ທ່ານ ມີເກັນ ມາຣີໂອ ດີເອັດສ-ກາແນນ ແບຣມູເດັດສ ພ້ອມດ້ວຍພັນລະຍາ ເດີນທາງມາເຖິງນະຄອນຫຼວງວຽງຈັນ

ທ່ານ ມີເກັນ ມາຣີໂອ ດີເອັດສ-ກາແນນ ແບຣມູເດັດສ ປະທານສະພາແຫ່ງລັດ, ປະທານສະພາລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາເຖິງນະຄອນຫຼວງວຽງຈັນ ໃນຕອນຄໍ່າວັນທີ 10 ພະຈິກ 2018 ເພື່ອທໍາການຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ແຕ່ວັນທີ 11-12 ພະຈິກ 2018 ນີ້.

 

ຊີວະປະຫວັດ ຂອງ ທ່ານ ມີເກັນ ມາຣີໂອ ດີເອັດສ-ກາແນນ ແບຣມູເດັດສ 
ປະທານສະພາແຫ່ງລັດ ແລະ ປະທານສະພາລັດຖະມົນຕີ ແຫ່ງ ສ.ກູບາ

ທ່ານ Miguel Diaz-Canel Bermudez, ເກີດເມື່ອວັນທີ 20 ເມສາ 1960 ທີ່ເມືອງ Placetas, ແຂວງ Villa Clara; ເຂົ້າເປັນສະມາຊິກພັກ ປີ 1987
ລະດັບການສຶກສາ: ປີ 1982, ຮຽນຈົບປະລິນຍາຕີ ຂະແໜງວິສະວະກໍາໄຟຟ້າ ທີ່ ມະຫາວິທະຍາໄລ Marta Abreu, ແຂວງ Villa Clara; ຈົບປະລິນຍາໂທ ດ້ານການປົກຄອງ; ປີ 1982-1985, ເລີ່ມຕົ້ນເປັນເຈົ້າໜ້າທີ່ ປະຈໍາຢູ່ ກອງກໍາລັງປະກອບອາວຸດ ປະຕິວັດກູບາ; ປີ 1985-1987, ເປັນອາຈາສອນ ຢູ່ ມະຫາວິທະຍາໄລ Marta Abreu, ແຂວງ Villa Clara; ປີ 1987, ເປັນຄະນະສະຫະພັນຊາວໜຸ່ມຄອມມູນິດກູບາ ຂອງມະຫາວິທະຍາໄລ Marta Abreu ແລະ ໄດ້ເດີນທາງໄປປະຕິບັດພາລະກິດພັນທະສາກົນກໍາມະຊີບ ຢູ່ນີກາລາກົວ; ປີ 1989, ເປັນເລຂາທີໜຶ່ງ ຄະນະບໍລິຫານງານສະຫະພັນຊາວໝຸ່ມຄອມມູນິດແຂວງ Villa Clara ແລະ ເປັນເລຂາທີສອງ ຄະນະບໍລິຫານງານສະຫະພັນຊາວໜຸ່ມຄອມມູນິດກູບາ; 1991 ໄດ້ຖືກຮັບຮອງເຂົ້າເປັນສະມາຊິກສູນກາງພັກ; ປີ 1992-1993, ເປັນຄະນະບໍລິຫານງານຊາວໜຸ່ມ ຄອມມູນິດກູບາ, ຊີ້ນໍາວຽກງານອຸດົມການ-ແນວຄິດ ແລະ ແຮງງານ; 1993-1994, ເປັນເລຂາພັກແຂວງ Villa Clara ແລະ ເປັນສະມາຊິກ ຜູ້ແທນສະພາແຫ່ງຊາດ ສ.ກູບາ; 2003, ຖືກເລືອກຕັ້ງເປັນເລຂາພັກແຂວງ Holguin ແລະ ເປັນກໍາມະການກົມການເມືອງສູນກາງພັກ ຄອມມູນິດກູບາ; 2009-2012, ເປັນລັດຖະມົນຕີ ກະຊວງສຶກສາຊັ້ນສູງ; 21/03/2012, ເປັນຮອງປະທານສະພາແຫ່ງລັດ ແລະ ຮອງປະທານສະພາລັດຖະມົນຕີ, ຊີ້ນໍາວຽກງານການສຶກສາ, ວິທະຍາສາດ, ກິລາ ແລະ ວັດທະນະທໍາ; 21/02/2013 ເປັນຮອງປະທານສະພາແຫ່ງລັດ ແລະ ຮອງປະທານສະພາລັດຖະມົນຕີ ຜູ້ທີໜຶ່ງ; 19/04/2018 ເປັນປະທານສະພາແຫ່ງລັດ ແລະ ປະທານສະພາລັດຖະມົນຕີ ແຫ່ງ ສ.ກູບາ.

ຂໍ້ມູນຈາກ: ຂປລ.

Comments