ກະຊວງສາທາລະນະສຸກ ລາວ-ອາເມຣິກາ ປຶກສາຫາລືການຮ່ວມມື

ໃນວັນທີ 9 ພະຈິກ 2018, ທ່ານ. ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງ ສາທາລະນະສຸກ ແລະ ທ່ານ ອີຣິກ ຮາແກນ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຂອງສະຫະລັດອາເມລິກາ   ປຶກສາຫາລືກ່ຽວກັບ ການຮ່ວມມຶືດ້ານສາທາລະນະສຸກ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ.

ສປປ ລາວ ແມ່ນຄູ່ຮ່ວມງານທີ່ສໍາຄັນໃນຄວາມພະຍາຍາມລະດັບສາກົນຂອງວຽກງານຕ້ານ ແລະ ສະກັດກັ້ນໄພຂົ່ມຂູ່ພະຍາດທີ່ກໍາລັງເກີດຂຶ້ນ ແລະ ເກີດຂຶ້ນໃໜ່ ໂດຍສະເພາະ ພະຍາດໄຂ້ຫວັດສັດປີກ ແລະ ໄຂ້ຫວັດໃຫຍ່ສາຍພັນໃໝ່, ການຕ້ານ​ຕໍ່ຢາຂອງໄຂ້ມາເລເຣຍ, ໄຂ້ເລືອດອອກ, HIV/AIDS ແລະ ພະຍາດວັນ​ນະ​ໂລກປອດ.

 

ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ກ່າວວ່າ: ສະຫະລັດອາເມລິກາ ມີຄວາມມຸ່ງໝັ້ນທີ່ຈະສືບຕໍ່ເພີ່ມທະວີການຮ່ວມມືກັບ ລັດຖະບານ ແລະ ປະຊາຊົນລາວ ໃນຂົງເຂດສາທາລະນະສຸກ ແລະ ການພັດທະນາທີ່ຍືນຍົງ. ການຮ່ວມມືດ້ານສາທາລະນະສຸກ ແມ່ນໜຶ່ງຕົວຢ່າງທີ່ພົ້ນເດັ່ນທີ່ສຸດຂອງການເຮັດວຽກຮ່ວມກັນຂອງພວກເຮົາ ແລະ ການເດີນທາງມາຢ້ຽມຢາມຂອງທ່ານຮອງລັດຖະມົນຕີ ຮາແກນ ແມ່ນອີກສັນຍານໜຶ່ງຢັ້ງຢືນວ່າການຮ່ວມມືດ້ານສາທາລະນະສຸກ ຂອງພວກເຮົາ ຈະສືບຕໍ່ຂະຫຍາຍຕົວ.

ທ່ານຮອງລັດຖະມົນຕີ ຮາແກນ ຍັງໄດ້ໄປຢ້ຽມຢາມ ໂຮງໝໍ ແລະ ຫ້ອງວິ​ເຄາະ​ການ​ແພດຕ່າງໆ ເພື່ອເບິ່ງ ໂຄງການຝຶກອົບຮົມທີ່ສະໜັບສະໜູນໂດຍລັດຖະບານສະຫະລັດອາເມລິກາ ທີ່ຈັດຂຶ້ນໃຫ້ສໍາລັບວິຊາການດ້ານສາທາລະນະສຸກ ວ່າສາມາດສ້າງຄວາມເຂັ້ມແຂງແນວໃດໃຫ້ກັບວຽກປ້ອງກັນ, ຄົ້ນຫາ, ການກຽມຄວາມພ້ອມ ແລະ ຕອບ​ໂຕ້​ຕໍ່ເຫດການສຸກເສີນດ້ານສາທາລະນະສຸກ.

ຂໍ້ມູນຈາກ: ສະຖານທູດອາເມຣິກາ

Comments