3 ເທັກນິກ! ຊື້ໂຄສະນາ “Facebook” ແນວໃດ? ບໍ່ຕ້ອງເສຍເງິນຟຣີໆ…

ສະຫຼາດ! ຊື້ໂຄສະນາ Facebook…

ຫຼັງຈາກເມື່ອຕົ້ນປີ Facebook ໄດ້ປະກາດປັບ Algorithm ຄັ້ງໃຫຍ່! ເຮັດໃຫ້ຫຼຸດຈໍານວນຄົນເຂົ້າເຖິງ (Reach) ເພຈຫຼຸດລົງເລື້ອຍໆ ເຊິ່ງສົ່ງຜົນກະທົບໂດຍກົງເຮັດໃຫ້ຜູ້ບໍລິໂພກ ຫຼືຜູ້ໃຊ້ Facebook ເຫັນບົດຄວາມ, ຜະລິດຕະພັນ ແລະ ສິນຄ້າຫຼຸດລົງເຊັ່ນດຽວກັນ… ຈົນເຮັດໃຫ້ເຈົ້າຂອງສິນຄ້າຍອມທີ່ ຊື້ໂຄສະນາ ເພື່ອແລກກັບການເຂົ້າເຖິງຂອງຜູ້ໃຊ້ Facebook; ແຕ່ການຊື້ໂຄສະນານັ້ນບໍ່ແມ່ນວ່າຈະໄດ້ຮັບຜົນດີສະເໝີໄປ ເພາະປະສິດທິພາບຂອງ ໂຄສະນາ ຂຶ້ນຢູ່ກັບຫຼາຍອົງປະກອບ ບໍ່ວ່າຈະເປັນຮູບ, ຂໍ້ຄວາມໂຄສະນາ ແລະ ການກໍານົດກຸ່ມເປົ້າໝາຍເປັນຕົ້ນ. ມື້ນີ້ຜູ້ຂຽນເລີຍຢາກຈະຍົກໃຫ້ເຫັນ 3 ເທັກນິກສໍາຄັນ ທີ່ຈະເຮັດໃຫ້ການຊື້ໂຄສະນາຈາກ Facebook ມີປະສິດທິພາບຫຼາຍຂຶ້ນ (ອ້າງອິງຈາກ: Digimusketeers (ປະເທດໄທ) ສະຖານບັນອົບຮົມຕະຫຼາດອອນລາຍ ບຸກຄະລາກອນມືອາຊີບ ແລະ ມີປະສົບການຫຼາຍກວ່າ 10 ປີ)

  1. Say NO for “Boost Post”

ຫຼາຍຄົນມັກຕິດກັບດັກປໍ້າ Like-Comment-Share ການມີ Like/Comment/Share ທີ່ຫຼາຍ ບໍ່ໄດ້ໝາຍຄວາມວ່າຍອດການຂາຍຂອງທ່ານຈະຫຼາຍໄປນໍາ… ເຮົາສາມາດແບ່ງປະຊາກອນໃນ Facebook ອອກເປັນ 2 ປະເພດຄື:

  • Engager ຫຼືຄົນທີ່ມັກກົດ Like-Comment-Share ໄປທຸກສິ່ງທຸກຢ່າງ, ການ Boost Post ຈະເຂົ້າເຖິງກຸ່ມລູກຄ້ານີ້ເປັນຫຼັກ.
  • Watcher ຫຼືຄົນທີ່ມັກເບິ່ງຢ່າງດຽວ ການ Boost Post ຈະບໍ່ສາມາດເຂົ້າເຖິງກຸ່ມລູກຄ້ານີ້ໄດ້

ກົງກັນຂ້າມກຸ່ມທີ່ເປັນ Watcher ໃນຫຼາຍຄັ້ງ ເມື່ອມັກສິນຄ້າກໍຈະຊື້ເລີຍ ໂດຍບໍ່ຈໍາເປັນຕ້ອງ Like/Comment/Share ດັ່ງນັ້ນ, ຖ້າຈະເຮັດໂຄສະນາດ້ວຍວິທີນີ້ຄວນເນັ້ນ ຜົນລັບທາງທຸລະກິດ ຫຼາຍກວ່າ ຍອດ Like ເທິງ Social ທີ່ບໍ່ສາມາດວັດຜົນຍອດຂາຍທາງທຸລະກິດໄດ້.

