ລັດຖະບານ ສະເໜີຮ່າງກົດໝາຍໃໝ່ ວ່າດ້ວຍຊັ້ນນັກການທູດ…..

ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະເໜີຮ່າງກົດໝາຍສ້າງໃໝ່ ວ່າດ້ວຍຊັ້ນນັກການທູດ ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 9 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ຊຶ່ງປະກອບມີ 9 ພາກ, 10 ໝວດ ແລະ 53 ມາດຕາ.

ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ໃຫ້ຮູ້ເຖິງ ເຫດຜົນ ແລະ ຄວາມຈຳເປັນກ່ຽວກັບການສ້າງກົດໝາຍ ວ່າດ້ວຍຊັ້ນນັກການທູດ ຊຶ່ງຮ່າງກົດໝາຍສະບັບນີ້ ໄດ້ກຳນົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ການຄຸ້ມຄອງ, ການຕິດຕາມກວດກາ ການປະຕິບັດໜ້າທີ່ຂອງນັກການທູດລາວ ແນໃສ່ຮັບປະກັນປະສິດທິພາບ.

ສປປ.ລາວ ມີສາຍພົວພັນການທູດກັບ 140 ປະເທດ ແລະ ກັບພັກການເມືອງເກືອບ 130  ພັກທົ່ວໂລກ | ອິດສະຫຼະ

ພ້ອມດຽວກັນນີ້, ກໍເປັນການກະຕຸກຊຸກຍູ້ ເພື່ອເຮັດໃຫ້ນັກການທູດລາວມີຄວາມກະຕືລືລົ້ນ ແລະ ມີຄວາມຮັບຜິດຊອບສູງໃນການເຮັດໜ້າທີ່ຂອງຕົນ.

ສຳລັບຈຸດປະສົງຕົ້ນຕໍໃນການສ້າງກົດໝາຍສະບັບນີ້ ແມ່ນເພື່ອສ້າງມາດຕະຖານ ໃຫ້ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ທີ່ສອດຄ່ອງກັບກົດໝາຍສາກົນ ແນໃສ່ພັດທະນານັກການທູດໃຫ້ມີຄຸນນະພາບສູງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການນຳພາ ແລະ ວິທີເຮັດວຽກ, ເຂັ້ມແຂງທາງດ້ານການຈັດຕັ້ງ, ວິຊາການການທູດ, ພາສາຕ່າງປະເທດ, ມີລະບຽບວິໄນເຂັ້ມງວດ ທັງເປັນມາດຕະການໃນການກະຕຸກຊຸກຍູ້ ຂະບວນການພັດທະນາຂະແໜງການຕ່າງປະເທດ, ເປັນພື້ນຖານໃຫ້ແກ່ການປະເມີນ, ບັນຈຸ, ແຕ່ງຕັ້ງ, ຊັບຊ້ອນພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ແລະ ເພີ່ມທະວີຄວາມເປັນເຈົ້າການຂອງຖັນແຖວນັກການທູດ ໃນການປະຕິບັດນະໂຍບາຍການຕ່າງປະເທດຂອງ ສປປ ລາວ ໃນໄລຍະໃໝ່ໃຫ້ມີໝາກຜົນສູງຂຶ້ນກວ່າເກົ່າ.

ກອງ ປະຊຸມ ຄັ້ງ ປະຖົມ ມະ ລືກ ຂອງ ສະພາ ແຫ່ ງຊາດ ຊຸດ ທີ Ⅶ ໄດ້ ປິດ ລົງ ຢ່າງ  ຈົບງາມ - China Radio International

ພາຍຫລັງທີ່ກົດໝາຍສະບັບນີ້ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຈະເປັນບ່ອນອີງທາງດ້ານກົດໝາຍສຳຄັນທີ່ສຸດໃຫ້ແກ່ກະຊວງການຕ່າງປະເທດ ໃນການເປັນເສນາທິການ ໃຫ້ລັດຖະບານເພື່ອຄຸ້ມຄອງວຽກງານຊັ້ນນັກການທູດ ຈະເຮັດໃຫ້ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດມີມາດຕະຖານສອດຄ່ອງກັບກົດໝາຍສາກົນ,

ເປັນພື້ນຖານໃຫ້ແກ່ການການປັບປຸງມະຕິກົມການເມືອງສູນກາງພັກ ວ່າດ້ວຍວຽກງານຄຸ້ມຄອງພະນັກງານ ທີ່ກ່ຽວຂ້ອງກັບການແບ່ງຂັ້ນຄຸ້ມຄອງຖັນແຖວພະນັກງານ-ລັດຖະກອນຂອງກະຊວງການຕ່າງປະເທດໃຫ້ຖືກຕ້ອງ ຄືກັບການແບ່ງຂັ້ນຄຸ້ມຄອງນາຍທະຫານ ແລະ ນາຍຕຳຫຼວດ, ເຫັນໄດ້ຄວາມແຕກຕ່າງຢ່າງຈະແຈ້ງ ລະຫວ່າງຊັ້ນນັກການທູດ ກັບຕຳແໜ່ງການທູດ ແລະ ຕຳແໜ່ງກົງສຸນ ແລະ ຍັງເປັນກົດໝາຍທີ່ກຳນົດວັນການທູດລາວ

ເພື່ອຍົກສູງບົດບາດຄວາມໝາຍສຳຄັນຂອງການທູດລາວ ໃນພາລະກິດການປະຕິວັດຊາດ ປະຊາທິປະໄຕ ໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນໄລຍະໃໝ່.

ແຫຼ່ງຂໍ້ມູນ:​ ຂປລ

Comments