Author Archives: admin target

ກອງທັບປະຊາຊົນລາວໄດ້ອັນດັບ 3 ໃນການແຂ່ງຂັນຮອບທຳອິດ ທີ່ລັດເຊຍ…

ຂໍສະແດງຄວາມຊົມເຊີຍກັບກອງທັບປະຊາຊົນລາວໄດ້ອັນດັບ 3 ໃນການແຂ່ງຂັນຮອບທຳອິດ ທີ່ລັດເຊຍ ທີມທີ່ເຂົ້າຮ່ວມການແຂ່ງຂັນມີດັ່ງນີ້: ກຸ່ມທີ່1 ປະກອບມີ: ປະເທດຣັດເຊຍ, ເບລາຣຸດສ, ກາຊັກສະຖານ, ກີຣກີສະຖານ, ສປ.ຈີນ, ເຊີເບຍ, ອຸດສະເບກີສະຖານ, ອາເຊີໄບຈານ. ກຸ່ມທີ່2 ປະກອບມີ: ສສ ຫວຽດນາມ, ສປປ ລາວ, ມຽນມາ, ທາຈີກີສະຖານ, ອັບຄາເຊຍ, ອາຊີເຕຍໃຕ້, ກົງໂກ, ກາຕ່າ ຕາຕະລາງແຂ່ງຂັນແມ່ນວັນທີ 24, 28, 30 ສິງຫາ 2020. ສຳລັບກອງທັບປະຊາຊົນລາວ ໄດ້ສົ່ງນັກກິລາເຂົ້າຮ່ວມ ລາຍການຄື: ແຂ່ງຂັນລົດຖັງ ແລະ ເຕັກນິກທາງດ້ານອາວຸດ-ຍຸດໂທປະກອນ. ຖືໄດ້ວ່າທີມກອງທັບທັບປະຊາຊົນລາວຜ່ານການແຂ່ງຂັນຮອບທຳອິດຂອງທີມຊາດ ແຫຼ່ງຂໍ້ມູນ:​ FM 90

Read More »

ລາວຈະສ້າງເງື່ອນໄຂສະດວກ ໃຫ້ຄົນເຊື້ອຊາດລາວ ຢູ່ຕ່າງ ປະເທດໄດ້ກັບມາມີສ່ວນຮ່ວມສ້າງສາພັດທະນາປະເທດຊາດ…

