ຄັດລືອກຂັ້ນສຸດທ້າຍຂອງສາຍພັນເຂົ້າໜຽວຫອມດີເດັ່ນໂດຍຊາວນາມີສ່ວນຮ່ວມ…..


ເມື່ອບໍ່ດົນຜ່ານມາ ສູນຄົ້ນຄວ້າກະສິກຳທ່າຊະໂນ, ພະແນກກະສິກຳ ແລະປ່າໄມ້ແຂວງສະຫວັນນະເຂດ ໄດ້ຈັດພິທີຄັດເລືອກຂັ້ນສຸດທ້າຍຂອງສາຍພັນເຂົ້າໜຽວຫອມດີເດັ່ນໂດຍຊາວນາມີສ່ວນຮ່ວມ ທີ່ສວນສາທິດ ບ້ານທ່າຊະໂນ

ເຊິ່ງມີທ່ານ ພອນສະໄໝ ຈັນສີນາ ຫົວໜ້າພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງ, ທ່ານ ຄຳແສງ ສໍພາບມີໄຊ ຮອງຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງ ພ້ອມດ້ວຍຂະ ແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດກຸ່ມຊາວນາ, ອຳນາດການປົກຄອງບ້ານໃກ້ຄຽງ ແລະນັກວິຊາການເຂົ້າຮ່ວມ.

This image has an empty alt attribute; its file name is 123610000_368614997920540_324539084434191940_o.jpg

ທ່ານ ນິຄົມ ຈັນພາວະ ຫົວໜ້າສູນຄົ້ນຄວ້າກະສິກຳທ່າຊະໂນ ໄດ້ກ່າວໃຫ້ຮູ້ວ່າ: ເຖິງວ່າປະເທດເຮົາ ມີແນວພັນເຂົ້າປັບປຸງຫຼາຍກວ່າ 30 ແນວພັນ ແຕ່ກໍມີຫຼາຍແນວພັນ ທີ່ບໍ່ສາມາດປັບຕົວຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດເຊັ່ນ: ໄພນ້ຳຖ້ວມ, ໄພແຫ້ງແລ້ງ, ການລະບາດຂອງພະຍາດ ແລະແມງໄມ້ ເຊິ່ງເປັນສາເຫດເຮັດໃຫ້ຊາວນາປະລະແນວພັນປັບປຸງຈຳນວນຫຼວງຫຼາຍ ດັ່ງນັ້ນ, ວຽກງານປັບປຸງແນວພັນເຂົ້າ ແມ່ນມີຄວາມຈຳເປັນ ແລະມີຄວາມສຳຄັນຫຼາຍໃນການຄົ້ນຄວ້າ ແລະພັດທະນາແນວພັນໃໝ່ທີ່ມີລັກສະນະພິເສດເຊັ່ນ: ໃຫ້ຜົນຜະລິດສູງ, ຄຸນະພາບການກິນດີ, ມີຄວາມຫອມ, ທົນຕໍ່ຄວາມແຫ້ງແລ້ງ, ທົນຕໍ່ສະພາບນ້ຳຂັງ, ທົນຕໍ່ພະຍາດ ແລະ ແມງໄມ້ທຳລາຍ ເພື່ອມາທົດແທນແນວພັນເກົ່າທີ່ຊາວນາບໍ່ນິຍົມນຳໃຊ້.

This image has an empty alt attribute; its file name is 123958144_368614984587208_1595014908781644166_o.jpg

