News

ຮ່ວມກັນຕໍ່ຕ້ານ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ-ເດັກນ້ອຍ ເພື່ອຕ້ອນຮັບວັນຕ້ານການໃຊ້ຄວາມຮຸນແຮງສາກົນ 25 ພະຈິກນີ້…

ຄວາມຮຸນແຮງຕໍ່ແມ່ຍິງ ເປັນສິ່ງທີ່ບໍ່ຄວນເບິ່ງຂ້າມ… ເພື່ອເປັນການຕ້ອນຮັບ ວັນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງສາກົນ International day for elimination of violence against women ວັນທີ 25 ພະຈິກນີ້. ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ອົງການສະຫະປະຊາຊາດເພື່ອຄວາມສະເໝີພາບຍິງ-ຊາຍ ແລະ ຄວາມເຂັ້ມແຂງຂອງແມ່ຍິງ (UN Women) ໄດ້ຈັດຝຶກອົບຮົມພາຍໃຕ້ຫົວຂໍ້ “ວິທີການຂຽນຂ່າວທີ່ກ່ຽວກັບບັນຫາຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນ ສປປ ລາວ” ໃນລະຫວ່າງວັນທີ 13-14 ພະຈິກ 2018 ໂດຍມີທ່ານ ນາງ ທຸມມາລີ ວົງພະຈັນ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງ ມົນທິລາ ນາກວິຊຽນ ຊ່ຽວຊານດ້ານສື່ມວນຊົນ ຫ້ອງການພາກພື້ນອາຊີປາຊີຟິກ ອົງການ UN women ພ້ອມດ້ວຍນັກວິທະຍາການ ແລະ ນັກສຳມະນາກອນເຂົ້າຮ່ວມ. ​ການຝຶກອົບຮົມໃນຄັ້ງນີ້ ຈັດຂຶ້ນເພື່ອຍົກລະດັບຄວາມຮູ້, ສ້າງຄວາມສາມາດໃຫ້ພະນັກງານທີ່ເຮັດວຽກງານຂ່າວສານ ໂດຍສະເພາະສື່ມວນຊົນໃນການນຳສະເໜີຂ່າວ ແລະ ຖ່າຍພາບທີ່ເລັ່ງໃສ່ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ. ​ໃນນີ້, ບັນດານັກສໍາມະນາກອນ ໄດ້ຮຽນຮູ້ບັນດາກົດໝາຍທີ່ຕິດພັນກັບການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນພາກພື້ນ ແລະ ສາກົນໃນ ສປປ ລາວ. ...

Read More »

