ຜົ້ງສາລີ ຄາດຫວັງລາຍຮັບຈາກການເປີດ ປີທ່ອງທ່ຽວລາວ 2018.

ແຂວງຜົ້ງສາລີ ເປັນແຂວງທີ່ຕັ້ງຢູ່ພາກເໜືອສຸດ ຂອງປະເທດ ປະກອບດ້ວຍ 7 ຕົວເມືອງ, ທິດເໜືອ ແລະ ທິດຕາເວັນຕົກມີຊາຍແດນຕິດກັບ ສີບສອງພັນນາ ປະເທດຈີນ. ທິດຕາເວັນອອກຕິດກັບ ປະເທດ ຫວຽດນາມ, ທິດໃຕ້ຕິດກັບແຂວງ ຫຼວງພະບາງ ແລະ ທິດຕາເວັນຕົກສ່ຽງໃຕ້ ຕິດກັບແຂວງ ອຸດົມໄຊ.

ພູຟ້າ ແມ່ນມິ່ງຂັວນຂອງຊາວເມືອງ ເທສະບານແຂວງຜົ້ງສາລີ ເປັນພູທີ່ສວຍສົດງົດງາມ, ຕັ້ງຢູ່ຕາເວັນອອກສ່ຽງເໜືອ ຂອງຕົວເມືອງຜົ້ງສາລີ; ພູຟ້າມີຄວາມສູງ 1,625 ແມັດ ທຽບຈາກໜ້ານ້ຳທະເລ, ມີຂັ້ນໄດຂຶ້ນ 863 ຂັ້ນ ແລະ ມີເນື້ອທີ່ທັງໜົດ 200 ເຮັກຕາ. ເປັນພູທີ່ອຸດົມສົມບູນ ເຕັມໄປດ້ວຍປ່າໄມ້ອັນດົກໜາ ແລະ ພືດພັນຫຼາຍສິ່ງຫຼາຍຢ່າງ, ພືດດັ່ງກ່າວ ສາມາດນຳໃຊ້ເປັນຢາສະໜູນໄພ.  ອາຊີບຫຼັກ ຂອງປະຊາຊົນ ແຂວງ ຜົ້ງສາລີ ແມ່ນການຜະລິດ ທາງດ້ານກະສິກໍາ.

      

ແຂວງ ຜົ້ງສາລີ ອຸດົມສົມບູນໄປດ້ວຍ ຊັບພະຍາກອນທໍາມະຊາດ ເຊັ່ນ: ມີ​ແມ່​ນໍ້າ​ສາຍ​ຕ່າງໆ, ​ເຊິ່ງສາມາດ​ເປັນ​ທ່າ​ແຮງ​ ແຫຼ່ງພະລັງງານ ສໍາລັບການສ້າງເຂື່​ອນ​ໄຟຟ້າ​ຂະ​ໜາດ​ນ້ອຍ. ນອກຈາກ​ນັ້ນ, ​ກໍ​ຍັງ​ປົກ​ຄຸມ​ໄປ​ດ້ວຍ​ປ່າ​ໄມ້​ເປັນ​ສ່ວນ​ໃຫຍ່ ​ແລະ ມີ​ແຫຼ່ງຊັບພະຍາກອນ ​ແຮ່​ທາດ​ຢ່າງ​ຫຼວງ​ຫຼາຍ ເຊັ່ນ: ຖ່ານ​ຫີນ, ທອງ​ແດງ ​ແລະ ສັງກະສີ.