ລັດຖະບານລາວ, ຈະອອກນິຕິກໍາຕື່ມອີກຈໍານວນໜຶ່ງ ເພື່ອອໍານວຍຄວາມສະດວກໃຫ້ແກ່ຄົນເຊື້ອຊາດລາວຢູ່ຕ່າງປະເທດ ໄດ້ມີໂອກາດກັບຄືນມາສ້າງສາພັດທະນາປະເທດຊາດ ອັນແສນຮັກຂອງຕົນຫລາຍຂຶ້ນ. ພາຍໃຕ້ແນວທາງນະໂຍບາຍອັນຖືກຕ້ອງຂອງພັກ ແລະ ລັດຖະບານ, ໄດ້ເຮັດໃຫ້ຄົນເຊື້ອຊາດລາວຢູ່ຕ່າງປະເທດເປັນຈໍານວນບໍ່ໜ້ອຍ, ລ້ວນແຕ່ຢາກກັບມາລົງທຶນ, ຢ້ຽມຢາມ, ທ່ອງທ່ຽວ ແລະ ກັບມາດໍາລົງຊີວິດແບບຖາວອນຢູ່ ສປປ ລາວ ນັບມື້ເພີ່ມຂຶ້ນ. ທ່ານ ຫຽມ ພົມມະຈັນ ກໍາມະການສູນກາງແນວລາວສ້າງຊາດ, ຫົວໜ້າຄະນະທີ່ປຶກສາວຽກງານຄົນເຊື້ອຊາດລາວຢູ່ຕ່າງປະເທດ ທີ່ໄດ້ລາຍງານຕໍ່ກອງປະຊຸມສາມັນຄົບຄະນະ ກໍາມະການສູນກາງແນວລາວສ້າງຊາດຄັ້ງທີ 5 ສະໄໝທີ X ທີ່ສໍາເລັດລົງເມື່ອບໍ່ດົນມານີ້ ມີຄໍາເຫັນບາງຕອນສຳຄັນວ່າ: ພັກປະຊາຊົນປະຕິວັດລາວ ຍາມໃດກໍໃຫ້ຄວາມສໍາຄັນ ແລະ ຖືວ່າພີ່ນ້ອງຊາວລາວ ທີ່ອາໃສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ສໍາຄັນ, ຊຶ່ງບໍ່ຕັດແຍກອອກຈາກວົງຄະນະຍາດແຫ່ງຊາດລາວໄດ້, ເປັນແຫລ່ງກໍາລັງແຮງອັນໜຶ່ງ ໃນການສ້າງສາພັດທະນາປະເທດຊາດ, ເປັນປັດໄຈສໍາຄັນ ໃນການເປີດກວ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ກັບບັນດາປະເທດທີ່ເຂົາເຈົ້າອາໃສຢູ່ ແລະ ອົງການຈັດຕັ້ງສາກົນ. ພາບປະກອບເທົ່ານັ້ນ ທ່ານ ຫຽມ ພົມມະຈັນ ກ່າວຕື່ມວ່າ: ຜ່ານການຢ້ຽມຢາມ ແລະ ພົບປະກັບພີ່ນ້ອງເຊື້ອຊາດລາວ ຢູ່ຫລາຍປະເທດ, ຄະນະທີ່ປຶກສາໄດ້ຮັບຮູ້ຄວາມມຸ້ງມາດປາຖະໜາ ຂອງພີ່ນ້ອງເຊື້ອຊາດລາວລຸ້ນຕ່າງໆ ແລະ ໄດ້ສະເໜີຕໍ່ລັດຖະບານ ...

Read More »

ການຄ້າຂາຍສັດປ່າແບບຊະຊາຍ ແມ່ນຜິດກົດໝາຍ ແລະ ເປັນໄພຄຸກຄາມຕໍ່ສັດປ່າຫຼາຍຊະນິດ…

ການລັກລອບຄ້າຂາຍສັດປ່າແບບຊະຊາຍ ແມ່ນໜຶ່ງໃນທຸລະກິດທີ່ຜິດກົດໝາຍໃນທົ່ວໂລກ , ໂດຍສະເພາະໃນລະຫວ່າງປີ 2011 ແລະ 2012 ຢູ່ ສປປ ລາວ ໄດ້ດຳເນີນການກວດກາການຊື້-ຂາຍ ສັດປ່າທີ່ຜິດກົດໝາຍ, ເຊິ່ງສາມາດຍຶດສັດປ່າທີ່ຫວງຫ້າມຈຳນວນ 1,218 ໂຕ ລວມມີ 39 ຊະນິດ, ຊິ້ນສ່ວນສັດປ່າຫຼາຍກວ່າ 1 ໂຕນ ແລະ ຜະລິດຕະພັນເຄື່ອງປ່າຂອງດົງ ຈຳນວນ 287 ໂຕນ.​ ອີງຕາມແຫຼ່ງຂໍ້ມູນຈາກກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ: ການພັດທະນາພື້ນຖານໂຄງລ່າງ ແລະ ການຂຸດຄົ້ນນຳໃຊ້ຊັບພະຍາກອນທຳມະຊາດ ຍັງຕິດພັນກັບການຄ້າຂາຍສັດປ່າແບບຊະຊາຍ ໂດຍບໍ່ໄດ້ເອົາໃຈໃສ່ຄຸ້ມຄອງໃດໆ ໃນຜ່ານມາ.​ ໃນນັ້ນ,​ຂະບວນການສຳປະທາານຂຸດຄົ້ນໄມ້ ຍັງມີກຳມະກອນຕັດໄມ້ຫຼາຍຄົນ ຍັງມີລາຍຮັບເສີມຈາກການລ່າສັດ ແລະ ການຄ້າຂາຍສິ້ນສ່ວນສັດປ່ານຳອີກ. ສິ່ງເຫຼົ່ານີ້ເກີດຂຶ້ນຍ້ອນວ່າ, ຍັງມີເຄືອຂ່າຍລັກລອບຊື້-ຂາຍສັດປ່າ ທີ່ຜິດກົດໝາຍຈົນກາຍເປັນຄວາມຊຳນານທີ່ຖືເປັນອາຊີບຫຼັກ ແລະ ຮູ້ວິທີໃນການເຂົ້າເຖິງຖິ່ນຢູ່ອາໄສຂອງສັດປ່າທີ່ຢູ່ຫ່າງໄກ, ເຊິ່ງເປັນສາເຫດຫຼັກໆກໍ່ໃຫ້ເກີດການສູນພັນຂອງສັດປ່າຫຼາຍຊະນິດ. ແຫຼ່ງຂໍ້ມູນ:​ ວຽງຈັນທາຍ

