ທ່ານ ບຸນທອງ ຈິດມະນີ ຕ້ອນຮັບທູດຈີນ ແລະ ຮັບເຄື່ອງຕອງນໍ້າສະອາດ.

ໃນວັນທີ 16 ພະຈິກ 2018 ຜ່ານມາ ທີ່ຄະນະກວດກາສູນກາງພັກ, ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈຽງ ຈາຍຕົງ (Jiag Zaidong) ເອກອັກຄະລັດຖະທູດ ສປ ຈີນ ຄົນໃໝ່ ປະຈຳລາວ

ທ່ານບຸນທອງ ຈິດມະນີ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານທູດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງປະຈຳລາວ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືທີ່ດີລະຫວ່າງລາວ-ຈີນ-ລາວ ຊຶ່ງແມ່ນເພື່ອນມິດສະຫາຍອ້າຍນ້ອງທີ່ຮ່ວມອຸດົມການດຽວກັນ, ເປັນຄູ່ຮ່ວມຊາຕາກຳທີ່ມີຄວາມໝາຍຍຸດທະສາດ, ທັງເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານຕາມທິດ 4 ດີ (ເພື່ອນບ້ານໃກ້ຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ).

ປະຊາຊົນສອງຊາດ ລາວ-ຈີນ ມີມູນເຊື້ອໄປມາຫາສູ່ກັນ, ຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນມາແຕ່ບູຮານນະການ, ສອງປະເທດໄດ້ສ້າງຕັ້ງສາຍພົວພັນໃນວັນທີ 25 ເມສາ 1961 ດ້ວຍຄວາມພະຍາຍາມຮ່ວມກັນທັງສອງຝ່າຍ, ສາຍພົວພັນທີ່ເປັນມູນເຊື້ອອັນດີງາມດັ່ງກ່າວໄດ້ຮັບການເສີມຂະຫຍາຍໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ນັບມື້ນັບເລິກເຊິ່ງແໜ້ນແຟ້ນຍິ່ງຂື້ນ.

ໃນຕອນບ່າຍຂອງວັນດຽວກັນ ທ່ານ ບຸນທອງ ຈິດມະນີ ກໍໄດ້ໃຫ້ກຽດຮັບເຄື່ອງຕອງນໍ້າສະອາດຈຳນວນ 450 ຊຸດ ຈາກພະອາຈານ ເຊີນຊຸຍ ປະທານອົງການພຸດທະສາສະໜາແຂວງກວາງຊີ, ສປ ຈີນ ມູນຄ່າ 45.000 ໂດລາ ຫຼື ປະມານ 380 ກວ່າລ້ານກີບ ເພື່ອນໍາໄປຊ່ວຍເຫຼືອຜູ້ປະສົບໄພພິບັດໃນຂອບເຂດທົ່ວປະເທດ ຂອງ ສປປ ລາວ.

ຂ່າວ-ພາບ: ພູວຽງຄໍາ

 

Comments