ເຂົ້າໄກ່ນ້ອຍ ໄດ້ຮັບໃບຢັ້ງຢືນຖິ່ນກໍາເນີດ ຮຽບຮ້ອຍແລ້ວ

ວັນທີ 13 ພະຈິກ 2018 ຜ່ານມາ ທີ່ຖໍ້າຊ້າງລອດ ເມືອງວຽງໄຊ ແຂວງ ຫົວພັນ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເປັນກຽດຂຶ້ນມອບໃບຢັ້ງຢືນ ຖິ່ນກໍາເນີດເຂົ້າໄກ່ນ້ອຍ ໃຫ້ແກ່ສະມາຄົມສົ່ງເສີມ ເຂົ້າໄກ່ນ້ອຍຫົວພັນ ເຊິ່ງຂຶ້ນຮັບໂດຍ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ. ການຈົດທະບຽນຖິ່ນກໍາເນີດເຂົ້າໄກ່ນ້ອຍຫົວພັນ ແມ່ນໄດ້ເລີ່ມຂຶ້ນໃນຕົ້ນປີ 2016 ແລະ ໄດ້ມີການເຕົ້າໂຮມຜູ້ຜະລິດ ແລະ ຜູ້ປະກອບການ ທີ່ຜະລິດ ແລະ ຄ້າຂາຍເຂົ້າໄກ່ນ້ອຍ ເຂົ້າຮ່ວມສ້າງຕັ້ງເປັນສະມາຄົມ ສົ່ງເສີມເຂົ້າໄກ່ນ້ອຍ ແຂວງຫົວພັນ ໂດຍມີ 242 ຄອບຄົວ ແລະ 3 ຫົວໜ່ວຍທຸລະກິດເຂົ້າຮ່ວມ. ຈຸດປະສົງຂອງ ການຈົດທະບຽນປົກປ້ອງຖິ່ນກໍາເນີດເຂົ້າໄກ່ນ້ອຍຈາກແຂວງຫົວພັນ ແມ່ນເພື່ອປົກປ້ອງຊື່ສຽງຂອງເຂົ້າໄກ່ນ້ອຍແຂວງຫົວພັນ ອັນເປັນທີ່ຮູ້ຈັກຢ່າງກວ້າງຂວາງ, ປົກປ້ອງພູມປັນຍາທ້ອງຖິ່ນທີ່ຕິດພັນກັບການຜະລິດເຂົ້າໄກ່ນ້ອຍ ທີ່ສືບທອດມາຈາກບັນພະບູລຸດຫຼາຍເຊັ່ນຄົນ ສາມາດເວົ້າໄດ້ວ່າ: ແມ່ນຊັບສິນທາງປັນຍາຂອງຊຸມຊົນທ້ອງຖິ່ນ, ທັງເປັນເປັນການຊ່ວຍໃຫ້ມີການຮັກສາຄຸນນະພາບທີ່ເປັນເອກະລັກຂອງເຂົ້າໄກ່ນ້ອຍໄວ້. ພາຍຫຼັງທີ່ມີການຈົດທະບຽນ ຈະມີການກວດກາທຸກຂັ້ນຕອນການຜະລິດ ແລະ ມີການຢັ້ງຢືນຄວາມຖືກຕ້ອງຕາມມາດຕະຖານການຜະລິດເຂົ້າໄກ່ນ້ອຍ ຈາກໜ່ວຍງານຢັ້ງຢືນພາຍໃນ ຫຼື ສາກົນ ຈິ່ງຈະເຮັດໃຫ້ສິນຄ້າເຂົ້າໄກ່ນ້ອຍທີ່ວາງຂາຍໃນຕະຫຼາດ ...

Read More »

CREATIVE ຕອບໂຈດການຕະຫຼາດຍຸກ 4.0 ໄດ້ແນວໃດ?

