ກອງປະຊຸມ ປະທານອົງການພຸດທະສາສະໜາ 3 ປະເທດ ຄັ້ງທີ 1

ກອງປະຊຸມປະທານອົງການພຸດທະສາສະໜາ 3 ປະເທດ ກຳປູ-ລາວ-ຫວຽດນາມ ຄັ້ງທີ 1 ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 12 ພະຈິກ 2018 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍມີຈຸດປະສົງເພື່ອສືບຕໍ່ຮັດແໜ້ນສາຍໃຍຄວາມສຳພັນໃຫ້ດີຍິ່ງຂຶ້ນກວ່າເກົ່າ, ພ້ອມທັງເຮັດບົດບັນທຶກຊ່ວຍຈຳ ຮ່ວມມືດ້ານການຄຸ້ມຄອງ ພະສົງສາມະເນນ, ການສຶກສາສົງ, ການເຜີຍແຜ່ສິລະທຳຄຳສັ່ງສອນຂອງພຸດທະສາສະໜາ ການສ້າງວັດວາອາຮາມ ແລະ ການແລກປ່ຽນວັດທະນະທຳ ຮີດຄອງປະເພນີອັນດີງາມ ຂອງທັງສາມຊາດໃຫ້ເປັນຮູບປະທຳ, ໂດດເດັ່ນ ແລະ ແຜ່ກວ້າງອອກໄປຕະຫລອດກາລະອັນຍາວນານ.

ຮູບພາບບັນຍາກາດ ຕ້ອນຮັບຂະບວນ ປະທານອົງການພຸດທະສາສະໜາ 3 ປະເທດ ກຳປູ-ລາວ-ຫວຽດນາມ.

ຂໍ້ມູນຈາກ: ຂປລ.

ຮູບພາບ:ພຣະອາຈານແກ້ວ ສຸທັມໂມ.

 

 

Comments