Read More »

ບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທົບທວນຄືນ ໝາກຜົນຂອງການຮ່ວມມືໃນໄລຍະ 5 ປີ ຜ່ານມາ

ໃນຕອນເຊົ້າວັນທີ 24 ສິງຫາ 2020 ທີ່ນະຄອນຫລວງວຽງຈັນ, ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມຜູ້ນໍາ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ໃນຮູບແບບກອງປະຊຸມທາງໄກ ເພື່ອທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະ 5 ປີ ຜ່ານມານັບແຕ່ໄດ້ຮັບການສ້າງຂຶ້ນໃນປີ 2015 ຊຶ່ງເຫັນວ່າຜ່ານການຈັດຕັ້ງບັນດາແຜນງານ ແລະ ໂຄງການຕ່າງໆພາຍໃຕ້ຖະແຫລງການຊັນຢາ, ຖະແຫລງການພະນົມເປັນ ທີ່ໄດ້ຮັບຮອງເອົາຢູ່ໃນກອງປະຊຸມຜູ້ນໍາ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 1 ແລະ ຄັ້ງທີ 2 ໄດ້ມີຄວາມຄືບຫນ້າຢ່າງເປັນຮູບປະທຳຫລາຍດ້ານ ເຮັດໃຫ້ຂອບການຮ່ວມມືດັ່ງກ່າວ ໄດ້ເຕີບໃຫຍ່ຂະຫຍາຍສູ່ລວງກ້ວາງ ແລະ ລວງເລິກຢ່າງໄວວາ. ກອງປະຊຸມຄັ້ງນີ້, ຈັດຂຶ້ນພາຍໃຕ້ຄໍາຂວັນ: “ເພີ່ມທະວີການຮ່ວມມື ເພື່ອຄວາມສົມບູນພູນສຸກຮ່ວມກັນ (Enhancing Partnership for Shared Prosperity) ໂດຍການເປັນປະທານຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຫລີ ເຄີ້ສຽງ ນາຍົກ ລັດຖະມົນຕີ ແຫ່ງ ສປ ຈີນ ແລະ ...

