Author Archives: admin target

ເພີ່ມເລື້ອຍໆ ຕິດເຊື້ອໂຄວິດ ທົ່ວໂລກ ຢຽບ 24 ລ້ານຄົນ!!!

ສະຖານະການລະບາດ ຂອງເຊື້ອພະຍາດໂຄວິດ-19 ຍັງໜັກ ເພາະໃນວັນທີ 21 ສິງຫາ ນີ້, ມີຜູ້ຕິດເຊື້ອມື້ດຽວເພີ່ມຂຶ້ນ 228,312 ກໍລະນີ ໂດຍມີຜູ້ຕິດເຊື້ອທັງໝົດ 24,031,316 ກໍລະນີ. ໃນຂະນະທີ່ ຍອດຜູ້ເສຍຊີວິດເພີ່ມຂຶ້ນ 5,561 ກໍລະນີ ລວມເປັນ 822,233  ກໍລະນີ ແລະ ປິ່ນປົວດີ 15,492,946 ກໍລະນີ ເຊິ່ງໃນນີ້ ປະເທດອິນເດຍ ຕິດເຊື້ອມື້ໜຶ່ງເກືອບເຄິ່ງແສນ ຫຼື ເກືອບ 50,000 ຄົນ. ສຳລັບ 5 ປະເທດທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດຍັງເປັນປະເທດລຸ່ມນີ້: 1 ສະຫະລັດອາເມລິກາ ມີຜູ້ຕິດເຊື້ອທັງໝົດ 5,953,173 ກໍລະນີ ໂດຍເພີ່ມຂຶ້ນ  37,543, ເສຍຊີວິດ 182,283 ກໍລະນີ ເພີ່ມຂຶ້ນ 1,169 ກໍລະນີ ແລະ ປິ່ນປົວດີ 3,241,585 ກໍລະນີ. 2 ປະເທດບຣາຊິວ ມີຜູ້ຕິດເຊື້ອທັງໝົດ 3,505,097 ກໍລະນີ ໂດຍເພີ່ມຂຶ້ນ 46,959 ເສຍຊີວິດ 116,666 ...

Read More »

ປີ 2020 ປະເທດລາວເສຍຊິວິດຍ້ອນຕິດເຊື້ອວໍ້ ເຖິງ 8 ຄົນ…

ພະຍາດວໍ້ເປັນພະຍາດຕິດຕໍ່່ທີ່ຮ້າຍແຮງ, ຜູ້ທີ່ຕິດເຊື້ອແລ້ວຈະບໍ່ສາມາດປິ່ນປົວໄດ້ ໂດຍຈະພົບເຊື້ອພະຍາດດັ່ງກ່າວນີ້ ຈາກສັດລ້ຽງລູກດ້ວຍນໍ້ານົມທຸກຊະນິດເຊັ່ນ:​ ໝາ, ແມວ,​ງົວ, ຄວາຍ, ​ໝູ, ກະຕ່າຍ,​ ເຈຍ, ​ລີງ,​ ຮອກ, ​ກະແຕ,​ ເສືອ​, ໝີ ແລະ ຕິດຕໍ່່ຈາກສັດສູ່ຄົນໄດ້. ພາບປະກອບເທົ່ານັ້ນ ຄວາມຮຸນແຮງຂອງພະຍາດວໍ້ຄື: ມີອາການທາງລະບົບປະສາດສະໝອງ ມີການແຜ່ເຊື້ອໃນຮ່າງກາຍສັດ ແລະ ຄົນ,​ ຖ້າຕິດເຊື້ອພະຍາດນີ້ແລ້ວ ແມ່ນຈະພາໃຫ້ເສຍຊີວິດ. ປັດຈຸບັນ, ພະຍາດນີ້ ຍັງບໍ່ມີຢາປິ່ນປົວ ແຕ່ສາມາດປ້ອງກັນໄດ້ ໂດຍການສັກຢາວັກຊີນກ່ອນ ຫຼືຫຼັງການສຳຜັດເຊື້ອພະຍາດນີ້. ສະເພາະປີ 2020 ມີຄົນເຈັບ ຕິດເຊື້ອພະຍາດວໍ້ທັງໝົດ 8 ກໍລະນີ ແລະ ເສຍຊີວິດທັງ 8 ກໍລະນີ. ພາບປະກອບເທົ່ານັ້ນ ສູນວິໄຈພະຍາດສັດ ກະຊວງກະສິກ ແລະ ປ່າໄມ້ ໃຫ້ຮູ້ເມື່ອບໍ່ດົນມານີ້:​ ພະຍາດນີ້ ເປັນພະຍາດທີ່ຮ້າຍແຮງ ເຊິ່ງສະແດງອອກໃນແຕ່ລະປີ ໃນທົ່ວໂລກ ມີຜູ້ເສຍຊີວິດຍ້ອນພະຍາດວໍ້ປະມານ 50-60 ພັນຄົນ, 95% ເກີດຂຶ້ນຢູ່ໃນປະເທດ ທີ່ກຳລັງພັດທະນາ ແລະ 95% ນັ້ນ ...

