Author Archives: admin target

ຮອງປະທານບໍລິສັດຊຳຊຸງ ຖືກຟ້ອງຢູ່ສານ ສ.​ເກົາຫຼີ​

ໄອຍາການຂອງເກົາຫຼີໃຕ້ຟ້ອງ Jay Y. Lee ຮອງປະທານບໍລິສັດ Samsung Electronics Co. ໃນຂໍ້ກ່າວຫາ ລວມເຖິງການປັ່ນຫຸ້ນ ເຊິ່ງເຮັດໃຫ້ຕົວຈິງທີ່ເປັນຫົວໜ້າບໍລິສັດ Electronics ທີ່ໃຫຍ່ທີ່ສຸດໃນໂລກຈະຕ້ອງສູ້ໄດ້ຄະດີເປັນເວລາຫຼາຍປີ ສໍານັກງານໄອຍາການເຂດກາງຂອງກຸງໂຊໄດ້ຮ້ອງຟ້ອງ 11 ຄົນລວມທັງ Jay Y. Lee ແລະ ອະດີດຜູ້ບໍລິຫານ. ໃນການຕັດສິນໃຈຟ້ອງ Jay Y. Lee ໃນຄັ້ງນີ້ເປັນການທ້າທາຍຄໍາແນະນໍາຂອງຄະນະກຳມະການ ແລະ ເພີ່ມຄວາມທ້າທາຍທາງກົດໝາຍສໍາຫຼັບ ບໍລິສັດ ທີ່ມີຄຸນຄ່າທີ່ສຸດຂອງປະເທດ, ການພິຈາລະນາຄະດີດັ່ງກ່າວ ອາດຈະໃຊ້ເວລາເຖິງ 18 ເດືອນ ຫຼືອາດຈະຍາວໄປອີກ 2 ປີ ແລະ ຄະດີນີ້ໄດ້ຮັບການຕັດສິນຈາກສານຊັ້ນສູງຂອງປະເທດ. Jay Y. Lee ອາຍຸ 52 ປີ ມີສ່ວນກ່ຽວຂ້ອງເລື່ອງທີ່ຜິດກົດໝາຍເຮັດໃຫ້ປະເທດເຊື່ອມເສຍ ເຊິ່ງເປັນເຫດເຮັດໃຫ້ສານໄອຍາການພິເສດຟ້ອງຮ້ອງໃນຕົ້ນປີ​ ພສ 2560 ທີ່ຜ່ານມາ ຍ້ອນ ສໍ້ໂກງ ແລະ ກ່າວຫາວ່າ Samsung ໃຊ້ເງິນໃຫ້ກັບຄົນສະນິດຂອງອະດີດປະທານາທິບໍດີ Park ເພື່ອແລກກັບການສະໜັບສະໜູນຈາກລັດຖະບານໃນການສືບທອດຕໍາແໜ່ງ.​ ນອກຈາກການກວດສອບການສໍ້ໂກງໃນຄັ້ງນີ້ແລ້ວ ຍັງໄດ້ມີກວດສອບການຄວບຄຸມກິດຈະການທີ່ມີຂໍ້ຂັດແຍ່ງກັນລະຫວ່າງໜ່ວຍງານຂອງ ...

Read More »

ທູດລາວປະຈຳ ສສ ຫວຽດນາມ ເຂົ້າອວຍພອນຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ແລະ ກະຊວງຕ່າງປະເທດ

