ຜູ້ນໍາເຮົາ ຕ້ອນຮັບ ແລະ ພົບປະ ປະທານສະພາແຫ່ງ ລັດ ສ.ກູບາ

ໃນໂອກາດ ເດີນທາງມາຢ້ຽມຢາມ ລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 11 ພະຈິກ 2018 ຜ່ານມານີ້ສະຫາຍ ມີເກັນ ດີເອັດ-ກາແນນ ແບຣມູເດັດ ປະທານສະພາແຫ່ງລັດ, ປະທານສະພາລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ພ້ອມຄະນະ ໄດ້ພົບປະກັບ ສະຫາຍ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ເຊິ່ງສອງຝ່າຍຕ່າງກໍໄດ້ແຈ້ງໃຫ້ກັນຊາບ ສະພາບການທີ່ພົ້ນເດັ່ນຂອງສອງປະເທດ, ໄດ້ຕີລາຄາກ່ຽວກັບການຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ລະຫວ່າງ ສອງປະເທດ, ແລກປ່ຽນທັດສະນະຕ່າງໆກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈນໍາກັນ.

ການພົບປະຄັ້ງນີ້, ຝ່າຍລາວໄດ້ຢືນຢັນຄືນເຖິງແນວທາງສະເໝີຕົ້ນສະເໝີປາຍຂອງພັກ ລັດຖະບານລາວ ໃນການສືບຕໍ່ການພົວພັນ, ຮ່ວມມື ລະຫວ່າງ ສອງປະເທດໃນອະນາຄົດ ເພື່ອເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມແລ້ວນັ້ນ ລະຫວ່າງ ສອງປະເທດໄດ້ສືບຕໍ່ຮັບການເສີມຂະຫຍາຍ ແລະ ຈະເລີນງອກງາມຂຶ້ນເລື້ອຍໆ.

ຝ່າຍ ກູບາ ກໍໄດ້ຢືນຢັນຄືນແນວທາງນະໂຍບາຍຂອງພັກ ແລະ ລັດ ກູບາ ທີ່ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນ ແລະ ຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກູບາ-ລາວ ໃນສະເພາະໜ້າ ແລະ ຍາວນານ ກໍຄືຄວາມມຸ່ງໝັ້ນທີ່ຈະສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໃນດ້ານການກໍ່ສ້າງຊັບພະຍາກອນມະນຸດ, ກິລາ ແລະ ສາທາລະນະສຸກ. ໃນໂອກາດດຽວກັນນີ້, ສະຫາຍ ປະທານສະພາແຫ່ງລັດ ແລະ ປະທານສະພາລັດຖະມົນຕີ ກໍໄດ້ເຊື້ອເຊີນ ສະຫາຍ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄປຢ້ຽມຢາມ ສາທາລະນະລັດ ກູບາ ຢ່າງເປັນທາງການໃນເວລາອັນສະດວກໃນຕໍ່ໜ້າ.

ໃນວັນດຽວກັນນີ້ ຢູ່ສຳນັກງານນາຍົກລົດຖະມົນຕີ, ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການພົບປະຢ້ຽມຢາມ ຂອງ ສະຫາຍ ມີເກັນ ດີເອັດ-ກາແນນ ແບຣມູເດັດ ປະທານສະພາແຫ່ງລັດ, ປະທານສະພາລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ພ້ອມຄະນະ.

ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີຖານອ້າຍນ້ອງ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ-ກູບາ ທີ່ມີມາດົນນານນັ້ນ ໃຫ້ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາໄປສູ່ບາດກ້າວໃໝ່ເພື່ອຜົນປະໂຫຍດລວມຂອງທັງສອງປະເທດ.
ໂອກາດດຽວກັນ, ສະຫາຍ ມີເກັນ ດີເອັດ-ກາແນນ ແບຣມູເດັດ ໄດ້ສະແດງຄວາມພາກພູມໃຈ ທີ່ໄດ້ມີໂອກາດມາຢ້ຽມຢາມລາວອີກເທື່ອໜຶ່ງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ແລະ ຄວາມກ້າວໜ້າຂອງປະຊາຊົນລາວ ອ້າຍນ້ອງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ. ພ້ອມນີ້ສະຫາຍຍັງໄດ້ແຈ້ງໃຫ້ຊາບເຖິງ ຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້.

ໃນເວລາຕໍ່ມາ ຢູ່ຫໍສະພາແຫ່ງຊາດ, ສະຫາຍ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ກໍໄດ້ຕ້ອນຮັບການພົບປະຢ້ຽມຢາມ ຂອງ ສະຫາຍ ມີເກັນ ດີເອັດ-ກາແນນ ແບຣມູເດັດ ປະທານສະພາແຫ່ງລັດ, ປະທານສະພາລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ພ້ອມຄະນະ ເຊັ່ນດຽວກັນ.

ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີຖານອ້າຍນ້ອງ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ-ກູບາ ທີ່ມີມາດົນນານນັ້ນ ໃຫ້ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາໄປສູ່ບາດກ້າວໃໝ່ເພື່ອຜົນປະໂຫຍດລວມຂອງທັງສອງປະເທດ ເວົ້າລວມ, ເວົ້າສະເພາະ ແມ່ນຂົງເຂດວຽກງານສະພາແຫ່ງຊາດລາວ ແລະ ສະພາແຫ່ງລັດ ກູບາ.

ການພົບປະຄັ້ງນີ້, ສອງຝ່າຍຕ່າງກໍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະພາບການທີ່ພົ້ນເດັ່ນຂອງສອງປະເທດ, ໄດ້ຕີລາຄາກ່ຽວກັບການຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ລະຫວ່າງ ສອງປະເທດ ແລະ ໄດ້ແລກປ່ຽນຄຳຄິດຄຳເຫັນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ສະຫາຍ ມີເກັນ ດີເອັດ-ກາແນນ ແບຣມູເດັດ ປະທານສະພາແຫ່ງລັດ, ປະທານສະພາລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ພ້ອມຄະນະ ຍັງໄດ້ໄປວາງພວງມະລາຢູ່ ອະນຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມໄວ້ອາໄລ ແລະ ລະນຶກເຖິງ ຄຸນງາມຄວາມດີຂອງບັນພະບູລຸດລາວ ທີ່ເສຍສະຫລະຊີວິດ ແລະ ເລືອດເນື້ອເພື່ອປະເທດຊາດ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ.

Comments