Read More »

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວປະກາດສ້າງຕັ້ງສະຫະພັນຊາວໜຸ່ມລາວ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ຈັດພິທີໂຮມຊຸມນຸມປະກາດສ້າງຕັ້ງສະຫະພັນຊາວໜຸ່ມລາວ ທີ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫລວງວຽງຈັນ ໃນວັນທີ 25 ສິງຫາ 2020 ຜ່ານມາ. ໂດຍມີທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ມີທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ມີບັນດາຄະນະບໍລິຫານງານຊາວໝຸ່ມກະຊວງ, ອົງການ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວບາງຕອນວ່າ:ສະ ຫະພັນຊາວໜຸ່ມລາວ ແມ່ນການຈັດຕັ້ງສັງຄົມຂອງຊາວໜຸ່ມລາວບັນດາເຜົ່າ, ໂດຍແມ່ນພັກປະຊາຊົນປະຕິວັດລາວເປັນຜູ້ສ້າງຕັ້ງ ແລະ ມອບໝາຍໃຫ້ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເປັນຜູ້ຂົນຂວາຍສ້າງຕັ້ງ ທັງເປັນແກນນໍາໃນການເຄື່ອນໄຫວ, ສະຫະພັນຊາວໜຸ່ມລາວປະກອບດ້ວຍຊາວໜຸ່ມບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ສາຂາອາຊີບທີ່ມີຄວາມຕື່ນຕົວ, ສະໝັກໃຈປະກອບສ່ວນເຂົ້າໃນຂະບວນການລວມ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສະຫະພັນຊາວໜຸ່ມລາວ ແມ່ນການຈັດຕັ້ງສັງຄົມທີ່ກ້ວາງຂວາງຂອງຊາວໜຸ່ມລາວບັນດາເຜົ່າ, ເຄື່ອນໄຫວພາຍໃຕ້ລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຕ່າງໆ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍແມ່ນ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເປັນແກນນຳ, ສະຫະພັນຊາວໜຸ່ມລາວ ຂຽນຫຍໍ້ວ່າ: ...

Read More »

ໂຕກຽວຮ້ອນຫຼາຍ!!! ເຮັດໃຫ້ເສຍຊີວິດຈາກການເປັນລົມແດດ ຫຼືໂຣກຮີສໂຕຣກ (Heatstroke) ແລ້ວ 79 ກໍລະນີ

ເຈົ້າໜ້າທີ່ທ້ອງຖິ່ນໃຫຮູ້ວ່າ ສະເພາະ 9 ມື້ທີ່ຜານມາ ໃນນະຄອນຫຼວງໂຕກຽວ ເສຍຊີວິດຈາກການເປັນລົມແດດ ຫຼື Heatstroke ແລ້ວ 26 ກໍລະນີ ຫຼັງຈາກທີ່ຄື່ນຄວາມຮ້ອນເພີ່ມຂຶ້ນຕໍ່ເນື່ອງ, ເຊິ່ງໃນຈຳນວນ 26 ກໍລະນີ້ນັ້ນ ມີ 25 ກໍລິນີ ທີ່ເກີດຂຶ້ນໃນຮົ່ມ ແລະ ຜູ້ເສຍຊີວິດ 80% ມີອາຍຸຕັ້ງແຕ່ 70 ປີ ຂຶ້ນໄປ. ໂຕເລກຫຼ້າສຸດ ສົ່ງຜົນໃຫ້ໃນເດືອນນີ້ ມີຜູ້ເສຍຊີວິດຈາກການເປັນລົມແດດ ໃນນະຄອນຫຼວງໂຕກຽວ ລວມທັງໝົດ 79 ກໍລະນີ ກົມອຸຕຸນິຍົມວິທະຍາ ຂອງຍີ່ປຸ່ນເປີດເຜີຍວ່າ ໃນວັນທີ 17 ສິງຫາ ຜ່ານມາ ພື້ນທີ່ ເມືອງຮະມະມະສື ໃນ ແຂວງຊິສືໂອກະ ທາງພາກກາງຂອງປະເທດທີ່ມີອຸນຫະພູມສູງສຸດ ເປັນປະຫວັດສາດຢູ່ທີ່ 41,1 C ເທົ່າກັບອຸນຫະພູມ ໃນເມືອງຄຸມະງະຍະ ໃຫ້ກັບນະຄອນຫຼວງໂຕກຽວ ໃນເດືອນ ກໍລະກົດ 2018. ໄລຍະກາງອາທິດຜ່ານມາ ຍີ່ປຸ່ນຕ້ອງພົບກັບຄື່ນຄວາມຮ້ອນຮຸນແຮງ ອຸນຫະພູມໃນຫຼາຍເມືອງ,​ຫຼາຍແຂວງ ຢູ່ທີ່ 40 ອົງສາ C ...