ໃນລະຫວ່າງວັນທີ 27-28 ສິງຫາ 2020 ທີ່ ຜ່ານມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ນຳພາຄະນະ ແລະ ພະນັກງານສະຖານທູດລາວ ເຂົ້າອວຍພອນສະຫາຍ ຫງວຽນ ຮຸຍຕັ້ງ ຮອງຫົວໜ້າ, ຜູ້ປະ ຈຳການ ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຫວຽດນາມ ແລະ ສະຫາຍ ຫງວຽນ ກວັກ ຊຸງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ເນື່ອງໃນໂອກາດວັນຊາດຂອງ ສສ ຫວຽດ ນາມ ຄົບຮອບ 75 ປີ (2/9/1945-2/9/2020) ແລະ ວັນສ້າງສາຍພົວພັນການທູດລະຫວ່າງສອງປະ ເທດ ຄົບຮອບ 58 ປີ (5/9/1962-5/9/2020). ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມດີໃຈ ແລະ ຄວາມຊົມເຊີຍຕໍ່ບັນດາໝາກຜົນ ທີ່ປະຊາຊົນຫວຽດນາມພາຍໃຕ້ການຊີ້ນນຳ-ນຳພາ ຂອງພັກກອມມູນິດຫວຽດນາມ ໄດ້ຮັບຜົນສຳເລັດ ແລະ ...

Read More »

ສະຫລຸບ ຖອດຖອນບົດຮຽນ ຜູ້ບໍລິຫານ – ຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງ ທົ່ວປະເທດ ປະຈຳສົກປີ 2019 – 2020

ກອງປະຊຸມສະຫຼຸບ ຖອດຖອນບົດຮຽນ ວຽກງານຜູ້ບໍລິຫານ – ຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫລວງວຽງຈັນ ປະຈຳສົກປີ 2019 – 2020 ໄດ້ຈັດຂຶ້ນ ວັນທີ 31 ສິງຫານີ້ ຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງ ອຸດົມໄຊ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ແລະ ທ່ານ ຮສ ພູວົງ ອຸ່ນຄຳແສນ ຮັກສາການຫົວຫນ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາຄະນະສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ,ຄະນະອຳນວຍການໂຮງຮຽນການເມືອງ ແລະ ການປົກຄອງ 18 ແຂວງ ຕະຫລອດຮອດພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງອຸດົມໄຊ ເຂົ້າຮ່ວມ. ກອງປະຊຸມນີ້ຈັດຂຶ້ນ ເພື່ອຕີລາຄາຄືນຜົນການເຄື່ອນໄຫວຈັດຕັ້ງປະຕິບັດຫນ້າທີ່ການເມືອງຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໃນຂອບເຂດທົ່ວປະເທດ ໃນໄລຍະ 1 ປີ ຜ່ານມາ, ພ້ອມທັງກຳນົດທິດທາງແຜນການ ເຄື່ອນໄຫວໃນສົກປີຕໍ່ໜ້າ, ເພື່ອປັບປຸງ, ແກ້ໄຂ ແລະ ຍົກລະດັບ ດ້ານຄຸນນະພາບ ...

Read More »

ເດືອນກໍລະກົດ ລາວ ນໍາເຂົ້າ-ສົ່ງອອກ ສິນຄ້າບັນລຸ 790 ລ້ານກວ່າໂດລາ

ໃນເດືອນ ກໍລະກົດ ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງ ສປປ ລາວ ບັນລຸໄດ້ເຖິງ 792 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 372 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 419 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 47 ລ້ານໂດລາສະຫາລັດ. ຈາກສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໃຫ້ຮູ້ວ່າ: ສິນຄ້າສົ່ງອອກຫລັກຂອງ ສປປ ລາວ ລວມມູນຄ່າປະມານ 372 ລ້ານໂດລາສະຫະລັດ, ໃນນັ້ນມີ ແຮ່ທອງ ມູນຄ່າປະມານ 41 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ ມູນຄ່າປະມານ 17 ລ້ານໂດລາສະຫະລັດ, ໝາກກ້ວຍ ມູນຄ່າປະມານ 19 ລ້ານໂດລາສະຫະລັດ, ເຍື່ອໄມ້, ເສດເຈ້ຍ ມູນຄ່າປະມານ 23 ລ້ານໂດລາສະຫະລັດ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ ມູນຄ່າປະມານ 11 ລ້ານໂດລາສະຫະລັດ, ເຄື່ອງດື່ມ ...

