ຄາດຍອດການຊື້-ຂາຍ ຈະເພີ່ມຂຶ້ນ 40% ໃນງານວາງສະແດງລົດນານາຊາດ ປີນີ້….

ກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ບໍລິສັດ ພີພີ ເອັນເຕີເທນເມັ້ນ ຈໍາກັດຜູ້ດຽວ ຈັດງານວາງສະແດງລົດນາໆຊາດ ວຽງຈັນ 2020 ຄັ້ງທີ V (Vientiane international motor Expo) ຢູ່ທີ່ສູນການຄ້າລາວ-ໄອເຕັກຕຶກເກົ່າ; ໂດຍມີພິທີເປີດຢ່າງເປັນທາງການໃນວັນທີ 9 ພະຈິກ 2020 ນີ້ ໂດຍການເປັນປະທານຂອງທ່ານ ໄຊສົມແພງ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ;

ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ; ທ່ານ ພອນຈັນ ເພັງສຸວັນ ອໍານວຍການບໍລິສັດ ພີພີ ເອັນເຕີເທັນເມັ້ນ ຈໍາກັດຜູ້ດຽວ ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ, ເຈົ້າຂອງຄ້າຍລົດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເຊິ່ງງານຈະດຳເນີນໄປເປັນເວລາ 9ວັນ ນັບແຕ່ວັນທີ 7-15ພະຈິກ 2020 ນີ້.

ທ່ານ ພອນຈັນ ເພັງສຸວັນ ກ່າວວ່າ: ສໍາລັບງານປີນີ້ ພວກເຮົາມີບັນດາຄ້າຍລົດຫຼາກຫຼາຍຄ້າຍເຂົ້າຮ່ວມເຊັ່ນ: Honda, Toyota, Nissan, Mazda, MG, Suzuki, Ford, Isuzu, JAC, Volkswagen, GAC ພ້ອມກັບບໍລິສັດສິນເຊື່ອ ແລະ ປະກັນໄພ ທີ່ໄວ້ຄອຍໃຫ້ບໍລິການແນະນໍາສໍາລັບທຸກຄົນທີ່ມີແຜນຈະຊື້ລົດໃໝ່

ສໍາລັບຄາດໝາຍຜົນໄດ້ຮັບແມ່ນຈະກະຕຸ້ນເສດຖະກິດໃຫ້ມີການຂະຫຍາຍຕົວ, ມີການບໍລິການ ແລະ ມີການຊື້ຂາຍລົດພາຍໃນງານເພີ່ມຂຶ້ນ 40% ທຽບໃສ່ປີຜ່ານມາ; ຈະມີຜູ້ເຂົ້າມາຊົມງານວາງສະແດງໃນ 9 ວັນປະມານ 1 ແສນຄົນ, ຈະມີຜູ້ມາໃຊ້ບໍລິການກວດກາເຊັກລົດກັບບັນດາຄ້າຍລົດຕ່າງໆ 300 ຄັນ. ທີ່ພິເສດໄປກວ່ານັ້ນ ງານປີນີ້ ແມ່ນບໍ່ໄດ້ມີການກໍານົດສິນເຊື່ອແບບຜູກຂາດ ນັ້ນໝາຍຄວາມວ່າທຸກຄົນທີ່ມາທ່ຽວຊົມໃນງານ ຫາກສົນໃຈຢາກຈັບຈອງລົດແຕ່ລະລຸ້ນ ແມ່ນສາມາດເລືອກຂໍ້ສະເໜີຈາກສິນເຊື່ອແຕ່ລະຄ້າຍລົດໄດ້ຕາມໃຈ.

ດ້ານກິດຈະກໍາພາຍໃນງານປະກອບມີ ກິດຈະກໍາແຈກຄູປອງປ່ອນບັດຊີງໂຊກຂອງບັນດາຄ້າຍລົດຕ່າງໆ ເພື່ອຮັບສິດທິພິເສດ ການລຸ້ນຮັບລົດຈັກ ແລະ ເຄື່ອງອຸປະກອນຕົບແຕ່ງລົດມູນຄ່າຫຼາຍກວ່າ 100 ລ້ານກີບ. ນອກຈາກນີ້, ພາຍໃນງານຍັງໄດ້ມີການເປີດໂຕລົດລຸ້ນໃໝ່ TAYRON 380TSI 4WD ຈາກຄ້າຍ Volkswagen ນໍາອີກ.

ໂອກາດດຽວກັນ ທ່ານ ໄຊສົມແພງ ນໍລະສິງ ກ່າວວ່າ: ງານດັ່ງກ່າວນີ້ເກີດຂຶ້ນ ຍ້ອນການຮ່ວມມືຈາກກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ກັບ ບໍລິສັດ ພີພີ ເອັນເຕີເທັນເມັ້ນ ຈໍາກັດຜູ້ດຽວ ໂດຍມີຈຸດປະສົງ ເພື່ອຊຸກຍູ້ ບັນດາຫົວໜ່ວຍທຸລະກິດ, ບັນດາບໍລິສັດລົດຕ່າງໆ ໄດ້ເຂົ້າມາເຜີຍແຜ່ໃຫ້ຄວາມຮູ້, ຂໍ້ມູນຂ່າວສານດ້ານລົດທີ່ຖືກຕ້ອງ ໃຫ້ກັບຜູ້ບໍລິໂພກໄດ້ຮັບຮູ້ຫຼາຍຂຶ້ນ.

ນອກນັ້ນ ຍັງເປັນການເປີດໂອກາດໃຫ້ບັນດາຄ້າຍລົດໄດ້ມີການເປີດໂຕລົດລຸ້ນໃໝ່, ໄດ້ມີການວາງສະແດງລົດແຕ່ລະຄ້າຍອອກສູ່ສາຍຕາມວນຊົນ ເພື່ອສ້າງຍອດຂາຍໃຫ້ຫຼາຍຂຶ້ນ ອີກທັງເປັນການສະແດງໃຫ້ນັກລົງທຶນໄດ້ເຫັນວ່າອຸດສາຫະກໍາລົດຍົນໃນລາວເຮົາ ແມ່ນນັບມື້ນັບຂະຫຍາຍຕົວຂຶ້ນເລື້ອຍໆ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Comments