Read More »

ຂ່າວດີ‼️ ຜູ້ຕິດເຊື້ອໂຄວິດ-19 ກໍລະນີ 21 ອອກໂຮງໝໍມື້ນີ້ ຫຼັງກວດຫາເຊື້ອເປັນລົບ 2 ຄັ້ງຕິດຕໍ່ກັນ

ໃນວັນທີ 25 ສິງຫາ 2020 ນີ້ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ຕິດເຊື້ອພະຍາດໂຄວິດ-19 ກໍລະນີ 21 ແມ່ນບໍ່ພົບເຊື້ອ 2 ຄັ້ງຕິດຕໍ່ກັນ, ໃນນມື້ນີ້ຜູ້ກ່ຽວຈະໄດ້ອອກໂຮງໝໍ ແລະ ໄປຈຳກັດບໍລິເວນຢູ່ໂຮງແຮມທີ່ໄດ້ຖືກກຳນົດໄວ້ຈົນຄົບ 14 ວັນ. ສ່ວນຜູ້ຕິດເຊື້ອກໍລະນີ 22 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ. ທັງນີ້, ວັນທີ 24 ສິງຫາ ຜ່ານມາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 513 ຄົນ, ໃນນັ້ນ ແຮງງານລາວມາແຕ່ໄທ 72 ຕົວຢ່າງ, ແຮງງານຈີນ 396 ຕົວຢ່າງ, ແຮງງານລາວມາແຕ່ຈີນ 3 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 3 ຕົວຢ່າງ, ບຸກຄົນທົ່ວໄປບໍ່ມີອາການ 38 ຕົວຢ່າງ, ຜູ້ຕິດເຊື້ອກໍລະນີທີ 21 ມາກວດຄືນ 1 ຕົວຢ່າງ ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ.​ຂ່າວດີຜູ້ຕິດເຊື້ອໂຄວິດ-19 ກໍລະນີ 21 ອອກໂຮງໝໍໄດ້ມື້ນີ້ ຫຼັງກວດຫາເຊື້ອເປັນລົບ ...

Read More »

ນະຄອນຫຼວງປັກກິ່ງຫຼຸດຜ່ອນມາດຕະການ Lock Down ອະນຸຍາດໃຫ້ປະຊາຊົນບໍ່ໃສ່ໜ້າກາກອະນາໄມໄດ້…

ທາງການຂອງນະຄອນຫຼວງປັກກິ່ງຜ່ອນຄາຍມາດຕະການປ້ອງກັນການແຜ່ລະບາດຂອງ ໂຄວິດ-19 ໂດຍອະນຸຍາດໃຫ້ປະຊາຊົນບໍ່ຕ້ອງໃສ່ໜ້າກາກອະນາໄມໃນເວລາອອກຈາກເຮືອນ ຫຼັງຈາກທີ່ປັກກິ່ງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ຕິດຕໍ່ກັນເປັນເວລາ 13 ມື້, ແຕ່ເຖິງຢ່າງໃດກໍຕາມ ປະຊາຊົນປັກກິ່ງສ່ວນໃຫຍ່ ຢືນຢັນວ່າຈະໃສ່ໜ້າກາກອະນາໄມຕໍໄປເພື່ອຄວາມປອດໄພ ແລະ ເຫດຜົນດ້ານແຮງກົດດັນຈາກສັງຄົມ ຖືໄດ້ວ່າເປັນຄັ້ງທີ 2 ທີ່ທາງການຂອງນະຄອນຫຼວງປັກກິ່ງຜ່ອນຄາຍຂໍ້ບັງຄັບໃຫ້ໃສ່ໜ້າກາກອະນາໄມ ຫຼັງຈາກມີຄຳສັ່ງ Lock Down ເພື່ອສະກະກັດກັ້ນການແຜ່ລະບາດຂອງ ໂຄວິດ-19 ເຖິງ 2 ຄັ້ງ ແລະ ປັດຈຸບັນ ແມ່ນເລີ່ມເຂົ້າສູ ພາວະປົກກະຕິແລ້ວ. ແຫຼ່ງຂໍ້ມູນ: https://www.posttoday.com/world/631195

