ປີນິ້ອາດບໍ່ໄດ້ຕາມເປົ້າໝາຍທີ່ຕັ້ງໄວ້ 5 ລ້ານເທື່ອຄົນ.

ໃນ 6 ເດືອນຕົ້ນປີ 2018 ມີນັກທ່ອງທ່ຽວເຂົ້າມາລາວ 2,1 ລ້ານກວ່າເທື່ອຄົນ ແຕ່ມາໃນໄລຍະໜຶ່ງ ໄດ້ເກີດມີໄພພິບັດທາງທຳມະຊາດ ຢ່າງຮຸນແຮງຢູ່ຫຼາຍແຂວງ ຊຶ່ງໄດ້ສົ່ງຜົນກະທົບຕໍ່ການທ່ອງທ່ຽວ, ມາຮອດເດືອນ ກັນຍາ ປີ 2018 ມີນັກທ່ອງທ່ຽວເຂົ້າມາລາວ 2,9 ລ້ານກວ່າເທື່ອຄົນ ແລະ ອີກ 3 ເດືອນທ້າຍປີ 2018 ຄາດວ່າຈະມີນັກທ່ອງທ່ຽວເພີ່ມຂຶ້ນ ລວມໝົດປີ ຄາດວ່າຈະບໍ່ຕໍ່າກວ່າ 4 ລ້ານເທື່ອຄົນ,ຊຶ່ງຕ່ຳກວ່າເປົ້າໝາຍທີ່ຕັ້ງໄວ້ຄື 5 ລ້ານເທື່ອຄົນ.

ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ເມື່ອວັນທີ 27 ພະຈິກ ພາຍ ໃຕ້ການເປັນປະທານຂອງທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ ວ່າ:

ປີ 2019 ຈະເປີດປີທ່ອງທ່ຽວ ລາວ-ຈີນ ຊຶ່ງຈະເຮັດໃຫ້ນັກທ່ອງທ່ຽວຈີນເຂົ້າມາທ່ຽວລາວເພີ່ມຂຶ້ນຈາກ 4 ແສນກວ່າເທື່ອຄົນໃນປີນີ້ ເພີ່ມຂຶ້ນເປັນ 1 ລ້ານເທື່ອຄົນ ຊຶ່ງຈະເຮັດໃຫ້ໂຕເລກນັກທ່ອງທ່ຽວເຂົ້າມາທ່ຽວລາວທັງໝົດບໍ່ຕ່ຳກວ່າ 5 ລ້ານເທື່ອຄົນ.

ຂໍ້ມູນຈາກ: ນສພ ປະຊາຊົນ

ຂອບໃຈພາບຈາກອິນເຕີເນັດ

Comments