ຮອງນາຍົກລັດຖະ​ມົນ​ຕີລົງຢ້ຽມ​ຢາມຊີ້ນໍາວຽກງານຢູ່ແຂວງຈໍາປາສັກ…

ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນ​ກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ເດີນທາງລົງເຄື່ອນໄຫວຊີ້ນໍາວຽກງານຢູ່ແຂວງຈໍາປາສັກ ໃນວັນທີ 6-7 ພະຈິກ 2020 ,ໃນໂອກາດນີ້ ທ່ານໄດ້ ພົບປະໂອ້ລົມຄະນະ​ພັກ-ອົງການປົກຄອງແຂວງ, ພະນັກງານການນໍາຫຼັກແຫຼ່ງ ທີ່ຫ້ອງວ່າການແຂວງ

ພ້ອມທັງຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມໃນໄລຍະ 9 ເດືອນທີ່ຜ່ານມາຈາກ ທ່ານ ວິໄລວົງ ບຸດດາຄໍາ ເລຂາພັກແຂວງ ເຈົ້າແຂວງໆຈໍາປາສັກ ຊຶ່ງມີທັງຜົນງານ, ຂໍ້ສະດວກ, ຂໍ້​ຫຍຸ້ງ​ຍາກ ແລະສິ່ງທ້າທາຍຫຼາຍດ້ານ ອັນສືບເນື່ອງມາຈາກການລະບາດຂອງພະຍາດໂຄວິດ-19 ແລະ ບັນຫາໜີ້ສິນອື່ນໆ.

ໃນໄລຍະ 9 ເດືອນ 2020 ຜ່ານມາ ມູນຄ່າລວມຍອດຜະລິດຕະພັນພາຍໃນ ຂອງແຂວງຈໍາປາສັກ ປະຕິ​ບັດໄດ້ 12.620,76 ຕື້ກີບ (ແຜນ 20.101,07ຕື້ກີບ) ທຽບໃສ່ແຜນປີປະຕິບັດໄດ້ 62,78% ສະເລັ່ຍຕໍ່ຫົວຄົນໄດ້ 1.889 ໂດລາສະຫະລັດຕໍ່ຄົນ ຫຼືເທົ່າກັບ 16 ລ້ານ 9 ແສນກ່ວາກີບຕໍ່ຄົນເຮັດໃຫ້ໂຄງປະກອບເສດຖະກິດຂະແໜງ ກະສິກໍາ-ປ່າໄມ້ ກວມ 28,1%,ຂະແໜງອຸດສາຫະກໍາກວມ 15,55% ແລະ ຂະແໜງບໍລິການກວມ 56,35% ຂອງ GDP.

ການສົ່ງອອກ ປະຕິບັດໄດ້ 210,89 ລ້ານໂດລາສະຫະລັດ, ທຽບໃສ່ແຜນປີໄດ້ 68% ແລະ ການຄຸ້ມຄອງນໍາເຂົ້າ ປະຕິບັດໄດ້ 177,24 ລ້ານໂດລາສະຫະລັດ ທຽບໃສ່ແຜນປີປະຕິບັດໄດ້58%. ການ​ຈັດ​ຕັ້ງ​ປະຕິບັດ​​ໂຄງການລົງທຶນຂອງລັດ ປີ 2020 ທີ່ສະພາຮັບຮອງມີທັງໝົດ 224 ໂຄງ ການ, ມູນຄ່າ 105,07 ຕື້ກີບ; ໃນ 9 ເດືອນ 2020 ຜ່ານມາ ໄດ້ຢັ້ງຢືນການຊໍາລະ 103 ໂຄງການ, ມູນຄ່າ 21,76 ຕື້ກີບ ຫຼື ເທົ່າກັບ 20,7%, ໄດ້ຊຳລະຕົວຈິງ 74 ໂຄງການ ມູນຄ່າ 16,97 ຕື້ກີບ.

ເຈົ້າແຂວງຈໍາປາສັກຍັງໄດ້ລາຍງານສະພາບວຽກງານອື່ນໆ ລວມທັງຜົນສໍາເລັດໃນການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ VIII ຊຶ່ງໄຂຂຶ້ນ ແລະດໍາເນີນໄປດ້ວຍຜົນສໍາເລັດຕາມລະດັບຄາດໝາຍ.

ໂອກາດນີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນຫຼາຍບັນຫາໃຫ້ຄະນະພັກ-ອົງການປົກຄອງແຂວງ ຕ້ອງໄດ້ສືບຕໍ່ເອົາໃຈໃສ່ ເພີ່ມທະວີການນໍາພາພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງພັກ, ບົນຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມແຂງດ້ວຍຕົນເອງໃຫ້ຫຼາຍຂຶ້ນ ຖືເອົາການຜະລິດເປັນສິນຄ້າ ການປູກຝັງ-ລ້ຽງສັດ ແລະອຸດສາຫະກໍາປຸງແຕ່ງ ໃຫ້ຫຼາຍ ໂດຍຫັນປ່ຽນຮູບແບບວິທີການຜະລິດໃຫ້ທັນສະໄໝ. ນໍາໃຊ້ຫົວຄິດປະດິດສ້າງທຸກທ່າແຮງທີ່ບົ່ມຊ້ອນພາຍໃນແຂວງໃຫ້ເກີດປະໂຫຍດສູງສຸດ ເປັນພື້ນຖານໃຫ້ແກ່ການລົບລ້າງຄວາມທຸກຍາກຂອງປະຊາຊົນ.

ແລະ ໃນວັນທີ 7 ພະຈິກ 2020 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຍັງໄດ້ເຄື່ອນໄຫວຢ້ຽມຢາມຕິດຕາມເບິ່ງໂຄງການກໍ່ສ້າງຊົນລະປະທານຫ້ວຍວັງເຫ ຢູ່ເມືອງໂພນທອງ ແລະໂຄງການກໍ່ສ້າງເຂດພັດທະນາແຫຼ່ງທ່ອງທ່ຽວສີທັນດອນ ຢູ່ເມືອງໂຂງ,ແຂວງຈໍາປາສັກ ອີກດ້ວຍ.

ແຫຼ່ງຂໍ້ມູນ: ວສລ

Comments