Read More »

ອາຄານ ຖະຫຼົ່ມໃນອິນເດຍ ມີຜູ້ຕິດຢູ່ໃຕ້ອາຄານ 200 ກວ່າຄົນ…

ວັນ​ທີ 25 ສິງຫາ​ນີ້, ​ເຈົ້າໜ້າ​ທີ່​ກູ້​ໄພ​ອິນ​ເດຍ ​ເລັ່ງຄົ້ນຫາ​ຜູ້​ລອດ​ຊີວິດ ​ແລະ ຊ່ວຍ​ເຫລືອ​ ຜູ້​ທີ່​ຕິດ​ຢູ່​ ໃຕ້​ອາຄານ 200 ກວ່າ​ຄົນ ຫຼັງຈາກ ​ອາຄານ​ຖະຫລົ່ມ​ລົງ​ມາ​ ໃນ​ລັດມາ​ຮາຣ ສຕຣະ (Maharashtra) ທາງ​ຕາ​ເວັນ​ຕົກ​ ຂອງ​ປະ​ເທດທ່າມກາງ​ຝົນຕົກ​ໜັກ. ​ເບື້ອງ​ຕົ້ນ ພົບ​ມີ​ຜູ້​ເສຍ​ຊີວິດ 1 ຄົນ, ບາດ​ເຈັບ 17 ຄົນ ​ເຊິ່ງ​ເປັນ​ອາຄານຫ້ອງ​ເຊົ່າ ສູງ 5 ຊັ້ນ, ມີ​ຫ້ອງ​ພັກ 47 ຫ້ອງ ໂດຍມີ​ອາຍຸກາສ້າງຫຼາຍກວ່າ 10 ​ປີ ຕັ້ງຢູ່​ເມືອງ​ອຸດ​ສະຫະ​ກຳມາ​ຮັດ ຫ່າງ​ຈາກ ​ພາກ​ໃຕ້​ຂອງ​ມຸມ​ໄບ ​ໃນລັດມາ​ຮາຣາສຕຣະ ປະມານ 200 ກິ​ໂລ​ແມັດ. ​ເຫດ​ອາຄານ​ຖະຫລົ່ມ​ເກິ​ດຂຶ້ນເປັນ​ປະຈຳ​ໃນ​ອິນ​ເດຍ ​ໂດຍ​ສະ​ເພາະ ​ໃນ​ໄລຍະລະດູຝົນ ​ໂດຍ​ຕົວ​ເລກຜູ້​ເສຍ​ຊີວິດ ຈາກ​ຝົນຕົກ​ໜັກໄລຍະ​ລະດູ​ມໍ​ລະ​ສຸມ ​ໃນ​ອາຊີ​ໃຕ້ ​ປີ​ນີ້ ສູງ​ເຖິງ 1.200 ຄົນ, ​ໃນ​ນີ້ ຢູ່​ອິນ​ເດຍ ​ເສຍ​ຊີວິດ 800 ກວ່າ​ຄົນ, ​ໃນ​ລັດ​ເກຣລະ ທາງ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ​ຂອງ​ປະ​ເທດ ...

Read More »