ແຕກຕ່າງ-ໂດດເດັ່ນ-ມີຊື່ສຽງ ປັດຈຸບັນຕ້ອງຍອມຮັບວ່າພະລັງຂອງ Social Media ມີຜົນຕໍ່ກັບຜູ້ບໍລິໂພກຫຼາຍ ບໍ່ວ່າຈະເປັນເລື່ອງທົ່ວໄປ, ເລື່ອງສ່ວນຕົວ ຫຼືແມ່ນແຕ່ເລື່ອງການຄ້າຂາຍ ປະກອບທຸລະກິດກໍອາໄສຊ່ອງທາງນີ້ໃນການໂຄສະນາ ໂປຼໂມດສິນຄ້າທັງໝົດ; ເຊິ່ງໃນນັ້ນກໍມີຫຼາຍເລື່ອງລາວ ຫຼາຍຮູບແບບ ທັງຕັ້ງໃຈ ແລະ ບໍ່ຕັ້ງໃຈທີ່ຖືກໃຈກະຕຸ້ນຕ່ອມຄວາມຢາກຮູ້ ຢາກເຫັນຂອງຄົນ ຈົນຖືກແຊຣ, ຖືກໄລ້ເປັນໄວລັດທີ່ແຜ່ກະຈາຍຢ່າງໄວວາ ເຮັດໃຫ້ເກີດມີຊື່ສຽງຂຶ້ນຊົ່ວຂ້າມຄືນ ດັ່ງທີ່ເຮົາເຄີຍເຫັນໃນສື່ Online ຢ່າງຫຼວງຫຼາຍ ເຊິ່ງແຕ່ລະຄົນນັ້ນຈະມີິຄວາມແຕກຕ່າງກັນອອກໄປ ແລະກໍສາມາດມັດໃຈຄົນສະເພາະກຸ່ມທີ່ໃຫ້ຄວາມສົນໃຈກ່ຽວກັບເລື່ອງນັ້ນໆ, ອາດຈະໃຫ້ຄວາມບັນເທີງ ຫຼືໃຫ້ແຮງບັນດານໃຈທີ່ເປັນປະໂຫຍດແກ່ເຂົາເຈົ້າ… ເຊິ່ງຂໍ້ດີຂອງການເຮັດໃຫ້ເກີດເປັນໄວລັດນັ້ນກໍຄື ຄວາມໄວ ແລະ ການເຂົ້າເຖິງຄົນຈໍານວນຫຼາຍ ດ້ວຍການໃຊ້ພະລັງຂອງ Social Media ໃນການກະຈາຍຂໍ້ມູນຂ່າວສານ; ສິ່ງສໍາຄັນຄືຕົ້ນທຶນຕໍ່າ ເພາະບາງໂພສທີ່ຖືກໃຈຄົນອ່ານ, ຄົນເບິ່ງຈະຖືກເອົາໄປແຊຣຕໍ່ໆກັນເອງຫຼາຍກວ່າ ໂດຍບໍ່ຕ້ອງເຮັດຫຍັງເລີຍ; ແນ່ນອນວ່າວິທີການຕະຫຼາດແບບນີ້ເໝາະສົມກັບ SME ທີ່ຕົ້ນທຶນໜ້ອຍ ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າເມື່ອເຮັດແລ້ວຈະປະສົບຄວາມສໍາເລັດໄດ້ງ່າຍໆ ເພາະທີ່ຜ່ານມາກໍມີຫຼາຍຄົນທີ່ເຫັນໂອກາດ ພາກັນເຮັດເປັນຈໍານວນຫຼາຍແຕ່ກໍບໍ່ເຫັນຜົນຫຍັງຕາມມາ ດັ່ງນັ້ນ… ແມ່ນຫຍັງທີ່ເຮັດໃຫ້ຖືກໃຈຜູ້ບໍລິໂພກຈົນເຮັດໃຫ້ເກີດມີການບອກຕໍ່ດ້ວຍການແຊຣ ຄໍາຕອບທີ່ຟັງເບິ່ງແລ້ວຈະງ່າຍແຕ່ກໍເຮັດຍາກ ນັ້ນກໍຄືຕ້ອງມີຄວາມຄິດສ້າງສັນ, ຄວາມຄິດຕ່າງ ທີ່ຈະສ້າງຄວາມແຕກຕ່າງ ເພື່ອສ້າງຄວາມໂດດເດັ່ນໃຫ້ແກ່ຕົນເອງ; ສິ່ງສໍາຄັນອີກຢ່າງໜຶ່ງຄືຕ້ອງກ້າລອງເຮັດ ແລະ ສ້າງບໍ່ປະສົບຄວາມສໍາເລັດກໍຢ່າທໍ້ຖອຍທີ່ຈະລອງອີກຄັ້ງ… ອີກຄັ້ງ… ອີກຄັ້ງ ແລ້ວສຸດທ້າຍຈະພົບຊ່ອງທາງເອງ… ທີ່ມາ: SME THAILAND ...

Read More »

