ສະຫຼຸບຜົນການແຂ່ງຂັນ Carlsberg Golf Classic 2018

ໃນວັນເສົາ ທີ 10 ພະຈິກ 2018 ທີ່ຜ່ານມາ ຢູ່ທີ່ສະໜາມກ໊ອຟ Lakeview ນະຄອນຫຼວງວຽງຈັນ, ບໍລິສັດເບຍລາວ, ໂດຍຜະລິດຕະພັນຂອງເບຍຄລາສເບີກ ໄດ້ຈັດການແຂ່ງຂັນ ຄລາສເບີກ ກ໊ອບ ຄລາສສິກ 2018 ຂຶ້ນເປັນຄັ້ງທີ 2.  ໃຫ້ກຽດເຂົ້າຮ່ວມແຂ່ງຂັນ ໂດຍທ່ານ ກິດສະໜາ ວົງໄຊ ປະມນສະພາບໍລິຫານ, ທ່ານ ສູນທອນ ພົມມະຈັກ ປະທານບໍລິສັດເບຍລາວ ຈຳກັດ ແລະ ທ່ານ ເຮັນຣິກ ແອນເດິຊັນ ຜູ້ອຳນວຍການບໍລິສັດເບຍລາວ ຈຳກັດ, ພ້ອມມີນັກກິລາເຂົ້າຮ່ວມແຂ່ງຂັນຫຼາຍກວ່າ  100 ຄົນ.

ຜູ້ຊະນະເລີດສາຍ ມີແຮນດີເເຄັບ (handicap) ໄດ້ແກ່:  ທ່ານ ລັດຕະນະວົງ ກິນດາວົງ  5 ຄະແນນລວມ: -3

ຮອງຊະນະເລີດອັນດັບ 1  ໄດ້ແກ່ ທ່ານ ທະນູສັກ ພົມມະຈັກ  17 ຄະແນນລວາມ: -2

ຮອງຊະນະເລີດອັນດັບ 2 ໄດ້ແກ່ ທ່ານ ວຽງເພັດ ພັນທະວົງ 18 ຄະແນນລວມ: -2

ຜູ້ຊະນະເລີດສາຍ ການແຂ່ງຂັນແບບບໍ່ມີແຮນດີແຄັບ (gross) ຊະນະເລີດໄດ້ແກ່ ທ່ານ ໄຊຍິ່ງ ຕົງເຢທໍ່  ຄະແນນລວມ -2

ຮອງຊະນະເລີດອັນດັບ 1 ໄດ້ແກ່ ທ່ານ ສຸທາ ສີສາລາດ ຄະແນນລວມ -1

ຮອງຊະນະເລີດ ອັນດັບທີ 2 ໄດ້ແກ່ ທ່ານ ຈັນປະສິດ ອຸນາພົມ ຄະແນນລວມ +2

ແລະ ຍັງມີລາງວັນພິເສດອີກຄື:

ລາງວັນຕີໄກ້ຂຸມ 4  ໄດ້ແກ່ ທ່ານ ໂອໄລ ດວງພະສຸກ 188 ຊມ

ລາງວັນຕີໄກ້ ຂຸມ 16  ໄດ້ແກ່ ທ່ານ ສາຄອນ ພົງພິລາ 120 ຊມ

ລາງວັນຕີໄກ ຂຸມ 8 ແມ່ນ ທ່ານ Johnson Yeo.

ນອກຈາກນີ້, ໃນງານປກາດຜົນການແຂ່ງຂັນ ຍັງມີການຈັບສະຫຼາກລາງວັນ  Lucky Draw  ລາງວັນພິເສດຫຼາກຫຼາຍຢ່າງ

  • ທ່ານ ສິພະໄທ ພັນແພງດີ ແລະ ທ່ານ ໄຊປັນຍາ ຫຼວງທານຸ ເປັນຜູ້ໂຊກດີ ໄດ້ຮັບລາງວັນປີ້ຍົນໄປ-ກັບ ທອ່ງທ່ຽວປະເທດດູໄບ ມູນຄ່າ 25 ລ້ານກີບ.
  • ທ່ານ ສັນຕິ ພັນເມືອງລາວ ເປັນຜູ້ໂຊກດີ ໄດ້ຮັບລາງວັນ ລົດຖີບປັ່ນເພື່ອສຸຂະພາບ ມູນຄ່າ 20 ລ້ານກີບ. ຈາກ Mercedes -Benz lao
  • ທ່ານ ໄຊຍິ່ງ ຕົງເຢທໍ່ ເປັນຜູ້ໂຊກດີ ໄດ້ຮັບລາງວັນ ໄດ້ຮັບລາງວັນປີ້ຍົນໄປ-ກັບ ທອ່ງທ່ຽວປະເທດສິງກະໂປ

ລາງວັນທັງໝົດສໍາລັບຜູ້ຊະນະເລີດ ແລະ ຮອງຊະນະເລີດອັນດັບ 2-3-4 ລວມທັງຜູ້ໂຊກດີຈາກການຈັບສະຫຼາກຊອກຫາຜູ້ໂຊກດີສໍາລັບນັກກິລາເຂົ້າຮ່ວມການແຂ່ງຂັນຄັ້ງນີ້ ມີມູນຄ່າຫຼາຍກ່ວາ 300 ລ້ານກີບ.

ການແຂ່ງຂັນຄລາສເບີກ ກ໊ອບຄລາສສິກ ເປັນການແຂ່ງຂັນກ໊ອບ ທີ່ຍິ່ງໃຫຍ່ ແລະ ປະສົບຜົນສຳເລັດຫລາຍໃນປະເທດມາເລເຊຍ, ເຊິ່ງໄດ້ເລີ່ມມີການແຂ່ງຂັນມາແຕ່ປີ 1988, ໂດຍມີຊື່ວ່າ ຄລາສເບີກໂທຣຟີ ແລະ ໃນປີ 1994 ໄດ້ປ່ຽນຊື່ມາເປັນ ຄລາສເບີກ ກ໊ອບ ຄລາສສິກ. ການຈັດການແຂ່ງຂັນໃນຄັ້ງນີ້. ມີຈຸດປະສົງ ເພື່ອແລກປ່ຽນປະສົບການ ແລະ ເສີມສ້າງຄວາມສາມັກຄີ ລະຫວ່າງນັກກິລາກ໊ອບດ້ວຍກັນ, ທັງເປັນການພັດທະນາວົງການກິລາກ໊ອບ ແລະ ນັກກິລາກ໊ອບລາວ ໃຫ້ມີຄວາມສາມາດ ແລະ ເພີ່ມທັກສະໃນການແຂ່ງຂັນ ໃຫ້ທັດທຽມກັບນັກກິລາໃນພູມີພາກດຽວກັນ.

 

Comments