  1. ເຈາະກຸ່ມເປົ້າໝາຍແມ່ນຍໍາ ແລະ ສ້າງ Conversion ດ້ວຍ Facebook Pixel

ແມ່ນຫຍັງຄື Facebook Pixel? Facebook Pixel ກໍຄືເຄື່ອງມືການເກັບຂໍ້ມູນ ຂອງ Facebook ທີ່ສາມາດຊ່ວຍເຮົາປະເມີນ ແລະ ວັດຜົນການເຂົ້າ ເວັບໄຊ້ ຂອງເຮົາຜ່ານຂໍ້ມູນສະຖິຕິທາງເລິກທີ່ເກັບໄດ້ຈາກໜ້າທີ່ຖືກ Pixel ນັ້ນເອງ; ເຮັດໃຫ້ Facebook ຈະໄດ້ຮູ້ຈັກເວັບໄຊ້ຂອງເຮົາຫຼາຍຂຶ້ນ ແລະ ຮູ້ວ່າກຸ່ມເປົ້າໝາຍຂອງເຮົາແມ່ນໃຜ? ໂດຍຂໍ້ມູນທີ່ໄດ້ເຮົາສາມາດນໍາໄປໃຊ້ລົງໂຄສະນາໃນແບບ Conversion ຕໍ່ໃນ Facebook; ເຊິ່ງສາມາດກໍານົດຄົນໄດ້ກົງຕາມກຸ່ມເປົ້າໝາຍຂອງເຮົາຢ່າງລະອຽດ ແລະ ເໝາະສົມຫຼາຍຂຶ້ນ ແທນທີ່ຈະຊອກຄົນມາກົດ Like ແລະ Comment ເທົ່ານັ້ນ.

  1. Re-Marketing ດ້ວຍການດຶງ Data ເກົ່າມາຕໍ່ຍອດ ເພີ່ມກຸ່ມເປົ້າໝາຍ ແລະ ຖານລູກຄ້າຫຼາຍຂຶ້ນ

ຢ່າລືມວ່າເງິນທຸກກີບທີ່ເຮົາ ຊື້ໂຄສະນາ ໄປນັ້ນມີຄ່າຫຼາຍ ເມື່ອຄົນຄິກໂຄສະນາຂອງເຮົາໄປແລ້ວ ເຂົາອາດຍັງບໍ່ຊື້ໃນຄັ້ງທໍາອິດ ເນື່ອງດ້ວຍເຫດຜົນຫຼາຍໆຢ່າງເຊັ່ນ: ຊອກຂໍ້ມູນຣີວິວເພີ່ມຕຶ່ມ, ຖ້າເງິນເດືອນອອກ, ຄາວຽກ, ຍັງບໍ່ພ້ອມ ຫຼືແມ່ນຫຍັງກໍຕາມ… ແຕ່ນັ້ນບໍ່ແມ່ນເຫດຜົນທີ່ເຮົາຈະຖີ້ມ Data ພວກນັ້ນໄປເສຍລ້າໆ ດັ່ງນັ້ນ, ການນໍາ Data ຄົນທີ່ເຄີຍຄິກໂຄສະນາຂອງເຮົາກັບມາໃຊ້ອີກຮອບ ເປັນສິ່ງທີ່ສໍາຄັນຫຼາຍ ໃນທາງທຸລະກິດ Online ເພື່ອທີ່ຈະແນະນໍາສິນຄ້າ ແລະ ບໍລິການຂອງເຮົາໃຫ້ກັບລູກຄ້າຂອງເຮົາອີກຄັ້ງ ເມື່ອພວກເຂົາພ້ອມຕັດສິນໃຈຊື້ເຄື່ອງ, ເມື່ອລູກຄ້າເຫັນສິນຄ້າຂອງເຮົາຫຼາຍໆ ເຂົາຈະຈົດຈໍາສິນຄ້າໄດ້ຫຼາຍຂຶ້ນ ນໍາໄປເຊິ່ງພຶດຕິກໍາການຊື້ໃນລໍາດັບຕໍ່ມາ.

ນີ້ເປັນພຽງບາງເທັກນິກໃນການເຮັດ Facebook Ads ໃຫ້ມີປະສິດທິພາບຫຼາຍຂຶ້ນເທົ່ານັ້ນ ທີ່ຜູ້ຂຽນໄດ້ຍົກຂຶ້ນເພື່ອເປັນບົດຮຽນໃຫ້ແກ່ຜູ້ທີ່ຈະປະກອບການໃນດ້ານນີ້ ເພື່ອຈະບໍ່ໄດ້ເສຍຫົວໃຫ້ກັບ ໂຄສະນາຕ່າງໆທີ່ບໍ່ໄດ້ຮັບປະສິດທິພາບເທົ່າທີ່ຄວນ ແລະ ເສຍເງິນໄປແບບບໍ່ເຫັນຜົນຕອບແທນ… ແຕ່ທັງນີ້ທັງນັ້ນ ກໍຂຶ້ນຢູ່ກັບສິນຄ້າຂອງທ່ານເອງ, ຄໍາໂຄສະນາ, ຮູບພາບປະກອບຕ່າງໆ ທີ່ຈະສາມາດດຶງດູດລູກຄ້າໄດ້.

ທີ່ມາ: BRAND BUFFER

Comments