4 ປະເທດ ກຳປູເຈຍ – ລາວ – ມຽນມາ – ຫວຽດນາມ ຮ່ວມປຶກສາຫາລືດ້ານເສດຖະກິດ

ກອງປະຊຸມ ລັດຖະມົນຕີ ເສດຖະກິດ ບັນດາປະເທດ ກຳປູເຈຍ – ລາວ – ມຽນມາ – ຫວຽດນາມ ຄັ້ງທີ 12 (CLMV EMM 12) ໄດ້ຈັດຂຶ້ນ ທາງອອນລາຍ ​ເມື່ອ​ບໍ່​ດົນ​ມາ​ນີ້ ​ເຊິ່ງ​ເປັນເຫດການ ສຳຄັນ ນອນໃນຂອບເຂດ ລາຍການ ຂອງກອງປະຊຸມ ລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 52 (AEM 52). ສຳລັບ​ກອງ​ປະຊຸມ​ຄັ້ງນີ້ ໄດ້ສຸມໃສ່ ແລກປ່ຽນ ບາງບັນຫາຕົ້ນຕໍຄື: ການກວດກາຄືນໃໝ່, ຕີລາຄາ ສະພາບການ ຜັນຂະຫຍາຍ ແຜນການກະທຳ ຮ່ວມມື ເສດຖະກິດ CLMV ໄລຍະ 2019 – 2020, ຮັບຮອງເອົາ ແຜນການກະທຳ ຮ່ວມມືເສດ ຖະກິດ CLMV ໄລຍະ 2021 – 2022, ແຜນການຮັບມື ແລະ ຟື້ນຟູ ພາຍຫລັງ ໂລກລະບາດ Covid – 19 ຈາກ​ນັ້ນ ທ່ານ ເຈິ່ນ ຕວັນແອງ ລັດຖະມົນຕີ ກະຊວງ ອຸດສາຫະກຳ – ການຄ້າ ຫວຽດນາມ ໄດ້ສະເໜີ ໃຫ້ບັນດາປະເທດ CLMV ເພີ່ມທະວີ ການສົມທົບກັນ ...

Read More »

ສົງໄສຜູ້ນຳເກົາຫຼີເໜືອ Kim Jong Un ບໍ່ສະບາຍ ອາດມອບໜ້າທີ່ໃຫ້ນ້ອງສາວ…

ນັກການທູດເກົາຫຼີໃຕ້ຄົນໜຶ່ງ ກຳລັງຄາດເດົາວ່າ ຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un ກຳລັງບໍ່ສະບາຍ ແລະ ນ້ອງສາວຂອງທ່ານຄື Kim Yo Jong ກຳລັງກຽມຕົວທີ່ຈະເຂົ້າຮັບຕຳແໜ່ງແທນ. ທ່ານ Chang Song-min ຜູ້ຊ່ວຍອະດີດປະທານາທິບໍດີຄົນສຸດທ້າຍຂອງເກົາຫຼີໃຕ້ ກ່າວວ່າ ທ່ານ Kim ກຳລັງຢູ່ໃນສະພາບບໍ່ສະບາຍ ແລະ ໂຄງປະກອບການສືບທອດຕຳແໜ່ງທີ່ສົມບູນຍັງບໍ່ໄດ້ຖືກສ້າງຕັ້ງຂຶ້ນ, ການກ່າວຫາຂອງລາວ ແມ່ນເກີດຂຶ້ນພຽງແຕ່ສອງມື້ ຫຼັງຈາກອົງການສືບລັບຂອງເກົາຫຼີໃຕ້ກ່າວວ່າຜູ້ນຳ ອາຍຸ 36 ປີ ຂອງເກົາຫຼີເໜືອ ໄດ້ມອບສິດອຳນາດສ່ວນໜຶ່ງ ໃຫ້ແກ່ຜູ້ຊ່ວຍທີ່ໃກ້ຊິດຂອງລາວ, ລວມທັງນ້ອງສາວຂອງລາວ. ໃນກອງປະຊຸມສ່ວນຕົວ ກັບບັນດານັກກົດໝາຍ ໃນອາທິດຜ່ານມາ, ອົງການສືບລັບແຫ່ງຊາດຂອງເກົາຫຼີໃຕ້ກ່າວວ່າ Kim Yo-jong ຮອງຫົວໜ້າພະແນກ ຄົນທຳອິດຂອງ ຄະນະກຳມະການສູນກາງພັກກຳມະກອນ ແມ່ນກຳລັງຊີ້ນຳວຽກງານລວມຂອງລັດ ໃນຄະນະຜູ້ແທນ, ໂດຍໃຫ້ຮູ້ວ່າທ່ານ Kim Jong Un ຜູ້ເປັນອ້າຍຂອງລາວຍັງຮັກສາສິດອຳນາດທຸກຢ່າງ. ເຖິງຢ່າງໃດກໍ່ຕາມ, ຄວາມສົງໄສຍັງມີມາເລື້ອຍໆ ເພາະນີ້ບໍ່ແມ່ນຄັ້ງທຳອິດ ທີ່ທ່ານ Kim ບໍ່ໄດ້ພົບປະກັບຜູ້ຄົນໃນສາທາລະນະເປັນເວລາດົນນານ ແລະ ບໍ່ໄດ້ຊີ້ແຈງກ່ຽວກັບສຸຂະພາບຂອງລາວ. ໃນເດືອນເມສາຜ່ານມາ, ມີລາຍງານວ່າ ...

