ການເປັນຫົວໜ້ານັ້ນບໍ່ຍາກ! ແຕ່ເປັນຫົວໜ້າທີ່ມັດໃຈລູກນ້ອງໄດ້ ເປັນສິ່ງທີ່ຍາກຫຼາຍ…

ຫົວໜ້າຍຸກ 4.0 ແບບໃດ? ທີ່ຈະໄດ້ໃຈລູກນ້ອງ…

ໃນການເຮັດວຽກຂອງທຸກໆອົງກອນ ບົດບາດຂອງຫົວໜ້າ ທີ່ປຽບດັ່ງແມ່ທັບທີ່ຈະຕ້ອງເປັນຜູ້ນໍາໃນການຂັບເຂື່ອນອົງກອນ ແລະ ທີມໄປສູ່ຄວາມສໍາເລັດ… ຖ້າຈະໃຫ້ນິຍາມຂອງ “Super Boss” ເປັນຫົວໜ້າທີ່ສາມາດມັດໃຈລູກນ້ອງ, ພ້ອມເຮັດວຽກເຕັມທີ່ແບບບໍ່ມີເງື່ອນໄຂ; ມື້ນີ້ຜູ້ຂຽນຢາກຈະມາແນະນໍາ 9 ວິທີມັດໃຈລູກນ້ອງສໍາລັບຫົວໜ້າທັງຫຼາຍ ທີ່ຢາກຈະໃຫ້ລູກນ້ອງຮັກ, ເຄົາລົບ ແລະ ເຮັດວຽກດ້ວຍຄວາມຈົງຮັກພັກດີ ເພື່ອຂັບເຄື່ອນອົງກອນສູ່ຄວາມສໍາເລັດ…

1.   ມີຄວາມຍຸດຕິທໍາ: ຖືເປັນສິ່ງສໍາຄັນອັນດັບທໍາອິດ ຫົວໜ້າທີ່ດີຕ້ອງມີຄວາມຍຸດຕິທໍາ ໃນການຕັດສິນບັນຫາ ໂດຍສະເພາະກ່ຽວກັບຄົນ ທັງການລົງໂທດ ຫຼືໃຫ້ລາງວັນ, ຊົມເຊີຍ ຫຼືຕັກເຕືອນ ເພາະບໍ່ມີໃຜມັກຫົວໜ້າທີ່ບໍ່ຍຸດຕິທໍາ, ລໍາອຽງ.

2.   ຕ້ອງຊັດເຈນ ບໍ່ປ່ຽນໄປ-ມາ: ໃນເລື່ອງຂອງການສັ່ງວຽກຊັດເຈນ ບໍ່ກັບໄປກັບມາເປັນສ່ວນໜຶ່ງຂອງພາວະຜູ້ນໍາ ແລະ ເປັນທັດສະນະຄະຕິທີ່ຂາດບໍ່ໄດ້ຂອງຫົວໜ້າ; ຖ້າທ່ານຕ້ອງການໃຫ້ບໍລິສັດດໍາເນີນທຸລະກິດຢ່າງລາບລື່ນ, ໄວວາ ແລະ ວຽກມີຄຸນນະພາບສູງ ການສັ່ງວຽກທີ່ຊັດເຈນເປັນການສ້າງເປົ້າໝາຍທີ່ແນ່ນອນໃຫ້ກັບລູກນ້ອງ.