Read More »

ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນພົບປະກັບການນຳຂັ້ນສູງຂອງ ລັດຖະບານ ສປປ ລາວ

ໃນວັນທີ 23 ສິງຫາ, ພະນະທ່ານ ໂມເຕງິ ໂທຊິມິຊຶ, ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ພົບປະກັບການນຳຂັ້ນສູງຂອງ ລັດຖະບານ ສປປ ລາວ. ເຊິ່ງລາຍລະອຽດການພົບປະແມ່ນດັ່ງລຸ່ມນີ້: 1. ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ-ລາວ 23 ສິງຫາ  2020,  ເວລາ 14:00 (ຕາມເວລາໃນທ້ອງຖິ່ນ), ທ່ານລັດຖະມົນຕີ ໂມເຕງິ ໄດ້ຈັດ ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ຮ່ວມກັບ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເປັນເວລາປະມານ 1 ຊົ່ວໂມງ 15 ນາທີ. 1) ລັດຖະມົນຕີ ໂມເຕງິ ໄດ້ເນັ້ນໜັກວ່າປີນີ້ ແມ່ນຊ່ວງເວລາອັນສຳຄັນຢ່າງຍິ່ງ ເນື່ອງຈາກເປັນປີແຫ່ງການສະເຫຼີມສະຫຼອງວາລະຄົບຮອບ 65 ປີຂອງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ, ພ້ອມທັງຍັງເປັນວາລະຄົບຮອບ 5 ປີແຫ່ງ ສາຍພົວພັນ “ຄູ່ຮ່ວມຍຸດທະສາດ” ນຳອີກ. ທ່ານ ລັດຖະມົນຕີຍັງໄດ້ກ່າວໃຫ້ຊາບເຖິງຄວາມຕັ້ງໃຈໃນການພັດທະນາສາຍພົວພັນການຮ່ວມມືລະຫວ່າງສອງປະເທດໃນຫຼາກຫຼາຍຂົງເຂດເພື່ອໃຫ້ມີຄວາມແໜ້ນແຝ້ນຍິ່ງຂຶ້ນຕື່ມ.ອີກດ້ານໜຶ່ງ, ທ່ານລັດຖະມົນຕີ ສະເຫຼີມໄຊ ໄດ້ກ່າວວ່າເປັນທີ່ຍິນດີຫຼາຍ ທີ່ໄດ້ຕ້ອນຮັບລັດຖະມົນຕີຕ່າງປະເທດຍີ່ປຸ່ນ  ໃນຊ່ວງໄລຍະການແຜ່ລະບາດຂອງເຊື້ອພະຍາດ ...

Read More »

ວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມ ໂອກາດ ວັນຢຶດອຳນາດ 23 ສິງຫາ

ຕອນເຊົ້າວັນທີ 24 ສິງຫາ 2020 ນີ້ ຄະນະພັກ, ອົງການປົກຄອງແຂວງຈໍາປາສັກ ນໍາໂດຍ ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມວາງພວງມາລາ ທີ່ອະນຸສາວະລີ ນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ຢູ່ອະນຸສອນສະຖານ ຮູບປັ້ນຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ເນື່ອງໃນໂອກາດ ວັນຢຶດອຳນາດ ຄົບຮອບ 45 ປີ (23 ສິງຫາ 1975-23 ສິງຫາ 2020). ເພື່ອລະນຶກເຖິງຄຸນງາມຄວາມດີ ແລະ ຮູ້ບຸນຄຸນ ຕໍ່ຜູ້ນຳ, ສະຫາຍສະມາຊິກພັກ, ພະນັກງານນັກຮົບ ທີ່ໄດ້ອຸທິດເລືອດເນື້ອ, ເຫື່ອແຮງ ສະຕິປັນຍາ ໃຫ້ແກ່ພາລະກິດປະຕິວັດ ແລະປະເທດຊາດ ອັນນຳຄວາມສົມບູນພູນສຸກ ມາໃຫ້ແກ່ປະເທດຊາດ ແລະ ປະຊາຊົນລາວ ບັນດາເຜົ່າ, ເປັນແບບຢ່າງໃນການດຳລົງຊີວິດ ປອດໃສ ແລະ ຂ່າວສະອາດ, ເປັນບົດຮຽນອັນປະເສີດໃຫ້ຄົນລຸ້ນຫລັງ ໄດ້ຮຽນຮູ້ ແລະ ປະຕິບັດຕາມ ແຫຼ່ງຂ່າວ: ...

