News

ເລັ່ງຈັດສັນອາຊີບໃຫ້ປະຊາຊົນ, ການສ້າງເສດຖະກິດຄອບຄົວ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກນາຍົກລັດຖະມົນຕີ ປະທານຄະນະກໍາມະການ ສະເພາະກິດແກ້ໄຂໄພພິພັດລະດັບຊາດ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມໂຄງການຈັດສັນທີ່ຢູ່ອາໃສໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນໄຟຟ້າເຊຂະໜານ 1 ຢູ່ເມືອງ ຊານໄຊ, ແຂວງອັດຕະປື,ໃນທ້າຍອາທິດຜ່ານມານີ້ ໂດຍມີອໍານາດການປົກຄອງເມືອງ ແລະ ປະຊາຊົນເມືອງຊານໄຊ ໃຫ້ການຕ້ອນຮັບ. ທ່ານໄດ້ເນັ້ນໜັກໃຫ້ອໍານນາດການປົກຄອງເມືອງ ເອົາໃຈໃສ່ປະສານສົມທົບກັບຜູ້ຮັບຜິດຊອບໂຄງການດັ່ງກ່າວ, ເພື່ອຈັດຕັ້ງປະຕິບັດດ້ານວຽກງານຕ່າງໆຕາມທີ່ໄດ້ຕົກລົງກັນໃນສັນຍາ ໃຫ້ສາມາດດຳເນີນໄປມີຜົນສໍາເລັດ ໂດຍສະເພາະແມ່ນວຽກງານຈັດສັນອາຊີບໃຫ້ປະຊາຊົນ, ການສ້າງເສດຖະກິດຄອບຄົວ, ການຈັດສັນເນື້ອທີ່ທໍາການຜະລິດ, ການຊຸກຍູ້ສົ່ງເສີມການປູກ-ການລ້ຽງ ແລະ ການຜະລິດເປັນສິນຄ້າຂອງປະຊາຊົນ; ເອົາໃຈໃສ່ເຂົ້າໃນການສະໜອງແນວພັນພຶດ-ສັດ, ວຽກງານສາທາລະນະສຸກ ໃຫ້ເອົາໃຈໃສ່ການຮັກສາສຸຂະພາບຂອງປະຊາຊົນ, ການສະໜອງນໍ້າສະອາດ, ນໍ້າກິນ-ນໍາໃຊ້ໃຫ້ປະຊາຊົນ. ທັງນີ້, ກໍເພື່ອຟື້ນຟູຊິວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ. ຂໍ້ມູນຈາກ:ຂປລ.  

Read More »

ທ່ານສາມາດດາວໂຫຼດ application ກົດໝາຍລາວໄດ້ແລ້ວວັນນີ້

ເປີດນໍາໃຊ້ແອປ ກົດຫມາຍໃຫມ່ ຂອງ ສປປ ລາວ  ທ່ານສາມາດເຂົ້າໄປດາວໂຫລດ application ກົດໝາຍລາວ ຕິດຕາມ ແລະ ອັບເດດບັນດາເລື່ອງ ນິຕິກຳ, ລັດຖະດຳລັດ, ຄຳສັ່ງ, ແຈ້ງການ ແລະ ອື່ນໆ ທີ່ມີຜົນສັກສິດ ໃນຮູບແບບ application ທາງໂທລະສັບມືຖື “ດາວໂຫຼດໂດຍການພິມ laolaw ໃສ່ຊ່ອງSearch ຢູ່ໃນ Play Store ຫຼື App Store”  

Read More »

ລາວ-ຈີນ ເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານ ໝັ້ນຄົງ ແລະ ຍາວນານ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາຊົນຈີນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນ ຈີນ ຄັ້ງທີ 1 (China International Import – Expo), ຊຶ່ງຈັດຂຶ້ນໃນລະຫວ່າງ ວັນທີ 5-10 ພະຈິກ 2018 ທີ່ ນະຄອນຊຽງໄຮ້, ສປ ຈີນ. ໃນວັນທີ 4 ພະຈິກ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ, ເຊິ່ງທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ຮູ້ສຶກເປັນກຽດຢ່າງສູງ ຕໍ່ການເຊື້ອເຊີນຄະນະຜູແທນ ສປປ ລາວ ...