3.   ແກ້ໄຂບັນຫາໄດ້ດີ: ກ້າຕັດສິນໃຈ ແລະ ກ້າຮັບຜິດຊອບໃນຜົນລັບ ໃນສະຖານະການເຮັດວຽກເມື່ອເກີດບັນຫາ “ຫົວໜ້າ” ໃນຖານະຜູ້ນໍາຕ້ອງຄິດຢ່າງໄວວາເພື່ອແກ້ໄຂບັນຫາຕ່າງໆ ໄດ້ທ່ວງທັນ ເພາະຖ້າເກີດບັນຫາຍິ່ງແກ້ໄຂໄດ້ໄວເທົ່າໃດຍິ່ງຈະເປັນການດີ; ນອກຈາກນີ້ ການກຽມແຜນຮັບມືກັບສະຖານະການ ກໍເປັນອີກໜຶ່ງຜົນລັບທີ່ຈະນໍາພາທ່ານສູ່ຄວາມສໍາເລັດໄດ້… ເຊິ່ງຄຸນສົມບັດເຫຼົ່ານີ້ຈະເຮັດໃຫ້ລູກນ້ອງມີຄວາມເຊື່ອໝັ້ນ ແລະ ໝັ້ນໃຈໃນຕົວຂອງຫົວໜ້າ ທັງເປັນແບບຢ່າງທີ່ດີໃຫ້ກັບລູກນ້ອງ.

4.   ນັກວາງແຜນສູ່ຄວາມສໍາເລັດ: ຍຸດທະສາດໄມ້ເດັດຂອງນັກວາງແຜນ ເປັນການກໍາໜົດເປົ້າໝາຍ ເພື່ອໃຊ້ໃນການບໍລິຫານຄົນປະກອບດ້ວຍ ການວາງແຜນນີ້ ຊີ້ເປົ້າໝາຍທີ່ຊັດເຈນຈະຊ່ວຍໃຫ້ລູກນ້ອງມີແນວທາງ ເພື່ອນໍາໄປສູ່ຄວາມສໍາເລັດ ຖ້າຫາກບໍ່ມີການກໍານົດແຜນທີ່ຊັດເຈນ ລູກນ້ອງກໍບໍ່ຮູ້ຈະຍ່າງໄປທາງໃດ… ດັ່ງນັ້ນ ການກໍານົດຍຸດທະສາດຢ່າງມີແບບແຜນຈຶ່ງມີຄວາມສໍາຄັນຫຼາຍ.

5.   ປຸກປັ້ນພະລັງເຮັດວຽກກັບລູກນ້ອງ: ການເຮັດວຽກທີ່ເອີ້ນວ່າ “Team Work” ເປັນການເຮັດວຽກຮ່ວມກັນລະຫວ່າງຫົວໜ້າ ແລະ ລູກນ້ອງ; ເຊິ່ງເປັນການສ້າງຄວາມສໍາພັນອັນດີ ແລະແໜ້ນແຝ້ນ ຫາກອົງກອນໃດໄດ້ແລກປ່ຽນ Idea ກັບຫົວໜ້າສະເພາະແຕ່ການປະຊຸມຢ່າງດຽວ ຄວາມໜຽວແຝ້ນໃນທີມກໍຈະບໍ່ເກີດຂຶ້ນ; ແຕ່ຖ້າຫົວໜ້າມີຄວາມເຂົ້າໃຈ ຮ່ວມແລກປ່ຽນຄວາມຄິດກັບລູກນ້ອງ ຈະເຮັດໃຫ້ໄດ້ຮຽນຮູ້ຕົວຕົນ, ຄວາມຄິດ, ທັດສະນະຄະຕິ, ສັກກາຍະພາບ ແລະ ຄວາມສາມາດຂອງລູກນ້ອງ.

6.   ເປັນຜູ້ເສຍສະຫຼະ ບໍ່ເອົາປຽບລູກນ້ອງ ເປັນຕົວຢ່າງທີ່ດີໃຫ້ກັບລູກນ້ອງ: ສ່ວນນີ້ຖືວ່າເປັນອີກຂໍ້ທີ່ສໍາຄັນ ໃນຖານະຫົວໜ້າ ຄວາມເສຍສະຫຼະ, ບໍ່ເອົາປຽບ ເຮັດໃຫ້ລູກນ້ອງນັບຖື, ໄວ້ໃຈໃນການເຮັດວຽກ ແລະ ເປັນຕົວຢ່າງທີ່ດີໃຫ້ກັບລູກນ້ອງ ເພາະໃນອານາຄົດທຸກຄົນຕ້ອງເຕີບໃຫຍ່ເປັນຫົວໜ້າ…​ ເຊິ່ງຈະເປັນຕົວຢ່າງທີ່ດີ.