Read More »

ລັດຖະບານຍີ່ປຸ່ນ ໄດ້ລົງນາມ ແລະ ໃຫ້ການຊ່ວຍເຫຼືອ ສປປ ລາວ ມູນຄ່າ 36 ລ້ານກວ່າໂດລາ…

ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ, ທ່ານ ໂມເຕງິ ໂທຊິມິດຊຶ (MOTEGI Toshimitsu), ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 22-24 ສິງຫາ 2020. ໃນວັນທີ 23 ສິງຫາ 2020 ທີ່ຜ່ານມາ ທີ່ ກະຊວງການຕ່າງປະເທດ, ໄດ້ມີການພົບປະສອງຝ່າຍ ລະຫວ່າງ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໂມເຕງິ ໂທຊິມິດຊຶ ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງ ທ່ານ ລັດຖະມົນຕີ ຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະໃນຄັ້ງນີ້, ...

Read More »

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ລັດຖະມົນຕີຕ່າງປະເທດຍີ່ປຸ່ນ

ວັນທີ 23 ສິງຫາ 2020 ທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂມເຕງິ ໂທຊິມິດຊຶ (MOTEGI Toshimitsu), ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງ ວັນທີ 22-24 ສິງຫາ 2020. ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ໂມເຕງິ ໂທຊິມິດຊຶ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບ ສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໂດຍສະເພາະ ການພົວພັນຮ່ວມມື ໃນຫລາຍຂົງເຂດວຽກງານ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາ ແລະ ...

Read More »

ເງິນໂອນຜິດເຂົ້າບັນຊີ ສົ່ງດີ ຫຼືບໍ່?

