ຫ້ອງວ່າການສູນກາງພັກ ທາບທາມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ……

ໃນລະຫວ່າງວັນທີ 9-10 ພະຈິກ 2020 ນີ້, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມທາບທາມບັນດາເນື້ອໃນ ເອກະສານ ທີ່ສຳຄັນຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ

ໂດຍການເປັນປະທານຂອງສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີສະຫາຍຮອງນາຍົກລັດຖະມົນຕີ, ບັນດາສະຫາຍ ລັດຖະມົນຕີ ຈາກບັນດາກະຊວງ ອ້ອມຂ້າງສູນກາງ, ຈາກອະນຸກຳມະການເນື້ອໃນ, ອະນຸກຳມະການກົດລະບຽບ-ບຸກຄະລາກອນ ແລະ ຜູ້ຊົງຄຸນວຸfທິ, ນັກວິທະຍາສາດ ແລະ ນັກຮຽນຮູ້ປັນຍາຊົນ ເຂົ້າຮ່ວມ.

ເອກະສານທີ່ນຳມາທາບທາມໃນຄັ້ງນີ້, ມີຮ່າງບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ຮ່າງແຜນພັດທະນາເສດກະກິດ-ສັງຄົມ 5 ປີ ຄັ້ງທີ XI ແລະ ຮ່າງກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ສະບັບປັບປຸງ ເຊິ່ງກອງປະຊຸມ ໄດ້ພ້ອມກັນສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ເອກະສານດັ່ງກ່າວ

ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ, ຖືກຕ້ອງ, ສອດຄ່ອງ, ແທດເໝາະຕົວຈິງ ທັງສ່ອງແສງເຖິງທ່າແຮງບົ່ມຊ້ອນຂອງຊາດ ເພື່ອນຳໄປປະຕິບັດໄດ້ປະກົດຜົນເປັນຈິງ ແລະ ມີຜົນສຳເລັດ. ທັງສ້າງຄວາມເປັນເອກະພາບທາງດ້ານທັດສະນະ, ຄວາມຮູ້, ຄວາມເຂົ້າໃຈ, ລົງເລິກແຕ່ຫົວທີ ຂອງບັນດາ ສະຫາຍຄະນະພັກຂອງກະຊວງ-ອົງການ ຕໍ່ບັນດາເອກະສານຕົ້ນຕໍຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ.

ໂອກາດດັ່ງກ່າວ, ສະຫາຍ ພັນຄຳ ວິພາວັນ ໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ສຸມໃສ່ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ, ສ່ອງແສງໃຫ້ເຫັນຈະແຈ້ງບາງບັນຫາທີ່ເປັນການກົດໜ່ວງຖ່ວງດຶງ ຂອງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນໄລຍະຜ່ານມາ, ພ້ອມກັນຊອກຫາແນວທາງ, ວິທີແກ້ໄຂ ແລະ ປະຕິບັດບັນດາມາດຕະການ, ນິຕິກຳຕ່າງໆທີ່ພັກລັດວາງອອກມານັ້ນ ໃຫ້ມີປະສິດທິຜົນສູງ.

ພ້ອມນັ້ນ, ໄດ້ເນັ້ນໃຫ້ທຸກພາກສ່ວນ ແຕ່ສູນກາງຮອດທ້ອງຖິ່ນມີສະຕິຮ່ວມກັນໃນການສ້າງສາ ແລະ ພັດທະນາປະເທດຊາດ ໂດຍຫັນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໄປໝູນໃຊ້ ໃຫ້ເປັນອັນລະອຽດ ແລະ ແທດເໝາະກັບສະພາບຕົວຈິງ, ຕິດພັນກັບສາຍຕັ້ງ, ສາຍຂວາງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຕ່າງຂອງພັກ, ຂອງຊາດ ປະສົບຜົນສຳເລັດ ກໍຄື ເຮັດໃຫ້ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ທີ່ຈະຈັດຂຶ້ນ ໃນຕໍ່ໜ້ານີ້ ປະສົບຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້.

ແຫຼ່ງຂໍ້ມູນ:​ ຂປລ

Comments