ພິທີຕ້ອນຮັບ ຈັດຂຶ້ນຢ່າງເປັນທາງການ ທີ່ທຳນຽບປະທານປະເທດ.

ຕອນເຊົ້າວັນທີ 11 ພະຈິກ 2018 ນີ້, ຢູ່ທໍານຽບປະທານປະເທດ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ມີເກັນ ດີເອັດສ-ກາແນນ ແບຣມູເດັດສ, ປະທານສະພາແຫ່ງລັດ ແລະ ປະທານສະພາລັດຖະມົນຕີ ແຫ່ງ ສາທາລະນະລັດ ສ. ກູບາ ທີ່ມາຢ້ຽມຢາມ ລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນລະຫວ່າງວັນທີ 10-11 ພະຈິກ 2018 ນີ້.

ການຢ້ຽມຢາມລາວທາງລັດຖະກິດຂອງ ທ່ານ ມີເກັນ ດີເອັດສ-ກາແນນ ແບຣມູເດັດສ ຄັ້ງນີ້ ເປັນເຫດ ການສໍາຄັນທາງດ້ານປະຫວັດສາດ ແຫ່ງການພົວພັນ ລະຫວ່າງ ສປປ ລາວ ແລະ ສ.ກູບາ ເປັນການປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີຖານອ້າຍນ້ອງ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ກໍຄືປະຊາຊົນສອງຊາດ ລາວ-ກູບາ ທີ່ມີມາດົນນານນັ້ນ ໃຫ້ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາໄປສູ່ບາດກ້າວໃໝ່ເພື່ອຜົນປະໂຫຍດລວມຂອງທັງສອງປະເທດ.

ໃນການພົບປະຢ່າງເປັນທາງການກັບ ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ສອງຝ່າຍໄດ້ແຈ້ງໃຫ້ກັນຊາບສະພາບການທີ່ພົ້ນເດັ່ນຂອງສອງປະເທດ, ຕີລາຄາກ່ຽວກັບການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ລະຫວ່າງ ສອງປະເທດ.

ໃນໂອກາດນີ້ທ່ານ ບຸນຍັງ ວໍລະຈິດ ໄດ້ຕາງໜ້າພັກ ແລະ ລັດຖະບານ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງສູງຕໍ່ພັກ, ລັດຖະບານ ແລະ ປະຊາຊົນກູບາ ອ້າຍນ້ອງທີ່ໄດ້ສະໜັບສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າແກ່ພາລະກິດຕໍ່ສູ້ກູ້ຊາດຂອງປະຊາຊົນລາວໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

ທ່ານ ມີເກັນ ດີເອັດສ-ກາແນນ ແບຣມູເດັດສ, ໄດ້ສະແດງຄວາມພາກພູມໃຈ ທີ່ໄດ້ມີໂອກາດມາຢ້ຽມຢາມລາວອີກເທື່ອໜຶ່ງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ແລະ ຄວາມກ້າວໜ້າຂອງປະຊາຊົນລາວ ອ້າຍນ້ອງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ.

ພ້ອມທັງໄດ້ຢັ້ງຢືນຄືນແນວທາງນະໂຍບາຍຂອງພັກ ແລະ ລັດ ກູບາ ທີ່ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນ ແລະ ຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກູບາ-ລາວ ໃນສະເພາະໜ້າ ແລະ ຍາວນານ ກໍຄືຄວາມມຸ່ງໝັ້ນທີ່ຈະສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໃນດ້ານການກໍ່ສ້າງຊັບພະຍາກອນມະນຸດ, ກິລາ ແລະ ສາທາລະນະສຸກ.

ພ້ອມນີ້ກໍໄດ້ເຊື້ອເຊີນ ທ່ານ ບຸນຍັງ ວໍລະຈິດ  ໄປຢ້ຽມຢາມ ສາທາລະນະລັດ ກູບາ ຢ່າງເປັນທາງການ ໃນເວລາອັນສະດວກໃນຕໍ່ໜ້າ.

 

ຂໍ້ມູນຈາກ: ບຸນຕຽງ ຈັນທະວົງ

ຮູບພາບ: ຂປລ.

Comments