Read More »

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2020-2021. ພໍ່ແມ່ພີ່ນ້ອງປວງຊົນລາວໃນທົ່ວປະເທດທີ່ເຄົາລົບ;ບັນດາຜູ້ບໍລິຫານການສຶກສາ, ຜູ້ຊົງຄຸນວຸດທິ, ຄູອາຈານໃນທົ່ວປະເທດ ທີ່ນັບຖື ແລະ ຮັກແພງ;ບັນດາລູກຫຼານນັກຮຽນ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ 1 ກັນຍາ ແລະ ວັນເປີດໂທລະພາບການສຶກສາ ຢ່າງເປັນທາງການ, ຂ້າພະເຈົ້າຂໍຕາງໜ້າກົມການເມືອງສູນກາງພັກ ແລະ ລັດຖະບານ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວ ອັນອົບອຸ່ນ, ​ຄວາມຮັກແພງອັນຈິງໃຈມາຍັງຜູ້ບໍລິຫານກາສຶກສາທຸກຂັ້ນ, ຄູອາຈານ ແລະ ນັກຮຽນ-ນັກສຶກສາທຸກຊັ້ນ, ທຸກສາຍ ທຸກລະດັບ ທຸກຂົງເຂດໃນຂອບເຂດທົ່ວປະເທດມານະໂອກາດນີ້. ດັ່ງທີ່ພວກເຮົາເຂົ້າໃຈກັນເປັນຢ່າງດີ ແລະ ເລິກເຊິ່ງນຳກັນແລ້ວວ່າ ແມ່ນການສ້າງຊັບພະຍາກອນມະນຸດ, ຊັບພະຍາກອນບຸກຄົນ, ເປັນກຳລັງແຮງ, ເປັນປັດໃຈສຳຄັນຍິ່ງ ທີ່ມີລັກສະນະຕັດສິນກວ່າໝູ່ ໃນການພັດທະນາປະເທດຊາດຂອງທຸກຍຸກທຸກສະໄໝ. ຍ້ອນເຫັນຄວາມສຳຄັນຍິ່ງ ຂອງວຽກງານການສຶກສາ ພວກເຮົາຍາມໃດກໍໃຫ້ທິດທາງ,​ ນະໂຍບາຍທີ່ໜັກແໜ້ນຕະຫຼອດມາວ່າ: ການສຶກສາຕ້ອງໄປກ່ອນກ້າວໜຶ່ງ. ຕະຫຼອດໄລຍະທີ່ຜ່ານມາ ລັດຖະບານທຸກຍຸກທຸກສະໄໝ ໄດ້ເອົາໃຈໃສ່ວຽກງານການພັດທະນາການສຶກສາ ຂອງຊາດເຮົາຕໍ່ໄປ ແລະ ໄດ້ມີການພັດທະນາ ເປັນຮູບປະທຳຕະຫຼອດມາ ແລະ ຈະສືບຕໍ່ໃຫ້ຄວາມເອົາໃຈໃສ່ວຽກງານພັດທະນາການສຶກສາຂອງຊາດເຮົາຕໍ່ໄປ ເພື່ອສ້າງຄົນລາວໃຫ້ມີຄວາມຮູ້, ຄວາມສາມາດສູງຂຶ້ນ ແລະ ...

Read More »

ແຈ້ງການ ມອດໄຟຟ້າ

ຝ່າຍປະຕິບັດການ ໄຟຟ້ານະຄອນຫລວງ ສາຂາໄຟຟ້າເມືອງນາຊາຍທອງ ແຈ້ງການມອດໄຟຟ້າ ໃນວັນອັງຄານ 1 ກັນຍາ 2020 ຢູ່ບ້ານອິໄລເໜືອ ນົກແກ້ວລີສອດ ນັບແຕ່ເວລາ 9:00 ໂມງ ຫາ 14:00 ໂມງ

Read More »