ຈຸດເດັ່ນ ແລະ ເປັນທ່າແຮງດຶງດູດທາງເສດຖະກິດ ຂອງແຂວງແມ່ນສວນຊາ 400 ປີ,ຕັ້ງຢູຫ່າງຈາກຕົວເມືອງໄປທາງທິດຕາເວັນຕົກປະມານ 15 ກິໂລແມັດ. ເປັນຄຸ້ມບ້ານນ້ອຍໆ ຂອງຊາວຈີນ ທີ່ອົບຍົບມາປັກຫຼັກສ້າງບ້ານເຮືອນເມື່ອຫຼາຍຮ້ອຍປີກ່ອນ ແລະ ປູກຊາຂາຍມາຕັ້ງແຕ່ນັ້ນຈົນເຖິງປັດຈຸບັນ, ສາມາດຜະລິດໄດ້ປະມານ 60-70 ໂຕນ/ປີ ມີໂຮງງານຜະລິດ ແລະ ຫ້ອງເກັບຮັກສາຊາເປັນຢ່າງດີ ແລະ  ຢູ່ບໍລິເວັນໃກ້ໆກັນ ຈະພົບຕົ້ນຊາຂະໜາດໃຫຍ່ ທີ່ອາຍຸເກົ່າແກ່ເຖິງ 400 ປີ.

ດ້ວຍທ່າແຮງ ແລະ ຈຸດເດັ່ນຫຼາຍດ້ານຂອງຊາວແຂວງຜົ້ງສາລີ ແລະ ດ້ວຍມູນເຊື້ອພິລາດອາດຫານຂອງແຂວງທີ່ໜັ້ນການປະຕິວັດ.  ໃນພິທີເປີດປີທ່ອງທ່ຽວ 2018 ແລະ ເທສະການດື່ມນໍ້າຊາ ແຂວງຜົ້ງສາລີ ໃນວັນທີ 9 ພະຈິກ 2018 ຜ່ານມານີ້ ທ່ານ ທອງສີ ເສົາສຸລິພົນ ຮອງເຈົ້າແຂວງຜົ້ງສາລີ ກ່າວຢືນຢັນວ່າ: ຜ່ານມານັກທ່ອງທ່ຽວເຂົ້າມາທ່ຽວແຂວງເພີ່ມຂຶ້ນ ແລະ ຈາກການພັດທະນາທ່າແຮງດ້ານຕ່າງໆພາຍໃນແຂວງ ໂດຍສະເພາະພາຍຫຼັງຈາກການເປີດປີທ່ອງທ່ຽວຂອງ 6 ເມືອງ ແລະ ເທສະການດື່ມນໍ້າຊາ ນີ້ຄາດວ່າ: ປີ 2018 ນີ້ຈະສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວບໍ່ຫຼຸດ 150.000 ຄົນ ໂດຍຈະສາມາດສ້າງລາຍຮັບໄດ້ຫຼາຍກວ່າ 24,5 ລ້ານໂດລາ.

ປັດຈຸບັນທົ່ວແຂວງມີແຫຼ່ງທ່ອງທ່ຽວ 105 ແຫ່ງ,ໃນນີ້ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ 27 ແຫ່ງ,ແຫຼ່ງທ່ອງທ່ຽວວັດທະນະທຳ 74 ແຫ່ງ ແລະ ແຫຼ່ງທ່ອງທ່ຽວປະຫວັດສາດ 4 ແຫ່ງ,ລວມທັງການຍ່າງປ່າ 34 ລາຍການກວມເອົາ 84 ບ້ານຊົນເຜົ່າ ໂດຍຕິດພັນກັບຄວາມເປັນເອກະລັກດ້ານວັດທະນະທຳຂອງທ້ອງຖິ່ນ ເພື່ອຮອງຮັບການເຂົ້າມາທ່ອງທ່ຽວຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໄດ້ຕະຫຼອດປີ.

ອີງຕາມຂໍ້ມູນຂອງພະແນກທ່ອງທ່ຽວແຂວງໃຫ້ຮູ້ວ່າ: ພຽງ 9 ເດືອນຂອງປີ 2018 ຜ່ານມາມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວແລ້ວ 1 ແສນກວ່າຄົນ ເຊິ່ງສາມາດສ້າງລາຍຮັບໄດ້ຫຼາຍກວ່າ 18 ລ້ານໂດລາສະຫະລັດ.

ຂອບໃຈຮູບພາບຈາກອິນເຕີເນັດ.

 

 

Comments