Read More »

ຂໍ່ານັບຊົມເຊີຍ ການພົບປະສອງຝ່າຍ ລາວ-ຈີນ

ຂໍ່ານັບຊົມເຊີຍ “ການພົບປະສອງຝ່າຍລະຫວ່າງຄະນະພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປລາວ ແລະ ພະນະທ່ານ ສີຈີ້ນຜີງ ປະທານປະເທດແຫ່ງ ສປຈີນ, ກ່ອນວາລະການເຂົ້າຮ່ວມງານລ້ຽງຕ້ອນຮັບບັນດາປະມຸກລັດ ນາຍົກລັດຖະມົນຕີ ແລະ ການນຳສູງສຸດປະເທດ ເຂົ້າຮ່ວມງານວາງສະແດງສິນຄ້າສາກົນນຳເຂົ້າຄັ້ງທີ່ I ສປຈີນ” – at 04 ພະຈິກ 2018 ນະຄອນຊຽງໄຮ ສປ ຈີນ Chinese President Xi Jinping meets with Lao Prime Minister Thongloun Sisoulith in Shanghai, east China, Nov. 4, 2018. (Xinhua/Rao Aimin) Chinese President Xi Jinping meets with foreign leaders and hosts banquet for guests attending ...

Read More »

ສປປ ລາວ ກູ້ຍືມເງິນທະນາຄານໂລກ ເພື່ອປັບປຸງທຸລະກິດ ມູນຄ່າສູງເຖິງ……..ຕື້ກີບ

ວັນ​ທີ 31 ຕຸ­ລາ 2018 ທີ່​ກະ­ຊວງ​ການ​ເງິນ ໄດ້​ມີ​ພິ­ທີ​ເຊັນ​ສັນ­ຍາ​ເງິນ​ກູ້​ຢືມ​ຈາກ​ທະ­ນາ­ຄານ​ໂລກ 10 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 85 ຕື້​ກີບ ພາຍ​ໃຕ້​ໂຄງ­ການ​ສົ່ງ­ເສີມ​ຄວາມ​ສາ­ມາດ​ໃນ​ການ​ແຂ່ງ­ຂັນ ແລະ ການ​ຄ້າ ບັນ­ດາ​ທຸ­ລະ​ກິດ ແລະ ຄົວ​ເຮືອນ​ໃນ​ລາວ ຈະ​ໄດ້​ຮັບ​ຜົນ​ປະ­ໂຫຍດ​ຈາກ​ການ​ປັບ­ປຸງ​ສະ­ພາບ​ແວດ​ລ້ອມ ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ ເຊັ່ນ: ການ​ຫຼຸດ​ຈຳ­ນວນ​ມື້​ໃນ​ການ​ຂໍ­ອະ­ນຸ­ຍາດ​ສ້າງ­ຕັ້ງ​ທຸ­ລະ​ກິດ ຮ່ວມ​ລົງ​ນາມ​ລະ­ຫວ່າງ ທ່ານ​ນາງ ທິບ​ພະ​ກອນ ຈັນ­ທະ​ວົງ­ສາ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ແລະ ທ່ານ ນິ​ໂກ​ລາ ປອນ​ຕາ​ຣາ ຫົວ­ໜ້າ​ຫ້ອງ­ການ​ທະ­ນາ­ຄານ​ໂລກ ປະ­ຈຳ​ລາວ ໂຄງ­ການ​ຈະ​ສະ­ໜັບ­ສະ­ໜູນ​ຄວາມ​ພະ­ຍາ­ຍາມ​ຂອງ​ລັດ­ຖະ­ບານ ໃນ​ການ​ຫຼຸດ​ຂັ້ນ​ຕອນ​ການ​ຄຸ້ມ​ຄອງ​ທຸ­ລະ​ກິດ ອຳ­ນວຍ​ຄວາມ​ສະ­ດວກ​ດ້ານ​ການ​ຄ້າ ແລະ ປັບ­ປຸງ​ຄວາມ​ສາ­ມາດ​ໃນ​ການ​ແຂ່ງ­ຂັນ ບໍ­ລິ­ສັດ​ລາວ​ທີ່​ກຳ­ລັງ​ດຳ­ເນີນ​ທຸ­ລະ​ກິດ​ຢູ່ ແລະ ທີ່​ສ້າງ­ຕັ້ງ​ໃໝ່ ຈະ​ໄດ້​ຮັບ​ປະ­ໂຫຍດ​ຈາກ​ການ​ຫຼຸດ­ຜ່ອນ​ຕົ້ນ​ທຶນ ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ ມີ​ຂັ້ນ​ຕອນ​ທີ່​ສະ­ດວກ​ກວ່າ​ເກົ່າ ແລະ ເຂົ້າ​ເຖິງ​ແຫຼ່ງ​ທຶນ​ເພື່ອ​ປັບ­ປຸງ​ທຸ­ລະ​ກິດ​ຂອງ​ຕົນ ການ​ປັບ­ປຸງ​ເຫຼົ່າ​ນີ້ ຍັງ​ຈະ​ມີ​ຜົນ​ປະ­ໂຫຍດ​ໃຫ້​ແກ່​ປະ­ຊາ­ຊົນ​ລາວ​ທົ່ວ​ໄປ ເນື່ອງ​ຈາກ​ການ​ປັບ­ປຸງ​ເຫຼົ່າ­ນັ້ນ ຈະ​ຊຸກ­ຍູ້​ໃຫ້​ມີ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ເພີ່ມ​ຂຶ້ນ ແລະ ນຳ­ໄປ​ສູ່​ການ​ແຂ່ງ­ຂັນ​ຫຼາຍ​ຂຶ້ນ ລາ­ຄາ​ສິນ­ຄ້າ​ຈະ​ຄ່ອຍ​ຫຼຸດ​ລົງ ແລະ ເພີ່ມ​ທາງ​ເລືອກ​ໃຫ້​ຜູ້​ບໍ­ລິ­ໂພກ. ທ່ານ ນິ​ໂກ​ລາ ປອນ​ຕາ​ຣາ ກ່າວ​ວ່າ: “ການ​ປັບ­ປຸງ​ສະ­ພາບ​ແວດ​ລ້ອມ​ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ ...