ສັນຍາ RCEP ມີທ່າແຮງໃນການສ້າງກົດກະຕິກາໃໝ່ຂອງການຄ້າສາກົນ

ກອງປະຊຸມສຸດຍອດ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ (RCEP) ຄັ້ງທີສອງ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 14 ພະຈິກ 2018 ທີ່ປະເທດສິງກະໂປ, ໃນກອງປະຊຸມ ບັນດາປະມຸກລັດ ແລະ ຫົວໜ້າລັດຖະບານ ໄດ້ຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າໃນການເຈລະຈາ ແລະ ກໍານົດຄາດໝາຍການເຈລະຈາໃຫ້ສໍາເລັດພາຍໃນປີ 2019 ເຊິ່ງການເຈລະຈາສັນຍາດັ່ງກ່າວ ໄດ້ດໍາເນີນມາ 6 ປີ ໂດຍມີ 24 ຮອບ  ນັບແຕ່ປີ 2012 ເປັນຕົ້ນມາ. ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ ເປັນຂໍ້ຕົກລົງທາງດ້ານເສດຖະກິດພາກພື້ນ ຂະໜາດໃຫຍ່ທີ່ສຸດຂອງໂລກ ກວມເອົາປະຊາກອນ 3,5 ຕື້ຄົນ, ເກືອບ 1/3 ຂອງ GDP ໂລກ ແລະ 30% ຂອງການໄຫຼວຽນເງິນລົງທຶນທາງກົງຂອງໂລກ ຊຶ່ງພວມເຈລະຈາກັນລະຫວ່າງ 10 ປະເທດອາຊຽນ ກັບ 6 ຄູ່ຮ່ວມເຈລະຈາ ຄື: ອົດສະຕຣາລີ, ຈີນ, ອິນເດຍ, ນິວຊີແລນ ແລະ ສ.ເກົາຫລີ ປະກອບເປັນ 16 ປະເທດໃນເຂດການຄ້າເສລີ. (ທ່ານ ທອງລຸນ ສີສຸລິດ ...

Read More »

ທ່ານ ທອງລຸນ ສີສຸລິດ ເຂົ້າຮ່ວມຫຼາຍກອງປະຊຸມປິ່ນອ້ອມ ອາຊຽນຊໍາມິດ 33

ໃນ​ວັນ​ທີ 14 ພະຈິກ 2018, ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ, ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມລະດັບສຸດຍອດ ກັບບັນດາຄູ່ເຈລະຈາຂອງອາຊຽນ ເຊັ່ນ: ກອງປະຊຸມສຸດຍອດອາຫານເຊົ້າ ແບບບໍ່ເປັນ ທາງການອາຊຽນ-ອົດສະຕຣາລີ, ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 21, ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫລີ ຄັ້ງທີ 20, ກອງປະຊຸມອາຫານທ່ຽງແບບເຮັດວຽກສໍາລັບຜູ້ນໍາອາຊຽນ ແລະ ແຂກຂອງປະທານ, ກອງປະຊຸມສຸດຍອດ ອາຊຽນ-ລັດເຊຍ ຄັ້ງທີ 3 ແລະ ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 21. ນອກຈາກນີ້, ຍັງມີການພົບປະສອງຝ່າຍກັບ ລັດເຊຍ ແລະ ສ.ເກົາຫລີ. ກອງປະຊຸມສຸດຍອດອາຫານເຊົ້າ ແບບບໍ່ເປັນທາງການ ອາຊຽນ-ອົດສະຕຣາລີ ໄດ້ຕີລາຄາສູງຕໍ່ຜົນສໍາເລັດ ຂອງກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ສະໄໝພິເສດ ທີ່ໄດ້ຈັດຂຶ້ນ ໃນເດືອນມີນາ 2018 ທີ່ ຊິດນີ, ອົດສະຕຣາລີ. ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າຂອງການຜັນຂະຫຍາຍ 15 ຂໍ້ລິເລີ່ມ ທີ່ ລັດຖະບານອົດສະຕຣາລີ ໄດ້ປະກາດໃນໂອກາດກອງປະຊຸມສຸດຍອດສະໄໝພິເສດດັ່ງກ່າວ. ນອກນີ້, ...

Read More »

ສປປ ລາວ-ສເກົາຫລີ ພົບປະສອງຝ່າຍ

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆ ທີ່ ປະເທດສິງກະໂປ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ມູນ ແຈ ອິນ ປະທານາທິບໍດີ ແຫ່ງ ສ.ເກົາຫຼີ, ໃນວັນທີ 14 ພະຈິກ 2018, ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງຂຶ້ນ. ຂອບໃຈແຫຼ່ງຂໍ້ມູນ ພາບຈາກອິນເຕີເນັດ  

Read More »