ມະຫາວິທະຍາໄລແຫ່ງຊາດ ຈະຮັບນັກສຶກສາ 9 ພັນກວ່າຄົນ

ມະຫາວິທະຍາໄລ ແຫ່ງຊາດ (ມຊ) ຈັດການສອບເສັງຄັດເລືອກ ເອົານັກສຶກສາເຂົ້າຮຽນສົກສຶກສາ 2020-2021 ຢ່າງເປັນທາງການ ໃນວັນທີ 29 ສິງຫາ 2020 ທີ່ຜ່ານມາ, ໂດຍມີນັກສຶກສາມາສອບເສັງທັງໝົດ 14.300 ກວ່າຄົນ ແລະ ຈະຮັບເອົາຕົວຈິງ 9 ພັນກວ່າຄົນ, ໃນນັ້ນລວມທັງນັກສຶກສາໃນແຜນ ແລະ ລະບົບຕໍ່ເນື່ອງ ເຂົ້າໃນລະບົບປະລິນຍາຕີ (ຮຽນປົກກະຕິ) ທັງໝົດ 107 ສາຂາ, ລະບົບອະນຸປະລິນຍາ 4 ສາຂາ ເຊິ່ງນອນໃນ 13 ຄະນະ, ເຊິ່ງຄະນະວິຊາ ທີ່ນັກຮຽນໃຫ້ຄວາມສົນໃຈ ລົງທະບຽນເຂົ້າສອບເສັງຫລາຍກວ່າໝູ່ ແມ່ນຄະນະອັກສອນສາດ (ສາຍພາສາຈີນ, ພາສາອັງກິດ), ຄະນະເສດຖະ ສາດ ແລະ ບໍລິຫານທຸລະກິດ (ສາຍວິຊາບໍລິຫານທຸລະກິດ, ການເງິນການທະນາຄານ ແລະ ການບັນຊີ). ທ່ານ ຄໍາຜົງ ນາມມະວົງມີໄຊ ຮອງອະທິການບໍດີ ມຊ, ຜູ້ຊີ້ນໍາວຽກງານວິຊາການ ລາຍງານໃຫ້ຮູ້ວ່າ: ການສອບເສັງໃນປີນີ້, ມີ 1 ສູນສອບເສັງໃຫຍ່ ຄື (ວິທະຍາເຂດດົງໂດກ), ...

Read More »

ການຂະຫຍາຍຕົວຂອງເສດຖະກິດມະຫາພາກ

ເຖີງແມ່ນວ່າປະເທດເຮົາຈະຖືກຜົນກະທົບຈາກການລະບາດຂອງພະຍາດ Covid-19 ເຊິ່ງເກີດຂຶ້ນໃນໄຕມາດທີ 1 ຂອງປີ 2020 ຄືກັນກັບຫລາຍປະເທດໃນໂລກ; ແຕ່ໃນໄລຍະ 5 ເດືອນຜານມາກໍສາມາດມີຜົນງານດັ່ງບົດລາຍງານຂອງ ທ່ານ ທອງລຸນ ສີສຸລິດ; ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ; ແຜນງົບປະມານແລະແຜນເງິນຕາ 5 ເດືອນ; ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງຮຽກງານຈຸດສຸມ 6 ເດືອນທ້າຍປີ 2020 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ່ 9 ຂອງສະພາແຫ່ງຊາດຊຸດທີ່ VIII ຄັ້ງວັນທີ່ 24 ມີຖຸນາ ປີ 2020 ເຊີ່ງໃນຈຸດການຂະຫຍາຍຕົວຂອງເສດຖະກິດມະຫາພາກມີດັ່ງນີ້: ດ້ານເສດຖະກິດມະຫາພາກ ການຂະຫຍາຍຕົວຂອງເສດຖະກິດ: ຍ້ອນມີການກະທົບຈາກຫຼາຍປັດໄຈ ດັ່ງທີ່ກ່າວມານັ້ນອີງໃສ່ການຄາດຄະເນຂອງສະຖາບັນຄົ້ນຄ້ວາເສດຖະກິດແຫ່ງຊາດ ໂດຍນຳໃຊຂໍ້ມູນ 3 ເດືອນຄາດຄະເນໝົດປີ 2020 ເສດຖະກິດຂອງປະເທດເຮົາ (GDP) ຈະຂະຫຍາຍຕົວຢູ່ໃນລະດັບ 3,3% (ສະພາແຫ່ງຊາດຮັບຮອງ 6,5),ໃນກໍລະນີ GDP ຂະຫຍາຍຕົວ 3,6% ຈະມີມູນຄ່າໃນປີ ປະມານ 175.720 ຕື້ກີບ, ປັດໄຈທີ່ເຮັດໃຫ້ GDP ຂະຫຍາຍຕົວໃນລະດັບ ...