Read More »

ປະເທດລາວ ມີໜີ້ສາທາລະນະສູງຫຼາຍກວ່າ 60% ຂອງ ຈີດີພີ! ມີ 6 ບັນຫາທີ່ຕ້ອງເລັ່ງແກ້ໄຂຢ່າງຮີບດ່ວນຄື:….

ເສດຖະກິດຂອງປະເທດລາວ ໃນປີນີ້, ປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍດ້ານທັງຂະແໜງກະສິກຳ, ໄຟຟ້າ, ບໍ່ແຮ່ທີ່ມີອັດຕາຂະຫຍາຍຕົວຫຼຸດລົງ. ທ່ານ ບົວສອນ ບຸບຜາວັນ ປະທານສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ຄສຄຊ) ໃຫ້ຮູ້ວ່າ: ສາເຫດຫຼັກມາຈາກຜົນກະທົບນອກຕົວ ທີ່ເກີດຈາກໄພທຳມະຊາດ ອັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ການຜະລິດ ແລະ ຊັບສິນຂອງປະຊາຊົນ ທັງພື້ນຖານໂຄງລ່າງຕ່າງໆ, ພ້ອມກັນນັ້ນ, ໃນປີນີ້ລາຄານ້ຳມັນໂລກອາດເພີ່ມຂຶ້ນເຖິງ 100 ໂດລາຕໍ່ບາເຣວ ເຊິ່ງໄດ້ສົ່ງຜົນຕໍ່ຕົ້ນທຶນການຜະລິດ, ການຂົນສົ່ງ ແລະ ຄ່າຄອງຊີບເພີ່ມສູງຂຶ້ນ ແລະ ຜົນກະທົບດ້ານໃນຕົວຄືເສດຖະກິດຂອງປະເທດຂາດດຸນຕໍ່ເນື່ອງຫຼາຍປີ ຈິ່ງເຮັດໃຫ້ມີໜີ້ສິນສາທາລະນະສູງ ແລະ ຢູ່ໃນລະດັບຫຼາຍກວ່າ 60% ຂອງ ຈີດີພີ, ສາກົນໄດ້ຈັດໃຫ້ ສປປ ລາວເຂົ້າຢູ່ໃນປະເທດທີ່ມີຄວາມຫຍຸ້ງຍາກໃນການໃຊ້ແທນຄືນໜີ້ສິນ, ໂຄງສ້າງເສດຖະກິດລາວປັດຈຸບັນຖືເປັນໂຄງສ້າງເສດຖະກິດແບບເກົ່າ ຫຼື ອັນນາລ໊ອກ (Analog) ບໍ່ທັນຫັນປ່ຽນໄປເປັນໂຄງສ້າງເສດຖະກິດ ດິຈິຕອລ. ຈາກ ສະພາບອັດຕາການເຕີບໂຕຂອງເສດຖະກິດທີ່ຫຼຸດລົງດັ່ງກ່າວ ປະທານສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ຄສຄຊ) ໄດ້ສະເໜີໃນທີ່ກອງປະຊຸມສົນທະນາທິດທາງເສດຖະກິດຂອງ ສປປ ລາວ, ເຊິ່ງຈັດຂຶ້ນໃນວັນທີ 30 ຕຸລາ 2018 ໂດຍສະເໜີໃຫ້ພາກລັດຄວນມີມາດຕະການຕົວຈິງ ເພື່ອກະຕຸ້ນການເຕີບໂຕທາງເສດຖະກິດ ແລະ ແກ້ໄຂບັນຫາໂຄງສ້າງເສດຖະກິດ ເພື່ອຮັບປະກັນການພັດທະນາໄວ ແລະ ຍືນຍົງ ...

