ທ່ານ ບໍ່ແສງຄໍາ ວົງດາລາ ວາງກະຕ່າດອກໄມ້ ທີ່ອະນຸສອນສະຖານປະທານໄກສອນ ພົມວິຫານ.

ຂະບວນຄາລາວານ ທີ່ອອກເດີນທາງຈາກນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງວັນທີ 28 ພະຈິກ 2018 ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງ ວຽງໄຊ ແຂວງ ຫົວພັນ ຖານທີ່ໝັ້ນຂອງ ການປະຕິວັດ ຂອງກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວນໍາໂດຍ ທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີກະຊວງ ຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍການນຳແຂວງ ຊຽງຂວາງ ໄດ້ໄປວາງກະຕ່າດອກໄມ້ ຢູ່ອະນຸສອນສະຖານປະທານ ໄກສອນ ພົມວິຫານ ແລະ ອະນຸສອນ ທ່ານ ພູມີ ວົງວິຈິດ ທີ່ແຂວງ ຊຽງຂວາງ ໃນຕອນເຊົ້າວັນທີ 29 ພະຈິກ 2018.

ເພື່ອສະແດງເຖິງຄວາມກະຕັນຍູ, ຮູ້ບຸນຄຸນ ແລະ ລະນຶກ ເຖິງຄຸນງາມຄວາມດີຂອງເພິ່ນທີ່ໄດ້ເສຍສະຫຼະ ແລະ ອຸທິດເຫື່ອແຮງ ເພື່ອພາລະກິດການຕໍ່ສູ້ອັນພິລະອາດຫານ ແລະ ບໍ່ຍອມຈຳນົນຕໍ່ການຮຸກຮານຂອງ ພວກຈັກກະພັດຕ່າງດ້າວຜູ້ຮຸກຮານ ນຳພາປະຊາຊົນລາວບັນດາເຜົ່າ ຕໍ່ສູ້ຈົນໄດ້ຮັບໄຊຊະນະ ແລະ ກອບກູ້ ເອົາຜືນແຜ່ນດິນອັນຫວງແຫນມາສູ່ປະຊາຊົນລາວທັງຊາດ ແລະ ສະຖາປະນາເປັນປະເທດ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າ ເຜີຍໃນວັນທີ 2 ທັນວາ 1975.

ຂ່າວ: ບຸນຕຽງ
ພາບ: ສຳນານ

Comments