ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ພະຈິກ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ພະຈິກ 2018 ໃນມື້ທີສອງໄດ້ດໍາເນີນໃນວັນທີ 19 ພະຈິກ 2018, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມ ຄັ້ງນີ້ ໄດ້ພ້ອມກັນສຸມໃສ່ພິຈາລະນາ, ປະກອບຄໍາເຫັນເຂົ້າໃສ່ 5 ເອກະສານສໍາຄັນ ດັ່ງນີ້:

​​​​​1.ບົດລາຍງານກ່ຽວກັບສະພາບການພົ້ນເດັ່ນໃນການເຄື່ອນໄຫວວຽກງານພົ້ນເດັ່ນຂອງລັດຖະບານ ໃນໄລຍະຜ່ານມາ ແລະ ທິດທາງວຽກງານຈຸດສຸມ ໃນຕໍ່ໜ້າ.

​​​​​2.ບົດລາຍງານກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 02/ນຍ ວ່າດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການກະຕຸ້ນເສດຖະກິດມະຫາພາກ.

​​​​​3.ຮ່າງດໍາລັດ ວ່າດ້ວຍກອງທຶນສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ.

​​​​​4.ຮ່າງດໍາລັດ ວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ

​​​​​​5.ຍຸດທະສາດວ່າດ້ວຍການເຕີບໂຕສີຂຽວ ແຫ່ງຊາດ ຮອດປີ 2030.

​​​​​-ບົດລາຍງານ ກ່ຽວກັບສະພາບການເຄື່ອນໄຫວວຽກງານພົ້ນເດັ່ນຂອງລັດຖະບານ ໃນໄລ ຍະຜ່ານມາ ແລະ ທິດທາງວຽກງານຈຸດສຸມ ໃນຕໍ່ໜ້າ ແລະ ບົດລາຍງານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 02/ນຍ ວ່າດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການກະຕຸ້ນເສດຖະກິດມະຫາພາກ, ກອງປະຊຸມ ເຫັນດີເປັນເອກະພາບຮັບຮອງເອົາ ແລະ ໄດ້ຊີ້ນໍາໃຫ້ພາກ ສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕາມການປະກອບຄໍາຄິດຄໍາເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຈະ ແຈ້ງ, ຮັດກຸມ ແລະ ມີເຫດມີຜົນ ເພື່ອເປັນຂໍ້ມູນທີ່ເປັນລະບົບຄົບຊຸດເພື່ອນໍາສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ເພື່ອພິຈາລະນາຮັບຮອງ.

​​​​​-ສໍາລັບຮ່າງດໍາລັດ ວ່າດ້ວຍກອງທຶນທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ, ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຄືນຕາມການປະກອບຄໍາຄິດຄໍາເຫັນຂອງສະມາຊິກລັດຖະບານ ແລ້ວນໍາມາ ສະເໜີຜ່ານກອງປະຊຸມນາຍົກ-ຮອງນາຍົກ ພິຈາລະນາຕົກລົງ.

​​​​​​-ສຳລັບຮ່າງດໍາລັດ ວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຍຸດທະສາດເຕີບໂຕສີຂຽວ ແຫ່ງຊາດ ຂອງ ສປປ ລາວ, ກອງປະຊຸມໄດ້ຮັບຮອງເອົາໃນດ້ານຫຼັກການ ໂດຍມອບໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງໃຫ້ຮັດກຸມຕື່ມແລ້ວຈຶ່ງປະກາດໃຊ້ເປັນທາງການ.

ໃນຕອນທ້າຍ, ກອງປະຊຸມ ໄດ້ຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ, ລັດຖະກອນ, ທະຫານ, ຕໍາຫຼວດ, ກໍາມະກອນ, ນັກຮຽນຮູ້-ປັນຍາຊົນ, ນັກທຸລະກິດ, ຜູ້ປະກອບການ ທັງພາກລັດ ແລະ ເອກະຊົນ, ປະຊາຊົນເຜົ່າຕ່າງໆ ຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ພ້ອມກັນຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ໝັ້ນຄົງເຂັ້ມແຂງ.

ຂໍ້ມູນຈາກເວບໄຊ໌ ລັດຖະບານ.
ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ 

Comments