Read More »

ອັງກິດ ເປີດຫ້ອງການສະຖານທູດປະຈໍາອາຊຽນທີ່ຈາກາຕາ

ທ່ານ Jeremy Hunt, ລັດຖະມົນຕີ ກະຊວງການຕ່າງປະເທດ ອັງກິດ ໄດ້ປະກາດກ່ຽວກັບແຜນຂອງອັງກິດທີ່ເປີດຫ້ອງການສະຖານທູດ ປະຈໍາອາຊຽນແຫ່ງໃໝ່ ເມື່ອບໍ່ດົນຜ່ານມານີ້. ທ່ານລັດຖະມົນຕີ ໄດ້ເນັ້ນກ່ຽວກັບສັນຍານທີ່ເຂັ້ມແຂງໃນການເປັນຄູ່ຮ່ວມທີ່ເຕັມໄປດ້ວຍຄວາມຝັນກັບອາຊຽນ, ເຊິ່ງໄດ້ຮັບການສ້າງຕັ້ງຂື້ນບົນພື້ນຖານການແລກປ່ຽນທາງດ້ານຜົນປະໂຫຍດ ແລະ ເປົ້າໝາຍຮ່ວມກັນ ເປັນຕົ້ນແມ່ນຂະແໜງຄວາມໝັ້ນຄົງ, ການຄ້າ ແລະ ຄວາມອຸດົມຮັ່ງມີ. ຫ້ອງການສະຖານທູດໃໝ່ນີ້ແມ່ນຈະໄດ້ຮັບການນໍາພາໂດຍເອກອັັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ຣາຊະອານາຈັກອັງກິດ ແລະ ອຽກລັງເໜືອຄົນໃໝ່ປະຈໍາອາຊຽນ ແລະ ຈະຕັ້ງຢູ່ສະຖານທູດອັງກິດທີ່ນະຄອນຫຼວງຈາກາຕ້າ, ປະເທດອິນໂດເນເຊຍ. ທ່ານທູດຄົນໃໝ່ ແລະ ທີມງານຈະເຮັດວຽກຢ່າງໃກ້ຊິດກັບເລຂາທິການອາຊຽນ ແລະ 10 ປະເທດສະມາຊິກອາຊຽນໃນການສ້າງຄູ່ຮ່ວມລະຫ່ວາງອັງກິດ ແລະ ອາຊຽນ. ອັງກິດ ແມ່ນເປັນປະເທດສົ່ງອອກຫຼັກຂອງອາຊຽນ ແລະ ເປັນທີ່ຕັ້ງຂອງບັນດາສະຖາບັນການເງິນຊັ້ນນໍາຂອງໂລກ ແລະ ການບໍລິການດ້ານອາຊີບຕ່າງໆ ທີ່ສາມາດຕອບສະໜອງດ້ານຄວາມຕ້ອງການດ້ານການເງິນຂອງອາຊຽນ. ທ່ານ Hugh Evans, ເອກອັັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ຣາຊະອານາຈັກອັງກິດ ແລະ ອຽກລັງເໜືອໄດ້ເນັ້ນວ່າ: “ ການປະກາດດັ່ງກ່າວນີ້ແມ່ນເປັນຂີດໝາຍທີ່ສໍາຄັນດ້ານນະໂຍບາຍຂອງອັງກິດທີ່ມີຕໍ່ ທຸກໆປະເທດສະມາຊິກອາຊຽນ  ເຊິ່ງໄດ້ຮັບການເຕີບໃຫ່ຍຂະຫຍາຍຕົວເທື່ອລະກ້າວໃນຊຸມປີທີ່ຜ່ານມາ.          ສາຍພົວພັນ ລະຫ່ວາງ ອັງກິດ ແລະ ສປປ ...