ເປີດສະໝັກທຶນ!!! ໄປສຶກສາຕໍ່ທີ່ປະເທດສິງກະໂປ

ມາແລ້ວ ທຶນການສຶກສາ ລະດັບປະລິນຍາຕີ ຈາກປະເທດສິງກະໂປ ພາຍໃຕ້ທຶນການສຶກສາ 2019 Dr Goh Keng Swee Scholarship ປິດຮັບສະຫມັກ15 ມີນາ 2019 ລາຍລະອຽດ ແລະ ວິທີການສະຫມັກທີ່: https://abs.org.sg/dr-goh-keng-swee-scholarship The Dr Goh Keng Swee (GKS) Scholarship offers 4-year undergraduate studies in Singapore as administered by the Association of Banks in Singapore. GKS scholarship was set up by the financial community in Singapore in honour of former Deputy Prime Minister Dr Goh ...

Read More »

ກອງປະຊຸມສຸດຍອດ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ (RCEP)

ໃນວັນທີ 14 ພະຈິກ 2018, ກອງປະຊຸມສຸດຍອດ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ (RCEP) ຄັ້ງທີສອງ ໄດ້ໄຂຂຶ້ນຢ່າງເປັນທາງການທີ່ປະເທດສິງກະໂປ ແລະ ປະມຸກລັດ/ຫົວໜ້າລັດຖະບານ ໄດ້ຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າຢ່າງຫຼວງຫຼາຍໃນການເຈລະຈາມາຮອດປະຈຸບັນ ແລະ ກໍານົດຄາດໝາຍຈະສໍາເລັດການເຈລະຈາໃຫ້ໄດ້ພາຍໃນປີ 2019. ການເຈລະຈາສັນຍາດັ່ງກ່າວ ໄດ້ດໍາເນີນມາເປັນເວລາ ຫົກປີ ໂດຍມີ 24 ຮອບ  ນັບແຕ່ປີ 2012 ເປັນຕົ້ນມາ. ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ ຖືໄດ້ວ່າ ເປັນຂໍ້ຕົກລົງທາງດ້ານເສດຖະກິດພາກພື້ນຂະໜາດໃຫຍ່ທີ່ສຸດຂອງໂລກ ກວມເອົາປະຊາກອນເກືອບເຄິ່ງໂລກ 3,5 ຕື້ຄົນ, ເກືອບ 1/3 ຂອງ GDP ໂລກ ແລະ 30% ຂອງການໄຫຼວຽນເງິນລົງທຶນທາງກົງຂອງໂລກ ຊຶ່ງພວມເຈລະຈາກັນລະຫວ່າງ 10 ປະເທດອາຊຽນ ກັບ ຫົກຄູ່ຮ່ວມເຈລະຈາ ຄື: ອົດສະຕຣາລີ, ຈີນ, ອິນເດຍ, ນິວຊີແລນ ແລະ ເກົາຫຼີໃຕ້ ປະກອບເປັນ 16 ປະເທດໃນເຂດການຄ້າເສລີນີ້. ເປົ້າໝາຍຂອງການເຈລະຈາ ແມ່ນເພື່ອເຮັດໃຫ້ການເຊື່ອມໂຍງເສດຖະກິດພາກພື້ນໃຫ້ເປັນໄປໃນລວງກວ້າງ ແລະ ລວງເລິກຍິ່ງຂຶ້ນ, ຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດພາກພື້ນ ແລະ ການພັດທະນາເສດຖະກິດທີ່ສະເໝີພາບ ...

Read More »

ລັດຖະມົນຕີ ກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມອາຊຽນ ທີ່ ສິງກະໂປ.

