ສສຊ ຮັບຟັງລາຍງານວຽກພົ້ນເດັ່ນຂອງລັດຖະບານ.

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 20 ພະຈິກ 2018 ທີ່ນະຄອນຫຼວງວຽງຈັນ ເຊິ່ງຈະດຳເນີນໄປຈົນເຖິງວັນທີ 21 ທັນວາ 2018.

ໂດຍມື້ທຳອິດຂອງການດຳເນີນກອງປະຊຸມ ບັນດາສະມາຊິກສະພາແຫ່ງຊາດ ໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂອງລັດຖະບານ ປະຈຳປີ 2018 ແລະ ທິດທາງແຜນການຈຸດສຸມ 2019; ລວມທັງແຜນພັດທະນາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2018 ແລະ ທິດທາງແຜນການ ປີ 2019.


ພ້ອມນັ້ນ, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານ ຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2018 ແລະ ທິດທາງແຜນການ ປີ 2019, ບົດລາຍງານຜົນການກວດສອບສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດ ປະຈຳປີ 2017; ຮັບຟັງການລາຍງານຂອງອົງການກວດກວດລັດຖະບານ ກ່ຽວກັບການກວດກາຕາມຜົນກວດສອບ ບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ສົກປີ 2015-2016.

ຈາກນັ້ນ, ບັນດາສະມາຊິກສາພາ ໄດ້ຮັບຟັງການປະກອບຄຳເຫັນຂອງ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຕໍ່ບົດລາຍງານຂອງລັດຖະບານ, ອົງການກວດສອບແຫ່ງລັດ ແລະ ອົງການກວດກາລັດຖະບານຕາມລຳດັບ.

ຂໍ້ມູນຈາກ: ຂປລ.

 

 

Comments