Read More »

ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ລົງຢ້ຽມຢາມກອງພົນທະຫານຮາບທີ 1

ວັນທີ 2 ພະຈິກ 2018ນີ້ ທ່ານ ບຸນຍັງ ວໍລະຈິດ ເລຂາທິການການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ,ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມ ກອງພົນທະຫານຮາບທີ 1 ຢູ່ເມືອງວັງວຽງ ແຂວງວຽງຈັນ, ໂດຍມີບັນດາອໍານາດການປົກຄອງແຂວງວຽງຈັນ, ນາຍ ແລະ ພົນທະຫານ ໃຫ້ການຕ້ອນຮັບ . ກອງພົນດັ່ງກ່າວ,ມີໜ້າທີ່ເປັນກໍາລັງເຄື່ອນທີ່ຂອງກະຊວງປ້ອງກັນປະເທດ, ປະສານກັບບັນດາກົມກອງເພື່ອເຮັດໜ້າທີ່ປົກປັກຮັກສາ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂດໃຈກາງ, ເຮັດໜ້າທີ່ເກາະຫ້ອຍຢູ່ພື້ນທີ່ສ່ວນ ໃຫຍ່ຂອງແຂວງ, ຂອບເຂດຊາຍແດນ ເຊື່ອມຕໍ່ລະຫວ່າງບັນດາແຂວງຕ່າງໆ. ພ້ອມທັງເປັນກໍາລັງລົງກໍ່ສ້າງຮາກຖານການເມືອງປັບປຸງກໍ່ສ້າງກໍາລັງ. ຂໍ້ມູນຈາກ: ຂປລ.

Read More »

ປະທານປະເທດ ຕ້ອນຮັບທູດ ສປ ຈີນ ເຂົ້າຍື່ນສານຕາຕັ້ງ

ໃນວັນທີ 1 ພະຈິກ 2018 ທີ່ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະ ທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ຈ່ຽງ ຈ້າຍ ຕົ່ງ (Jiang Zaidong) ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ຄົນໃໝ່ ປະຈຳ ສປປ ລາວ, ໂດຍມີສຳນັກງານການທູດຕັ້ງຢູ່ນະ ຄອນຫຼວງວຽງຈັນ. ກ່ອນມາປະຕິບັດໜ້າທີ່ການທູດຢູ່ລາວ, ທ່ານ ຈ່ຽງ ຈ້າຍ ຕົ່ງ ດໍາລົງຕໍາແໜ່ງເປັນຮອງຫົວໜ້າກົມອາຊີ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ. ສປປ ລາວ ແລະ ສປ ຈີນ ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 25 ເມສາ 1961 ແລະ ເປັນປະເທດບ້ານໃກ້ເຮືອນຄຽງ ທີ່ມີພູຜາປ່າໄມ້ ແລະ ແມ່ນ້ຳລຳເຊຕິດຈອດກັນ, ປະຊາຊົນສອງຊາດ ລາວ-ຈີນ ມີມູນເຊື້ອໄປມາຫາສູ່ກັນ ແລະ ...