ສູນຄົ້ນຄວ້າກະສິກຳທ່າຊະໂນ ແມ່ນສູນໜຶ່ງທີ່ມີບົດບາດໃນວຽກງານຄົ້ນຄວ້າ ແລະພັດທະນາແນວພັນໃໝ່ອອກສູ່ສັງຄົມເລື້ອຍມາ ຕົກມາໃນປີ 2019 ໄດ້ນຳເອົາສາຍພັນເຂົ້າໜຽວຫອມຈຳນວນ 42 ສາຍພັນ ທີ່ເອົາມາຈາກສູນຄົ້ນຄວ້າເຂົ້ານາພອກ ເພື່ອມາຄັດເລືອກໃນສະພາບແວດລ້ອມຂອງແຂວງສະຫວັນນະເຂດ ແລະຕົກມາໃນປີ 2020 ສາມາດຄັດເລືອກໄດ້ 8 ສາຍພັນ ທີ່ສາມາດປັບຕົວໄດ້ດີ, ໃຫ້ຜົນຜະລິດສູງ ແລະມີຄວາມຫອມ ຊຶ່ງໃນຈຳນວນ 8 ສາຍພັນເຂົ້າໜຽວຫອມ ທີ່ຄັດເລືອກໄດ້ ແມ່ນເປັນໂຄງການຮ່ວມມືລະຫວ່າງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດ ແລະສູນໄບໂອເຕັກ ທີ່ຂຶ້ນກັບມະຫາວິທະຍາໄລກະເສດສາດກຳແພງແສນ ປະເທດໄທ,

This image has an empty alt attribute; its file name is 123617168_368614974587209_2874858826578792973_o.jpg

ໂດຍໄດ້ນຳໃຊ້ແນວພັນທ່າດອກຄຳ 8 ເປັນແນວພັນນິຍົມໃນລາວເຮົາ ປະສົມພັນກັບສາຍພັນເຂົ້າໜຽວຫອມຂອງໄທ ເຊິ່ງມີຈຸດ ປະສົງຖ່າຍທອດຍີນຄວາມຫອມ ເຮັດໃຫ້ແນວພັນທ່າດອກຄຳ 8 ມີຄວາມຫອມ ໂດຍໄດ້ເລີ່ມປະຕິບັດມາແຕ່ປີ 2014 ເປັນຕົ້ນມາ ເຊິ່ງຈະກະກຽມອອກເປັນແນວພັນໃໝ່ ໃຫ້ຊາວນາໄດ້ນຳໃຊ້ໃນຊຸມປີຕໍ່ໜ້ານີ້.

This image has an empty alt attribute; its file name is 123958144_368614984587208_1595014908781644166_o.jpg

ໂອກາດນີ້, ບັນດາທ່ານທີ່ເຂົ້າຮ່ວມໃນພິທີຄັ້ງນີ້ ຍັງໄດ້ພ້ອມກັນໃຫ້ຄະແນນເຂົ້າໜຽວຫອມໃນ 8 ສາຍພັນໃໝ່ ຕາມແບບຟອມທີ່ແຈກຢາຍ ທີ່ໄດ້ກຳນົດມາດຖານເງື່ອນໄຂຕ່າງໆ ໃນການໃຫ້ຄະແນນເຂົ້າແຕ່ລະສາຍພັນ ໃນນີ້ ບັນດາທ່ານຄະນະກຳມະການ ຈະໄດ້ລົງເບິ່ງພື້ນທີ່ປູກເຂົ້າຕົວຈິງ ເພື່ອໃຫ້ຄະແນນກັບທີ່ ແລະກັບເຂົ້າມາເບິ່ງເມັດເຂົ້າສານ ຕະຫຼອດເຖິງເຂົ້າສຸກຂອງເຂົ້າສາຍພັນໃໝ່ທັງ 8 ສາຍພັນ ທີ່ສູນຄົ້ນຄວ້າກະສິກຳທ່າຊະໂນ ເພື່ອຄວາມຊັດເຈນໃນການໃຫ້ຄະແນນຕື່ມອີກ ເຊິ່ງພາຍຫຼັງຄັດເລືອກແລ້ວ ກໍ່ຈະໄດ້ມີການຕັ້ງຊື່ເຂົ້າໜຽວຫອມສາຍພັນໃໝ່ນີ້ນຳອີກ.

ແຫຼ່ງຂໍ້ມູນ: ປະຊາຊົນ

Comments