7.   ສ້າງການມີສ່ວນຮ່ວມ ຮັບຟັງຄວາມຄິດເຫັນລູກນ້ອງ: ຫົວໜ້າທີ່ດີຕ້ອງໃຫ້ລູກນ້ອງໄດ້ໂອ້ລົມ, ແລກປ່ຽນຄວາມຄິດເຫັນຂອງຕົນເອງໄດ້ ເຊິ່ງຂໍ້ຄິດຂອງການເປີດໂອກາດໃຫ້ລູກນ້ອງໄດ້ສະແດງຄວາມຄິດເຫັນນັ້ນ ຈະຊ່ວຍໃຫ້ຮູບແບບການເຮັດວຽກ ແລະ ຄວາມສໍາພັນໃນການເຮັດວຽກເປັນໄປຢ່າງລາບລື່ນ ເກີດແນວຄິດໃໝ່ໆຢູ່ສະເໝີ ເພື່ອການພັດທະນາຕົວເອງຕໍ່ໄປ.

8.   ສະໜັບສະໜູນ ແລະ ສົ່ງເສີມສັກກາຍະພາບຂອງລູກນ້ອງ: ບົດບາດຂອງຫົວໜ້າເຖິງວ່າລູກນ້ອງແຕ່ລະຄົນຈະຮູ້ດີ ວ່າຕົນມີຄວາມສາມາດຫຍັງຢູ່; ແຕ່ນັ້ນກໍອາດຈະບໍ່ແມ່ນທັງໝົດ ການທີ່ຫົວໜ້າຈະຊ່ວຍໃຫ້ລູກນ້ອງເຫັນສັກກາຍະພາບທີ່ແທ້ຈິງ ຫຼືສັກກາຍະພາບທັງໝົດທີ່ຕົນເອງມີ; ບໍ່ພຽງແຕ່ຈະຊ່ວຍໃຫ້ລູກນ້ອງສາມາດເຮັດວຽກຕາມຄວາມສາມາດໄດ້ຢ່າງມີປະສິດທິພາບສູງເທົ່ານັ້ນ ແຕ່ລູກນ້ອງຍັງຕ້ອງມີໂອກາດພັດທະນາສັກກາຍະພາບທີ່ຕົນເອງມີ ໃຫ້ເພີ່ມຂຶ້ນໄປເລື້ອຍໆອີກດ້ວຍ.

9.   ມີເຫດຜົນ ບໍ່ຕັດສິນດ້ວຍອາລົມ: ການໃຊ້ອາລົມຕັດສິນການເຮັດວຽກໂດຍຂາດເຫດ ແລະຜົນ ຖືເປັນການໃຊ້ອໍານາດ ໃນຖານະຫົວໜ້າ ຫຼືຜູ້ບັງຄັບບັນຊາບໍ່ເໝາະສົມ ເຊິ່ງຈະເຮັດໃຫ້ລູກນ້ອງຮູ້ສຶກວ່າຕົນເອງປຽບດັ່ງຂ້າທາດ ແລະ ຕ້ອງເຮັດຕາມໃຈຫົວໜ້າ ນອກຈາກນີ້ການສັ່ງໃຫ້ລູກນ້ອງເຮັດໃນສິ່ງທີ່ຢູ່ນອກເໜືອວຽກທີ່ຮັບຜິດຊອບກໍບໍ່ຄວນ.

ຖ້າທ່ານເປັນຫົວໜ້າ ຫຼືຜູ້ນໍາທີ່ຕ້ອງການມັດໃຈລູກນ້ອງ ແລະ ສ້າງຄວາມເຊື່ອໝັ້ນໃຫ້ກັບລູກນ້ອງ 9 ວິທີ ຫຼືຍຸດທະສາດເຫຼົ່ານີ້ ຊ່ວຍທ່ານໄດ້ແນ່ນອນ…

ຂອບໃຈທີ່ມາ: SME THAILAND CLUP

Comments