Read More »

ທົ່ວໂລກມີຜູ້ຕິດເຊື້ອທະລຸ 25 ລ້ານກວ່າຄົນແລ້ວ

ໃນຕອນເຊົ້າ ວັນທີ 31/08/2020 ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ 25.125.084 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 845.361 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 17.343.425 ຄົນ. ອາເມລິກາຍັງຄົງແມ່ນປະເທດຖືກຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດ Covid – 19 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 6.132.930 ຄົນ, ໃນນັ້ນມີ 186.727 ຄົນເສຍຊີວິດ.

Read More »

ເບິ່ງການພັດທະນາຂະແໜງອຸດສາຫະກຳ ແລະ ການຄ້າ

ການພັດທະນາຂະ​ແໜງ​ອຸດສາຫະກໍາ​ ​ແລະ ການ​ຄ້າ ໃນໄລຍະຜ່ານມາ ຖືວ່າມີທ່າກ້າວທີ່ໜັກແໜ້ນຂຶ້ນ ຍ້ອນຂະແໜງນີ້ໄດ້ສຸມໃສ່ຜັນຂະຫຍາຍການຈັດຕັ້ງປະຕິບັດນິຕິກຳຂອງລັດຖະບານ ເປັນຕົ້ນແມ່ນ ຄໍາສັ່ງນາຍົກເລກທີ 02/ນຍ ກ່ຽວກັບການປັບປຸງລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດຢູ່ລາວ, ຄໍາສັ່ງນາຍົກເລກທີ 12/ນຍ ດ້ານ 8 ມາດຕະການຊຸກຍູ້ເສດຖະກິດ ຕະຫຼອດເຖິງດໍາລັດເລກທີ 253/ລບ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ແຕ່ປີ 2016-2020 ແລະ ດໍາລັດເລກທີ 299/ນຍ ວ່າດ້ວຍການຜັນຂະຫຍາຍກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກໍຄື ມະຕິຂອງສະພາແຫ່ງຊາດວາງອອກ ໃນແຕ່ລະປີ. ພ້ອມນັ້ນ, ຂະແໜງອຸດສາຫະກໍາ ແລະ ການຄ້າ ໄດ້ຮັບຮອງແຜນດໍາເນີນງານວຽກອໍານວຍຄວາມສະດວກການຄ້າ ປີ 2017-2022 ເພື່ອອຳນວຍຄວາມສະດວກດ້ານການຄ້າ ທັງສ້າງເງື່ອນໄຂເຮັດໃຫ້ການສ້າງຕັ້ງ ແລະ ດໍາເນີນທຸລະກິດສະດວກຫຼາຍຂຶ້ນ ພ້ອມກັບການພັດທະນາເຂດການຄ້າຊາຍແດນ, ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານນໍາເຂົ້າ ແລະ ສົ່ງອອກ, ສ້າງຂີດຄວາມສາມາດວຽກງານການຄ້າພາຍໃນ, ສົ່ງເສີມການກໍ່ສ້າງສູນການຄ້າທັນສະໄໝ ແລະ ຄຸ້ມຄອງລາຄາສິນຄ້າ, ແກ້ໄຂບັນຫາຂັ້ນຂອດການກວດກາການເຄື່ອນຍ້າຍ-ຈໍລະຈອນສິນຄ້າ ໃຫ້ວ່ອງໄວກວ່າເກົ່າ. ສິ່ງສຳຄັນແມ່ນໄດ້ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ ຫຼືເອັສເອັມອີ ...

Read More »