ແຕ່ງຕັ້ງ ລັດຖະມົນຕີ ຫົວໜ້າ ຫສນຍ-ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້….

ວັນທີ 5 ພະຈິກ 2020, ໄດ້ມີພິທີມອບ-ຮັບໜ້າທີ່ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ລະຫວ່າງທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ເປັນລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ຄຳເຈນ ວົງໂພສີ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ມາເປັນລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຜູ້ໃຫມ່ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ສະມາຊິກພັກ ພະນັກງານການນຳເຂົ້າຮ່ວມ.

ໂອກາດນີ້, ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານລັດຖະດຳລັດປະທານປະເທດວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງ ທ່ານ ອາລຸນແກ້ວ ກິດຕິ ຄຸນ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ອອກພັກການຮັບອຸດໜູນບຳນານ. ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນໃຫ້ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຄົນໃໝ່ ຈົ່ງນຳພາຮັກສາຫລັກການ ແລະ ລະດັບຄວາມຕໍ່ເນື່ອງຂອງວຽງງານພັກ-ວຽກງານລັດ ເປັນຕົ້ນແມ່ນ ໃຫ້ສືບຕໍ່ນຳພາສ້າງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃຫ້ມີຄວາມສະຫງົບປອດໄພດີ, ມີຄວາມສ້າງສັນສາມັກຄີຢ່າງແໜ້ນແຟ້ນ, ຫັນເປັນທັນສະໄໝ, ຫັນເປັນຊ່ຽວ ຊານ ແລະ ເອົາໃຈໃສ່ບຳລຸງກໍ່ສ້າງ ແລະ ຈັດວາງຊັບຊ້ອນພະນັກງານ-ລັດຖະກອນ ໃຫ້ສອດຄ່ອງກັບຄວາມຮູ້ຄວາມສາມາດ, ນຳພາຄຸ້ມຄອງ, ປົກປັກຮັກສາ ແລະ ກວດກາການນຳໃຊ້ຊັບສົມບັດ ແລະ ການໃຊ້ງົບປະມານຂອງລັດ ຢ່າງປະຢັດມັດທະຍັດ ແລະ ຕ້ານການຟຸມເຟືອຍ.

ແຫຼ່ງຂໍ້ມູນ: ວສລ

Comments