ກອງປະຊຸມປະທານອົງການພຸດທະສາສະໜາ 3 ປະເທດ ລາວ-ກຳປູເຈຍ-ຫວຽດນາມ ຄັ້ງທີ 1 ຈະຈັດຂຶ້ນຢ່າງເປັນທາງການໃນວັນທີ 12 ພະຈິກ 2018, ຢູ່ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ຄຳຂວັນ: “ເພີ່ມທະວີມູນເຊື້ອສາຍພົວພັນ ຄວາມສາມັກຄີ ແລະ ການຮ່ວມມື ລະຫວ່າງ ອົງການພຸດທະສາສະໜາ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ໃນເງື່ອນໄຂເຊື່ອມໂຍງພາກພື້ນ ແລະ ສາກົນ”.
ຂ່າວແຈ້ງໃຫ້ຊາບຕື່ມວ່າ: ຄະນະຜູ້ແທນຂັ້ນສູງອົງການພຸດທະສາສະໜາ ຈາກ ສສ ຫວຽດນາມ ແລະ ຣາຊະອານາຈັກ ກຳປູເຈຍ ໄດ້ເດີນທາງມາເຖິງນະຄອນຫຼວງວຽງຈັນແລ້ວ ໃນວັນທີ 10 ພະຈິກ 2018 ເພື່ອກຽມເຂົ້າຮ່ວມກອງປະຊຸມປະທານອົງການພຸດທະສາສະໜາ 3 ປະເທດ: ກໍາປູເຈຍ-ລາວ-ຫວຽດນາມ.
ພິທີຕ້ອນຮັບຄະນະຜູ້ແທນຢ່າງເປັນທາງການ ຈັດຂຶ້ນທີ່ໂຮງແຮມອ່າງຄຳ, ໂດຍມີພຣະອາຈານໃຫຍ່ ມະຫາງອນ ດຳລົງບຸນ ປະທານສູນກາງອົງການພຸດທະສາສະໜາສຳພັນລາວ, ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ, ພ້ອມດ້ວຍພຣະສົງ ແລະ ຝ່າຍຄະລາວາດຈຳນວນໜຶ່ງເຂົ້າຮ່ວມ.
ຄະນະຜູ້ແທນຂັ້ນສູງອົງການພຸດທະສາສະໜາແຫ່ງ ສສ ຫວຽດນາມ ນໍາໂດຍພຣະອາຈານໃຫຍ່ ທິກ ທຽນເຍີນ ປະທານສະພາບໍລິຫານງານສູນກາງ ອົງການພຸດທະສາສະໜາ ຫວຽດນາມ ແລະ ຣາຊະອານາຈັກ ກຳປູເຈຍ ນຳໂດຍ ພຣະອາຈານໃຫຍ່ ສົມເດັດ ເທບວົງ ພຣະສັງຄະຣາດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ແລະ ທ່ານ ຮິມເຊັ່ງ ລັດຖະມົນຕີ ຜູ້ອະວຸໂສ ກະຊວງທຳມະການ ແລະ ວັດທະນະທໍາ ແຫ່ງຣາຊະອານາຈັກ ກໍາປູເຈຍ.
ກອງປະຊຸມປະທານອົງການພຸດສາສະໜາ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ທີ່ຈັດຂຶ້ນຢູ່ ສປປ ລາວ ເປັນຄັ້ງທຳອິດ ໂດຍມີຈຸດປະສົງ ເພື່ອສືບຕໍ່ຮັດແໜ້ນຄວາມສໍາພັນໃຫ້ດີຍິ່ງຂຶ້ນກວ່າເກົ່າ, ພ້ອມທັງເຮັດບົດບັນທຶກຊ່ວຍຈຳຮ່ວມມືດ້ານການຄຸ້ມຄອງ ພຣະສົງສາມະເນນ, ການສຶກສາສົງ, ການເຜີຍແຜ່ສິລະທຳ ຄຳສັ່ງສອນຂອງພຸດທະສາສະໜາ ການສ້າງວັດວາອາຮາມ ແລະ ການແລກປ່ຽນວັດທະນະທຳ ຮີດຄອງປະເພນີອັນດີງາມ ຂອງທັງສາມຊາດໃຫ້ເປັນຮູບປະທຳ, ໂດດ ເດັ່ນ ແລະ ແຜ່ ກວ້າງອອກໄປຍາວນານ.
ຂໍ້ມູນຈາກ: ຂປລ.
ຮູບພາບຈາກອິນເຕີເນັດ.