ຄູ-ແພດ-ວິຊາການສົ່ງເສີມການຜະລິດ ຍີ້ມແຍ້ມເມື່ອລັດຖະບານໃຫ້ບູລິມະສິດ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນຊີ້ແຈງ ຕໍ່ບັນດາສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII, ໃນວັນທີ 28 ພະຈິກ 2018 ທີ່ຫໍປະຊຸມສະພາແຫ່ງຊາດ ນະຄອນຫຼວງວຽງຈັນ, ໂດຍມີເນືອໃນສໍາຄັນບາງຕອນວ່າ: ລັດຖະບານ ໄດ້ເປັນເອກະພາບ ແລະ ຕັດສິນໃຈຈັດສັນໂກຕ້າພະນັກງານ ລັດຖະກອນໃໝ່ປະຈຳປີ 2019 ລົງມາເຫຼືອພຽງ 1.500 ຄົນ, ຊຶ່ງມີຕົວເລກໜ້ອຍກວ່າປີຜ່ານມາ, ໂດຍຈະໃຫ້ບູລິມະສິດແກ່ແພດໝໍ, ຄູ-ອາຈານ, ວິຊາການສົ່ງເສີມການຜະລິດ ແລະ ອື່ນໆ.

ແຕ່ຍັງຈະໄດ້ຕິດຕາມກວດກາຕື່ມ ເພື່ອແກ້ໄຂປະກົດການຫຍໍ້ທໍ້ ໃນການຈັດແບ່ງໂກຕ້າທີ່ມີຈຳກັດ ໃຫ້ໄປເຖິງເປົ້າໝາຍທີ່ຈຳເປັນແທ້.

ໂດຍລັດຖະບານ ຈະໄດ້ກວດກາຄືນບັນຫາ ພະນັກງານ-ລັດຖະກອນ ເຫຼືອບໍ່ພໍ, ຄົ້ນຄວ້າດຸ່ນດ່ຽງ ຈາກບ່ອນເຫຼືອໄປສູ່ບ່ອນທີ່ຍັງຂາດເຂີນ, ຫັນພະນັກງານ-ລັດຖະກອນ ຈາກສູນກາງລົງຊ່ວຍທ້ອງຖິ່ນໃຫ້ຫຼາຍຂຶ້ນ, ຍົກສູງຄຸນນະພາບ ແລະ ປະສິດທິພາບ ຂອງພະນັກງານລັດຖະກອນ ເພື່ອສ້າງໃຫ້ເຂົາເຈົ້າ ໃຫ້ມີປະສົບການຕົວຈິງ ແລະ ເຕີບໃຫຍ່ ຈາກວຽກຮາກຖານກາຍເປັນພະນັກງານທີ່ມີຄຸນນະພາບ ແລະ ສາມາດເຮັດວຽກຮັບໃຊ້ປະຊາຊົນຢ່າງແທ້ຈິງ.

ພ້ອມກັນນີ້, ກໍຈະສ້າງເງື່ອນໄຂໃຫ້ຜູ້ຈົບການສຶກສາໃໝ່ ໄດ້ປະກອບອາຊີບ ເຊັ່ນ: ຄ້າຂາຍ, ການຜະລິດທຸລະກິດ ແລະ ວິຊາຊີບອື່ນໆ ໃຫ້ຫຼາຍຂຶ້ນ.

ຂໍ້ມູນຈາກ: ຂປລ.

Comments