Read More »

Ad Break ໃນ VDO ທີ່ຄົນເບິ່ງບໍ່ມັກ! ແຕ່ Content Creator ຕ້ອງຮູ້… ສ້າງເງິນຈາກມັນໄດ້ແນວໃດ?

ຄັດລັບທີ່ Content Creator ຕ້ອງຮູ້… ເມື່ອ Facebook ເປີດຕົວ Ad Break ຫຼືວີດີໂອສັ້ນໄລຍະພັກໂຄສະນາ ທີ່ຫຼາຍໆຄົນອາດຈະເຫັນເວລາເບິ່ງ ວີດີໂອຕ່າງໆ ແລ້ວຈະມີໂຄສະນາມາຂັ້ນແບບທີ່ເຮົາບໍ່ສາມາດກົດ Skip ໄດ້! ມັນເປັນສິ່ງທີ່ໜ້າເບື່ອຫຼາຍແມ່ນບໍ່ສໍາລັບຄົນທີ່ເບິ່ງ ໂດຍສະເພາະໃນບ້ານເຮົາ ຮູ້ສຶກວ່າຫຼາຍຄົນບໍ່ມັກເລີຍ! ແຕ່ Ad Break ແມ່ນກໍເປັນສິ່ງທີ່ສ້າງລາຍໄດ້ໃຫ້ກັບ ນັກໂຄສະນາ ທັງຫຼາຍ! ສະນັ້ນ ນັກໂຄສະນາຕ່າງຈຶ່ງຕ້ອງຄິດຊອກວີທີເຮັດແນວໃດ ໃຫ້ຄົນເບິ່ງວີດີໂອ ເບິ່ງໄລຍະຂັ້ນໂຄສະນານັ້ນພ້ອມ ເພື່ອທີ່ຈະຖ້າເບິ່ງວີດີໂອໃນໄລຍະຕໍ່ໄປ! ເພາະມັນຄືວິທີທີ່ຈະສ້າງເງິນໃຫ່ແກ່ເຂົາເຈົ້າ. ແລະນີ້ກໍຄື 4 ເຄັດລັບທີ່ Content Creator ຕ້ອງຮູ້!!! ໃນການສ້າງເງິນຈາກ Facebook ODO ສ້າງສັນເນື້ອໃນທີ່ສົ່ງເສີມການມີສ່ວນຮ່ວມ: ນັກມາຍາກົນຈາກດັງຂອງປະເທດເພື່ອນບ້ານ (ປະເທດໄທ) ໄດ້ສ້າງຄວາມປະທັບໃຈໃຫ້ກັບຄົນເບິ່ງຢ່າງແທ້ຈິງ ແລະ ຍັງສາມາດດຶງດູດໃຫ້ 51% ຂອງຜູ້ເບິ່ງຈາກ 30 ລ້ານຄົນ ໃຫ້ເບິ່ງວີດີໂອໂຄສະນາດົນກວ່າ 1 ນາທີໄດ້ສໍາເລັດ ໂດຍ 94% ຈະເບິ່ງຈົນຈົບ ເພື່ອຖ້າເບິ່ງມາຍາກົນຕໍ່. ສ້າງເນື້ອໃນທີ່ມີຄວາມຍາວຫຼາຍຂຶ້ນ: ພາສສະເກລ ເຊຍແຣບພາ ແບ່ງປັນວີດີໂອທີ່ມີຄວາມຍາວຢ່າງໜ້ອຍ ...

Read More »