12 ເດືອນ ອົງການແມັກ ເກັບກູ້ລະເບີດບໍ່ທັນແຕກໄດ້ເກືອບ 900 ລູກ….

ວັນທີ 6 ພະຈິກ 2020 ທີ່ພະແນກພາຍໃນແຂວງຄຳມ່ວນ ອົງການເກັບກູ້ລະເບີດ (ແມັກ) ໄດ້ສະຫລຸບໂຄງການກວດກູ້ລະເບີດ ເພື່ອສະໜັບສະໜູນການພັດທະນາຊຸມຊົນ ຢູ່ເມືອງຍົມມະລາດ ​ແຂວງຄຳມ່ວນ

ໂດຍການເຂົ້າຮ່ວມຂອງທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ, ທ່ານ Simon Rea ຫົວຫນ້າອົງການເກັບກູ້ລະເບີດ (ແມັກ) ປະຈຳ ສປປ ລາວ, ມີ ການນຳເມືອງຍົມມະລາດ ແລະ ນາຍບ້ານໃນເຂດເປົ້າໝາຍຂອງໂຄງການເຂົ້າຮ່ວມ.

ໜ້າທີ່ໃດກໍ່ປະຕິບັດສໍາເລັດເປັນຢ່າງດີ

ທ່ານ ສີອຳພອນ ບຸດສະດີ ໄດ້ຕາງຫນ້າອົງການຂຶ້ນຜ່ານສະຫລຸບການຈັດຕັ້ງປະຕິບັດໃນໄລຍະ 12 ເດືອນຜ່ານມາ. ເຊິ່ງໂຄງການເກັບກູ້ລະເບີດ ເພື່ອສະໜັບສະໜູນການພັດທະນາຊຸມຊົນຢູ່ເມືອງຍົມມະລາດ ແຂວງຄຳມ່ວນ ໂດຍໄດ້ຮັບການສະໜັບສະໜູນຈາກມູນນິທິ UMCOR ປະເທດສະຫະລັດອາເມລິກາ ດ້ວຍງົບປະມານ 500.000 ໂດລາ

ເຊິ່ງມີໄລຍະການຈັດຕັ້ງປະຕິບັດ 12 ເດືອນ ເລີ່ມແຕ່ເດືອນກັນຍາ 2019 ຫາ ສິງຫາ 2020 ໃນເຂດ 5 ບ້ານທີ່ນອນຢູ່ໃນເປົ້າໝາຍຄື: ບ້ານຄຳແຮ່, ຫາງການ, ຊຽງດາວ, ບ້ານສ້າງ-ປຸງບອນ ແລະ ບ້ານຕະຫລາກ. ຜ່ານການຈັດຕັ້ງປະຕິບັດຕົມຈິງ ໃນ 2 ກິດຈະກຳຫລັກຄື: ການສຳຫລວດ ແລະ ການເກັບກູ້ລະເບີດອອກຈາກເນື້ອທີ່. ໃນນັ້ນ ກິດຈະກຳການສຳຫລວດເນື້ອທີ່ດິນ ປະຕິບັດໄດ້ທັງໝົດ 6.903.542 ຕາແມັດ ໃນ 5 ບ້ານເປົ້າໝາຍ ຫລື ເທົ່າກັບ 223% ຂອງຄາດໝາຍທີ່ວາງໄວ້.

my3 - ຂ່າວທັນເຫດການ

ສ່ວນກິດຈະກຳການເກັບກູ້ລະເບີດອອກຈາກເນື້ອທີ່ດິນແມ່ນຈັດຕັ້ງປະຕິບັດໄດ້ພຽງແຕ່ 2 ບ້ານຄື: ບ້ານຫາງການ ແລະ ບ້ານຊຽງດາວ ໃນເນື້ອທີ່ດິນ 576.632 ຕາແມັດ ສາມາດເກັບກູ້ ແລະ ທຳລາຍລະເບີດໄດ້ ທັງໝົດ 871 ລູກ ໃນນັ້ນ ເປັນປະເພດບົມບີ່ 784 ລູກ ແລະ ລະເບີດອື່ນໆ 87 ລູກ.

Laos – clearing unexploded ordnance | The GT Rider

ເມື່ອທຽບໃສ່ຄາດໝາຍແລ້ວ ການຈັດຕັ້ງປະຕິບັດເກັບກູ້ລະເບີດອອກຈາກເນື້ອທີ່ ແມ່ນປະຕິບັດໄດ້ພຽງແຕ່ 90% ເນື່ອງຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ຈຶ່ງເຮັດໃຫ້ງົບປະມານຍັງເຫລືອຈຳນວນ 147.532 ໂດລາ. ດັ່ງນັ້ນ ທາງໂຄງການຈຶ່ງໄດ້ສະເໜີຂໍຕໍ່ໄລຍະໃນການຈັດຕັ້ງປະຕິບັດຕື່ມອີກ 6 ເດືອນ ໂດຍເລີ່ມແຕ່ເດືອນ ກັນຍາ 2020 ຫາ ເດືອນກຸມພາ 2021.

ແຫຼ່ງຂໍ້ມູນ: lao youth radio

Comments