ວັນທີ 13 ພະຈິກ 2018 ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 18 ທີ່ປະເທດສິງກະໂປເປັນເຈົ້າພາບ ເຊິ່ງໃນກອງປະຊຸມຄະນະຜູ້ແທນໄດ້ຮ່ວມກັນປຶກສາຫາລືກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຂອງບັນດາຂະແໜງການພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ໃນໄລຍະ 1 ປີ ຜ່ານມາ ໂດຍສະເພາະ ແມ່ນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາກິດຈະກໍາພາຍໃຕ້ແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ພ້ອມທັງຊຸກຍູ້ບັນດາຂະແໜງການຕ່າງໆ ພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມຫມັ້ນຄົງ ໃຫ້ເພີ່ມຄວາມເປັນເຈົ້າການ ແລະ ນໍາພາການຈັດຕັ້ງປະຕິບັດບັນດາກິດຈະກໍາທີ່ຍັງຄ້າງຄາ. ປັດຈຸບັນ ອາຊຽນ ສາມາດຈັດຕັ້ງປະຕິບັດສໍາເລັດແລ້ວ 88%ຂອງຈຳນວນທັງໝົດ 290 ກິດຈະກໍາ ພາຍໃຕ້ແຜນແມ່ບົດດັ່ງກ່າວ ໃນນັ້ນ ສປປ ລາວ ກໍໄດ້ປະກອບສ່ວນໃນການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ໂດຍໄດ້ສຳເລັດການເປັນເຈົ້າພາບກອງປະຊຸມປະສານງານ ຄັ້ງທີ 2 ໃນການສຶກສາຄົ້ນຄວ້າ ຂອງ ຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ກ່ຽວກັບສິດທິໄດ້ຮັບການສຶກສາ ແລະ ເປັນເຈົ້າພາບຈັດກອງປະຊຸມລັດ ຖະມົນຕີກົດໝາຍອາຊຽນ ຄັ້ງທີ 10 ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 18 ໃນຕົ້ນເດືອນຕຸລາ ຜ່ານມາ. ພ້ອມນັ້ນໃນຕອນເຊົ້າຂອງວັນດຽວກັນ ທ່ານ ...

Read More »

ທົດລອງຊໍາລະຄ່າພາສີທີ່ດິນ ຜ່ານລະບົບຂອງ ທະນາຄານ

ກົມສ່ວຍສາອາກອນ ກະຊວງການເງິນ ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຈັດພິທີທົດລອງຊໍາລະຄ່າພາສີທີ່ດິນ ຜ່ານລະບົບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL One) ໃນວັນທີ 14 ພະຈິກ 2018 ທີ່ກະຊວງການເງິນ ໂດຍມີທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ທ່ານ ນາງ ເພັດມາລາພອນ ວົງຈັນ ຮອງສູນບໍລິການເອເລັກໂຕຣນິກ ແລະ ຜະລິດຕະພັນບັດ ພ້ອມດ້ວຍພະນັກງານວິຊາການຈາກກົມ ແລະ ທະນາຄານເຂົ້າຮ່ວມ. ທ່ານ ພູທະນູເພັດ ໄຊສົມບັດ ກ່າວວ່າ: ກົມສ່ວຍສາອາກອນ ເລີ່ມຕົ້ນການຮ່ວມມືກັບ ທຄຕລ ຄັ້ງທໍາອິດ ແມ່ນການພັດທະນາລະບົບ ຮັບຊໍາລະຄ່າທໍານຽມໃນທ້າຍປີ 2017 ເຊິ່ງໄດ້ປະສົບຜົນສໍາເລັດໃນລະດັບທີ່ໜ້າພໍໃຈ ໂດຍໄດ້ຮັບຄວາມສົນໃຈ ແລະ ຄວາມເຊື່ອຖືຈາກສັງຄົມຢ່າງກວ້າງຂວາງ ໂດຍສືບເນື່ອງມາຈາກໂຄງການດັ່ງກ່າວ ລັດຖະບານຈຶ່ງເລັ່ງເຫັນໄດ້ວ່າ: ການເກັບລາຍຮັບເຂົ້າງົບປະມານແຫ່ງລັດຜ່ານທະນາຄານນີ້ ເຮັດໃຫ້ມີຄວາມສະດວກຕໍ່ປະຊາຊົນ ແລະ ພາກລັດ ເຊິ່ງສາມາດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ທັນເວລາ ຖືກຕ້ອງ ມີຄວາມໂປ່ງໃສ ແລະ ສາມາດກວດສອບຄືນໄດ້. ການຊໍາລະພາສີທີ່ດິນສາມາດຊໍາລະໄດ້ 3 ຊ່ອງທາງຄື: ...

Read More »