ລັດຖະບານ ຈະຫຼຸດໂຄຕາລັດຖະກອນ ຈາກ 3.000 ມາເປັນ 1.500 ໃນປີໜ້າ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 20 ພະຈິກ 2018 ໂດຍໄດ້ເນັ້ນວ່າ: ລັດຖະບານ ຈະຫຼຸດໂຄຕາພະນັກງງານລັດຖະກອນໃໝ່ລົງຕື່ມ ຈາກຈຳນວນ 3.000 ໃນປີ 2018 ມາເປັນ 1.500 ສຳລັບປີ 2019, ພ້ອມທັງຕັດສິນໃຈແກ່ຍາວການເພີ່ມດັດສະນີເງິນເດືອນໃຫ້ແກ່ພະນັກງານໄວ້ເສຍກ່ອນ ໃນເງື່ອນໄຂທີ່ເຮົາມີຄວາມຫຍຸ້ງຍາກທາງດ້ານງົບປະມານປັດຈຸບັນ. “ຫວັງວ່າພະນັກງານລັດຖະກອນເຮົາ ຈະສືບຕໍ່ເສຍສະຫຼະ ແລະ ອົດທົນໄປໄລຍະໜຶ່ງກ່ອນ” ທ່ານ ນາຍົກລັດຖະມົນຕີ ກ່າວ

ທີ່ມາ: ຂ່າວສານປະເທດລາວ.

ຂ່າວ: ສິງຄຳ, ພາບ: ເກດສະໜາ

Comments