ທ່ານ ບຸນລົບ ໂຄດຫຼັກຄຳ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງສະຫວັນນະເຂດ ໄດ້ເປີີດເຜີຍຂໍ້ມູນກ່ຽວກັບໄພພິບັດນ້ຳຖ້ວມຢູ່ຫຼາຍເມືອງໃນໄລຍະປີ 2020 ເມື່ອບໍ່ດົນມານີ້ວ່າ: ຜົນກະທົບທີ່ຢູ່ອາໄສ ນ້ຳຖ້ວມບ້ານເຮືອນຂອງປະຊາຊົນ 168 ບ້ານ,

ມີຜູ້ໄດ້ຮັບຜົນກະທົບທັງໝົດ 10.055 ຫຼັງຄາເຮືອນ, ມີ 11.180 ຄອບຄົວ, ມີຈຳນວນພົນລະເມືອງ 61.676 ຄົນ ແລະ ບ້ານທີ່ໄດ້ມີການອົບພະຍົບຄົນໄປຢູ່ສະຖານທີ່ປອດໄພຢູ່ເຮືອນພີ່ນ້ອງ, ສູນພັກຊົ່ວຄາວ, ຕາມໂຮງຮຽນທີ່ທາງຄະນະກຳມະການຕ້ານໄພພິບັດຈັດໃຫ້ຊົ່ວຄາວມີ 56 ຈຸດ, ໃນ 6 ເມືອງຄື: ເມືອງສອງຄອນ, ຈຳພອນ, ຊົນນະບູລີ, ທ່າປາງທອງ, ເມືອງພີນ ແລະ ເມືອງເຊໂປນ ຈຳນວນ 79 ບ້ານ, ມີຈຳນວນ 7.118 ຄອບຄົວ, ມີຈຳນວນພົນ 42.476 ຄົນ ຍິງ 19.972 ຄົນ. ເຮືອນເປ່ເພ 118 ຫຼັງ (109 ຫຼັງຢູ່ບ້ານແກ້ງຫົວປາ ຄຸ້ມວັງຄົດ ຖືກນ້ຳໄຫຼພັດເສຍຫາຍໝົດຫຼັງ),

ເລົ້າເຂົ້າຖືກຖ້ວມເສຍຫາຍ 144 ຫຼັງ, ຖ້ວມວັດ 21 ແຫ່ງ, ຕະຫຼາດ 1 ແຫ່ງ ແລະ ເຮືອເສຍຫາຍ 46 ລຳ, ເສຍຊີວິດ 2 ຄົນ, ພາຫະນະປະເພດລົດຈັກ 80 ຄັນ ແລະ ລົດໄຖນາ 5 ຄັນ. (ມູນຄ່າການເສຍຫາຍທັງໝົດຍັງບໍ່ທັນສາມາດສະຫຼຸບລວມໄດ້).
ຜົນກະທົບຕໍ່ການຜະລິດ, ເນື້ອທີ່ການຜະລິດຂອງປະຊາຊົນມີຈຳນວນ 441 ບ້ານ, ມີ 43.246 ຄອບຄົວ, ຈຳນວນພົນລວມ 175.611 ຄົນ, ພື້ນທີ່ປັກດຳຕົວຈິງ 189.067,5 ເຮັກຕາ ຖືກນ້ຳຖ້ວມເນື້ອທີ່ທຳການຜະລິດ 29.590,7 ເຮັກຕາ ເທົ່າກັບ 15,65% ທຽບໃສ່ພື້ນທີ່ປັກດຳຕົວຈິງ, ຄາດຄະເນຜົນເສຍຫາຍ 23.852 ເຮັກຕາ ເທົ່າກັບ 80,51%.
ນອກຈາກນີ້, ຍັງມີໄມ້ອຸດສາຫະກຳ 6.799 ຕົ້ນ, ສວນ ແລະ ພືດຜັກຕ່າງໆ ຈຳນວນ 607 ເຮັກຕາ. ມີໜອງປາລວມໝູ່ ແລະ ຂອງປະຊາຊົນມີ 2.575 ໜອງທີ່ຖືກຖ້ວມ ແລະ ຍັງມີສັດລ້ຽງຂອງປະຊາຊົນຕາຍ ແລະ ສູນຫາຍ ຈຳນວນ 3.476 ໂຕ ຄື: ຄວາຍ 95 ໂຕ, ງົວ 147 ໂຕ, ແບ້ 168 ໂຕ, ໝູ 502 ໂຕ ແລະ ສັດປີກເປັນຈຳນວນ 2.564 ໂຕ. ສຳລັບລະບົບຊົນລະປະທານຖືກຖ້ວມຈຳນວນ 53 ໂຄງການ, ອ່າງເກັບນ້ຳ 15 ແຫ່ງ, ປະຕູນ້ຳ 5 ແຫ່ງ ແລະ ຖ້ວມສະຖານີຈັກສູບນ້ຳຄອງເໝືອງ 11 ແຫ່ງ ລວມມູນຄ່າເສຍຫາຍ 141.496 ລ້ານກີບ.

ໃນນັ້ນ, ດ້ານປູກຝັງ 137.818 ລ້ານກີບ, ດ້ານການລ້ຽງສັດ 3.679 ລ້ານກີບ. ສຳລັບຊົນລະປະທານ ລໍຖ້າການປະເມີນ. ຜົນກະທົບດ້ານໂຍທາທິການ ແລະ ຂົນສົ່ງ ມີເສັ້ນທາງຖືກຜົນກະທົບເສຍຫາຍ 74 ເສັ້ນ, ຂົວ 13 ແຫ່ງ ໃນ 8 ເມືອງ ທີ່ສົ້ນຂົວມີການຍຸບຕົວລົງຢູ່ຕາມເສັ້ນທາງຫຼວງ ເສັ້ນທາງທ້ອງຖິ່ນ ເປ່ເພ ແລະ ຕັດຂາດ ເຮັດໃຫ້ການຄົມມະນາຄົມພົບຄວາມຫຍຸ້ງຍາກ, ເສັ້ນທາງທີ່ຖືກນ້ຳຖ້ວມໜ້າທາງ 67 ຈຸດ, ນ້ຳເຊາະເຈື່ອນໜ້າທາງ 8 ຈຸດ, ມີດິນເຈື່ອນຕັນທາງ 24 ຈຸດ, ໜ້າທາງຍຸບລົງ 15 ຈຸດ, ຂົວເປ່ເພ 12 ແຫ່ງ.
ແຫຼ່ງຂໍ້ມູນ: ປະຊາຊົນ