປັນວົງກ້ວາງ ທີ່ຕ້ອງໃຊ້ເວລາໃນການຊ້ອມແປງ. ດັ່ງນັ້ນ, ຈຶ່ງແຈ້ງຂ່າວໃຫ້ທຸກຄົນ ທີ່ຈະເດີນທາງເສັ້ນນີ້ ໃຫ້ຫຼີກລ້ຽງກ່ອນ ເພື່ອຄວາມປອດໄພ ແລະ ບໍ່ເສຍເວລາ.
Read More »ຈະປະກາດ!!! ປ່າໂຄກໂອງ-ມັ່ງ ເປັນເຂດອະນຸລັກປ່າໂຄກໂອງ-ມັ່ງແຫ່ງຊາດ ໃນວັນທີ 13 ກໍລະກົດ ນີ້…
ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ຈະຮ່ວມກັບອົງການປົກຄອງແຂວງສະຫວັນນະເຂດ ຈັດພິທີປະກາດເຂດປ່າໂຄກໂອງ-ມັ່ງ ເປັນເຂດອະນຸລັກປ່າໂຄກໂອງ-ມັ່ງແຫ່ງຊາດໃນວັນທີ 13 ກໍລະກົດ 2020 ນີ້ ເຊີ່ງກົງກັບວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ ທີ່ສູນອະນຸລັກລະບົບນິເວດປ່າໂຄກໂອງ-ມັ່ງ, ເມືອງຊົນນະບູລີ ແຂວງສະຫວັນນະເຂດ ນັບແຕ່ປີ 2002 ຈົນມາຮອດປີ 2016 ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາລາວ ໄດ້ໃຫ້ທຶນຊ່ວຍເຫລືອເພື່ອອະນຸລັກລະບົບນິເວດປ່າໂຄກໂອງ-ມັ່ງ, ຄຽງຄູ່ກັນນີ້ ໄດ້ສົມທົບກັບປະຊາຊົນ 16 ບ້ານພາຍໃນ 5 ເມືອງທີ່ກ່ຽວ ຂ້ອງໃນການປົກປັກຮັກສາເຂດປ່າໂຄກທີ່ເປັນຖິ່ນຢູ່ອາໃສຂອງໂອງ-ມັ່ງ ເຮັດໃຫ້ມາຮອດປັດຈຸບັນ ຈໍານວນໂອງ-ມັ່ງ ໄດ້ເພີ່ມຂຶ້ນເປັນເກືອບ 200 ໂຕ. ນອກຈາກນີ້ ໃນເຂດປ່າດັ່ງກ່າວ ຍັງມີນົກ 278 ຊະນິດ, ສັດລ້ຽງລູກດ້ວຍນໍ້ານົມ 67 ຊະ ນິດ, ສັດເລືອຄານ 47 ຊະນິດ, ສັດເຄີ່ງບົກ-ເຄີ່ງນໍ້າ 38 ຊະນິດ ແລະ ປາ 9 ຊະນິດ, ສ່ວນຕົ້ນໄມ້ ແລະ ພືດຊະນິດຕ່າງໆ ລວມມີ ...
Read More »ໃນ 6 ເດືອນຕົ້ນປີ 2020ທີ່ຜ່ານມາ, ລັດວິສາຫະກິດ ໄຟຟ້າລາວ ສາມາດສ້າງລາຍຮັບໄດ້ເຖິງ 3.321 ຕື້ກີບ
ທ່ານ ຈັນທະບູນ ສຸກອາລຸນ ຜູ້ວ່າການ ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ຂຶ້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ປະຈຳ 6 ເດືອນຕົ້ນປີວ່າ: ໃນໄລຍະ 6 ເດືອນຕົ້ນປີ 2020 ລັດວິສາຫະກິດໄຟຟ້າລາວ ໄດ້ມີການຮັບຊື້ພະລັງງານຈາກແຫຼ່ງຜະລິດພາຍໃນ ລວມທັງນໍາເຂົ້າ ແລະ ຜະລິດເອງ ເທົ່າກັບ 5.638 ລ້ານ kWh, ເປັນເງິນ 2.956 ຕື້ກີບ, ທຽບໃສ່ແຜນການເປັນພະລັງງານເທົ່າກັບ 91,11% ແລະ ເປັນເງິນເທົ່າກັບ 96,46% ລາຄາສະເລ່ຍ ຊື້ພະລັງງານທັງໝົດ ເທົ່າກັບ 524,37 ກີບ/kWh. ໃນນັ້ນ ພະລັງງານທີ່ໄຟຟ້າລາວ ຜະລິດເອງ ຈໍານວນ 87 ລ້ານ kWh, ກວມເອົາ 1,5% ຂອງພະລັງງານທັງໝົດ, ຊື້ຈາກ ຜ-ຟຟລ ຈໍານວນ 878 ລ້ານ kWh, ກວມເອົາ 15,6%. ຊື້ ຈາກ IPP&SPP ຈໍານວນ 2.986 ...
