ເຊັນສັນຍາ ໂຄງການກໍ່ສ້າງ ໂຄງການຊົນລະປະທານ ຕົວແບບ ນໍ້າກະຕະ….

ໃນວັນທີ 06 ພະຈິກ 2020 ຢູ່ທີ່ໂຮງແຮມ ແລນມາກ ແມ່ຂອງ ຣີເວີຊາຍ ໄດ້ມີພິທີເຊັນສັນຍາ ເພື່ອການກໍ່ສ້າງ ໂຄງການຊົນລະປະທານ ຕົວແບບ ນໍ້າກະຕະ ເມືອງບົວລະພາ ແຂວງຄໍາມ່ວນ ລະຫວ່າງ ກົມຊົນລະປະທານ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ບໍລິສັດ ອິນຊີພັດທະນາ ກໍ່ສ້າງຈໍາກັດ.

ໂຄງການດັ່ງກ່າວ ເປັນໂຄງການ ຊ່ວຍເຫຼືອລ້າ ຈາກກອງທຶນ AFD ປະເທດຝຣັ່ງ ໃນມູນຄ່າ ໂຄງການ ທັງໝົດ 4.5 ລ້ານ ໂດລາສະຫະລັດ.

ທ່ານ ແຫຼວຄໍາ ວົງສາວັນທອງ, ຜູ້ອໍານວຍການ ບໍລິສັດ ອິນຊີພັດທະນາ ກໍ່ສ້າງ ກ່າວວ່າ ໂຄງການຊົນລະປະທານນີ້ ແມ່ນມີຄວາມສໍາຄັນຫຼາຍ ເພາະຜູ້ໃຫ້ທຶນມີຈຸດປະສົງຈະສ້າງໃຫ້ເປັນ ຕົວແບບດ້ານການພັດທະນາ ແລະ ແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນ, ໂດຍສະເພາະ ແມ່ນຢູ່ເມືອງ ບົວລະພາ ແຂວງຄໍາມ່ວນ.

ໜ້າວຽກຫຼັກຂອງໂຄງການນີ້ ປະກອບມີ ການສ້າງຝາຍນໍ້າລົ້ນ ຈໍານວນ 1 ແຫ່ງ, ການສ້າງຄອງເໝືອງຍາວ 4,000 ແມັດ ແລະ ອາຄານ ຕາມຄອງເໝືອງ ແບບຄົບຊຸດ. ໂຄງການນີ້ ຄາດວ່າ ຈະໃຊ້ເວລາ ກໍ່ສ້າງໃຫ້ສໍາເລັດ ພາຍໃນໄລຍະເວລາ 12 ເດືອນ, ໂດຍຈະສ້າງຜົນປະໂຫຍດ ອັນໃຫຍ່ຫຼວງ ໃຫ້ແກ່ປະຊາຊົນ 4 ບ້ານ ຈໍານວນ 1,700 ຄອບຄົວ ຢູ່ເມືອງບົວລະພາ ແຂວງຄໍາມ່ວນ. ບໍລິສັດ ອິນຊີພັດທະນາ ກໍ່ສ້າງ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຈາກພາກລັດຖະບານ ແລະ ອົງການຈັດຕັ້ງສາກົນ ໃນການພັດທະນາ ຫຼາຍໂຄງການ ຢູ່ ສປປ ລາວ.

ໃນເດືອນຕຸລາ ທີ່ຜ່ານມາ ບໍລິສັດ ອິນຊີພັດທະນາ ກໍ່ສ້າງ ເປັນບໍລິສັດດຽວ ທີ່ສາມາດກວາດມາໄດ້ 2 ລາງວັນ ໃນງານ ທຸລະກິດອາຊຽນດີເດັ່ນ ຂອງ ສປປ ລາວ ປະຈໍາປີ 2020, ປະກອບມີ ລາງວັນ ທຸລະກິດ ບູລິມະສິດດີເດັ່ນ ດ້ານຂະແໜງການພື້ນຖານໂຄງລ່າງ ແລະ ລາວວັນ ນັກທຸລະກິດ ດີເດັ່ນ.

ໃນຊຸ່ມປີຜ່ານມາ ບໍລິສັດ ອິນຊີພັດທະນາ ກໍ່ສ້າງຈໍາກັດ ໄດ້ມີຜົນງານອັນໂດດເດັ່ນ ປະກອບສ່ວນເຂົ້າໃນການພັດທະນາ ພື້ນຖານໂຄງລ່າງ ຢູ່ ສປປ ລາວ ເຊັ່ນ: ໂຄງການຂອງ ໄຈກ້າ (JICA) ຂອງຍີ່ປຸ່ນ, ສະຫະພາບເອີຣົບ (EU), ທະນາຄານພັດທະນາອາຊີ (ADB), ອົງການ KOICA ຂອງ ສ. ເກົາຫຼີ, ໂຄງການທີ່ໃຫ້ທຶນ ໂດຍລັດຖະບານອິນເດຍ, ແລະ ອື່ນໆ. ທຸກໆໂຄງການທີ່ໄດ້ຮັບມອບໝາຍ ບໍລິສັດ ອິນຊີ ພັດທະນາ ກໍ່ສ້າງ ແມ່ນປະຕິບັດຕາມສັນຍາ ດ້ວຍຄວາມຮັບຜິດຊອບສູງ, ມີປະສິດທິພາບ ແລະ ສໍາເລັດ ຕາມສັນຍາ ທີ່ໄດ້ກໍາໜົດໄວ້.

ແຫຼ່ງຂໍ້ມູນ: lao youth radio

Comments