Read More »

ເສດຖີຍຸກໃໝ່ ເລັ່ງຊື້ພາສປອດຍ້າຍປະເທດ ໜີຈາກ ໂຄວິດ-19…

ການຊື້ພາສປອດບໍ່ແມ່ນເລື່ອງແປກໃໝ່ ເນື່ອງຈາກລັດຖະບານຫຼາຍປະເທດມີການມອບສັນຊາດ ຫຼືວີຊ່າ ໃຫ້ຕ່າງປະເທດທີ່ເຂົ້າໄປລົງທຶນໃນປະເທດ ໂດຍຈຸດປະສົງຂອງຜູ້ລົງທຶນເພື່ອຮັບສັນຊາດໃໝ່ ທີ່ມີການຮັບຊັບສິນຕັ້ງແຕ່ 2-50 ລ້ານໂດລາສະຫະລັດ ຫຼືອາດຈະຫຼາຍກວ່ານັ້ນ ເພື່ອເສລີພາບ ໃນການຍ້າຍຖິ່ນຖານ ສິດທິປະໂຫຍດທາງພາສີ ຫຼືການເຂົ້າເຖິງການສຶກສາທີ່ດີ. ໂດຍ ໄລຍະທີ່ເກີດການແຜ່ລະບາດຂອງໂຄວິດ-19 ໃນຂະນະທີ່ຄົນສ່ວນຫຼາຍ ບໍ່ສາມາດເດີນທາງທ່ອງທ່ຽວຂ້າມປະເທດໄດ້ ແຕ່ສຳລັບບັນດາຄອບຄົວເສດຖີ ແມ່ນມີການຊື້ພາສປອດ ຫຼືຊື້ສັນຊາດເພີ່ມຂຶ້ນ, ເຊິ່ງເຫດຜົນກໍຄືການຮັບບໍລິການດ້ານສຸຂະພາບ ແລະ ການຊອກຫາປະເທດອື່ນຮອງຮັບ ເພື່ອເຫດການໃນອະນາຄົດ ແລະ ເພື່ອເປັນສະຖານທີ່ລົບໄພໃຫ້ຄອບຄົວ ຫາກເກີດການລະບາດຮອບສອງ. ພາບປະກອບເທົ່ານັ້ນ ໂດມິນິກ ໂວເລັກ ຫົວໜ້າພະແນກອາຊີ ຂອງບໍລິສັດທີ່ໃຫ້ຄຳປຶກສາດ້ານການຖືສັນຊາດ ໄດ້ກ່າວວ່າ:​ ບັນດາເສດຖີ ບໍ່ຄ່ອຍວາງແຜນລ່ວງໜ້າ 5-10 ປີ ແຕ່ວາງແຜນດ້ານການເງິນ ແລະ ຄວາມເປັນຢູ່ລ່ວງໜ້າເຖິງ 100 ປີ ໂດຍສະເພາະໄລຍະການລະບາດຂອງໂຄວິດ-19 ທີ່ອາດຈະເປັນການລະບາດໃຫຍ່ໃນຄັ້ງດຽວຂອງຊີວິດພວກເຂົາ ເຊິ່ງໃນໄລຍະທີ່ຜ່ານມາ ບໍລິສັດຂອງພວກເຂົາມີຈຳນວນລູກຄ້າທີ່ລົງທຶນແລ່ນເອກະສານເລື່ອງຂໍຊື້ສັນຊາດ ແລະ ວີຊ່າ ເພີ່ມຂຶ້ນເຖິງ 42% ໂດຍ ມອນເຕເນໂກຣຄືຜູ້ທີ່ມີຜູ້ລົງທຶນ ຊື້ສັນຊາດຫຼາຍທີ່ສຸດ, ຕໍ່ມາແມ່ນໄຊປຣັສ ແລະ ມອລຕາ ເນື່ອງຈາກຜູ້ຖືສັນຊາດນີ້ ຈະໄດ້ເສລີພາບ ໃນກາຍ້າຍຖິ່ນຖານໄປປະເທດອື່ນ ໃນສະຫະພາບເອີຣົບ ...

Read More »