Read More »ເຈົ້າໜ້າທີ່ແຂວງຄຳມ່ວນ ທໍາລາຍເຄື່ອງໃນສັດເກືອບ 2 ໂຕນ ທີ່ລັກລອບນໍາເຂົ້າແຖມປົນເປື້ອນສານເຄມີ…
ຍັງມີໃຫ້ເຫັນມາເລື້ອຍໆສໍາລັບການລັກລອບນໍາເຂົ້າສິນຄ້າແບບບໍ່ຖືກຕ້ອງ ເຖິງແມ່ນວ່າຜ່ານມາພາກສ່ວນກ່ຽວຂ້ອງຈະມີການຄຸມເຂັ້ມກວດຍຶດທໍາລາຍຖິ້ມມາແລ້ວຈໍານວນບໍ່ໜ້ອຍ ແຕ່ກໍ່ຍັງມີກຸ່ມຄົນຈໍານວນໜຶ່ງທີ່ຝ່າຝືນເຮັດສິ່ງຜິດລະບຽບກົດໝາຍຢູ່, ຫຼ້າສຸດພົບຢູ່ຄໍາມ່ວນເປັນເຄື່ອງໃນສັດເກືອບ 2ໂຕນ ເຊິ່ງເຈົ້າໜ້າທີ່ກໍ່ສາມາດຍຶດໄດ້ ແລະ ນໍາໄປທໍາລາຍຖິ້ມ. ທ່ານ ວຽງທອງ ພິມມະສອນ ຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ລາຍງານໃຫ້ຮູ້ວ່າ: ໃນເວລາ 9:00 ໂມງ ຂອງວັນທີ 7 ກໍລະກົດ 2020 ມີພົນລະເມືອງດີທ່ານໜຶ່ງແຈ້ງຕໍ່ເຈົ້າໜ້າທີ່ວ່າມີການລັກລອບນຳເຂົ້າສິນຄ້າປະເພດເຄື່ອງໃນສັດ ແບບບໍ່ຖືກຕ້ອງຕາມກົດໝາຍ ທາງເຈົ້າໜ້າທີ່ກໍ່ໄດ້ລົງເຄື່ອນໄຫວຕິດຕາມລົດໝາຍເລກທະບຽນຕາມການແຈ້ງຂອງພົນລະເມືອງດີ, ເມື່ອກວດກາລົດຄັນດັ່ງກ່າວກໍ່ໄດ້ພົບເຫັນສິນຄ້າປະເພດຕັບໝູ ແລະ ເຄື່ອງໃນງົວ, ຄວາຍ ທີ່ຊຸກເຊື່ອງຢູ່ພື້ນລົດ ເຊິ່ງມີທັງໝົດຈຳນວນ 22 ແກັດ, ນ້ຳໜັກ 1.870 ກິໂລກຼາມ ລວມມີມູນຄ່າ 28 ລ້ານກວ່າກີບ. ຕາມການກວດກາຂອງເຈົ້າໜ້າທີ່ເຫັນວ່າສິນຄ້າ ປະເພດດັ່ງກ່າວແມ່ນມີສານເຈືອປົນເປັນຈຳນວນຫຼາຍ ສະນັ້ນທາງເຈົ້າໜ້າທີ່ຈຶ່ງໄດ້ຍຶດ ພ້ອມນຳເອົາສິນຄ້າດັ່ງກ່າວໄປທຳລາຍ ທີ່ສະຖານທີ່ຖິ້ມຂີ້ເຫຍື້ອບ້ານນາບວບ ເມືອງທ່າແຂກ ແຂວງຄຳມ່ວນ ໃນວັນທີ 8 ກໍລະກົດ 2020 ໂດຍມີເຈົ້າໜ້າທີ່ຈາກຂະແໜງ ການຕ່າງໆຂອງແຂວງທີ່ກ່ຽວຂ້ອງເຂົ້າຮ່ວມ. ແຫຼ່ງຂໍ້ມູນ: Khammouane News
Read More »