ເມື່ອເວລາທີ່ມີເງິນຖືກໂອນເງິນເຂົ້າບັນຊີເງິນຝາກໂດຍບໍ່ຮູ້ວ່າແມ່ນໃຜສົ່ງໃຫ້ ຫຼື ຮູ້ວ່າບໍ່ມີໃຜເປັນໜີ້ຕົນ… ຄົນສ່ວນຫຼາຍມັກຈະຄິດວ່າ ເງິນທີ່ໂອນເຂົ້າບັນຊີຂອງໂຕເອງແບບຫຼົງຜິດແບບນີ້ “ເປັນໂຊກລາບ” ຫຼື “ລາບລອຍ” ແລະ ບໍ່ສົ່ງຄືນ. ບັນຫາແບບນີ້ກົດໝາຍວ່າແນວໃດ?. ໃນມື້ນີ້ພວກເຮົາມາສ້າງຄວາມເຂົ້າໃຈກັນກ່ຽວກັບເລື່ອງນີ້ໃນທາງກົດໝາຍ. ກ່ອນອື່ນໝົດ ຜູ້ຂຽນຂໍນຳສະເໜີວັກໜຶ່ງຂອງ ມາດຕາ 503 ປະມວນກົດໝາຍແພ່ງລາວ, ຊຶ່ງມີຜົນສັກສິດແຕ່ວັນທີ 27 ພຶດສະພາ 2020 ທີ່ຜ່ານມານີ້, ກຳນົດໄວ້ວ່າ: “ບຸກຄົນໃດຫາກໄດ້ຮັບຊັບສິ່ງຂອງ ຫຼື ຜົນປະໂຫຍດຂອງບຸກຄົນອື່ນໂດຍເຈດຕະນາ ຊຶ່ງຮູ້ວ່າຕົນບໍ່ມີສິດຮັບຊັບສິ່ງຂອງ ຫຼື ຜົນປະໂຫຍດນັ້ນ, ບຸກຄົນດັ່ງກ່າວ ຕ້ອງສົ່ງຊັບສິ່ງຂອງ ຫຼືຜົນປະໂຫຍດນັ້ນຄືນໃຫ້ຜູ້ເປັນເຈົ້າຂອງ ພ້ອມທັງໝາກຜົນ ນັບແຕ່ເວລາທີ່ໄດ້ຮັບເປັນຕົ້ນໄປ”. ຈາກມາດຕາ 503 ນີ້, ການໄດ້ຮັບເງິນທີ່ຖືກໂອນເຂົ້າຜິດບັນຊີ ຫຼື ຫຼົງບັນຊີ ໂດຍທີ່ຮູ້ວ່າແມ່ນໃຜເປັນຜູ້ໂອນໃຫ້ຖືວ່າເປັນການຮັບຊັບສິ່ງຂອງ ຫຼື ຜົນປະໂຫຍດ ທີ່ບໍ່ມີພື້ນຖານທາງດ້ານກົດໝາຍ, ນັ້ນໝາຍຄວາມວ່າ ຜູ້ຮັບເງິນດັ່ງກ່າວຕ້ອງສົ່ງຄືນ ຫຼື ໂອນຄືນໃຫ້ເຈົ້າຂອງບັນຊີ-ເຈົ້າຂອງເງິນນັ້ນ. ເຈົ້າຂອງເງິນ ຫຼື ເຈົ້າຂອງບັນຊີ ກໍມີສິດຮຽກຮ້ອງໃຫ້ ຜູ້ຮັບໂອນເງິນທີ່ໂອນຜິດນັ້ນກັບຄືນໃຫ້ຕົນໄດ້ເຊັ່ນດຽວກັນ. ໃນກໍລະນີທີ່ຜົນປະໂຫຍດ ຫຼື ຊັບສິ່ງຂອງນັ້ນຫາກເກີດດອກອອກຜົນ ເຊັ່ນ: ດອກເບ້ຍເງິນຝາກ, ຜູ້ຮັບເງິນທີ່ໂອນເຂົ້າບັນຊີດ້ວຍຄວາມຫຼົງຜິດນັ້ນ ຜູ້ຮັບຊັບດັ່ງກ່າວກໍຕ້ອງໂອນດອກເບ້ຍສົ່ງຄືນເຈົ້ເຈົ້າຂອງເງິນເຊັ່ນດຽວກັນ. ...

Read More »

ໄຂກອງປະຊຸມໃຫຍ່ ຄັ້ງທີ VII ໜ່ວຍພັກຮາກຖານ ຮສສ ນະຄອນຫລວງວຽງຈັນ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງໜ່ວຍພັກຮາກຖານ ພະແນກແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ນະຄອນຫລວງວຽງຈັນ ໄດ້ໄຂຂຶ້ນໃນວັນທີ 21 ສິງຫາ 2020 ເພື່ອສະຫລຸບຕີລາຄາການ ຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ວາງທິດທາງໃນຕໍ່ໜ້າ ແລະ ຜ່ານມະຕິຕົກລົງບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກຮາກຖານຊຸດໃໝ່. ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ລຳພອຍ ສີອັກຄະຈັນ ກຳມະການພັກ, ຫົວໜ້າພະແນກພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສີຫຸນ ສິດທີລືໄຊ ຮອງເລຂາຄະນະພັກ, ຮອງເຈົ້າຄອງນະຄອນ ຫລວງວຽງຈັນ ພ້ອມດ້ວຍຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ, ສະມາຊິກພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ. ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ຮ່າງບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນພັດທະນາຂະແໜງການ ແລະ ບົດສໍາຫລວດການນໍາພາລວມຂອງຄະນະພັກຊຸດເກົ່າ, ພ້ອມໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການຊີ້ນໍາ-ນຳພາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນ 5 ປີຜ່ານມາ, ທັງໄດ້ເປັນເອກະສັນກັນຮັບ ຮອງເອົາທິດທາງແຜນການ 5 ...

Read More »