ສື່ມວນຊົນອາຊຽນ ຢ້ຽມຢາມສະຖານທີ່ທ່ອງທ່ຽວຂອງລາວ.

ໂອກາດເຂົ້າຮ່ວມສຳມະນາສື່ສິ່ງພິມອາຊຽນ ໃນຍຸກການນໍາໃຊ້ “ດີຈີຕອນ” ໃນວັນທີ 28 ພະຈິກ 2018 ບັນດາຕົວແທນສື່ມວນຊົນ ຈາກປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນໄດ້ໄປຢ້ຽມຢາມສະຖານທີ່ທ່ອງທ່ຽວທາງທຳມະຊາດຂອງລາວ, ໂດຍສະເພາະແມ່ນສວນພຶກສາ

ໂດຍມີ ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມເດີນທາງ.


ໂອກາດນີ້, ທ່ານ ພູວົງ ພະມີສິດ ເຈົ້າຂອງສວນພຶກສາ ໄດ້ໃຫ້ຮູ້ເຖິງຈຸດປະສົງໃນການສ້າງຕັ້ງ ເຊິ່ງເລີ່ມເປີດບໍລິການໃນປີ 2016 ຕັ້ງເປົ້າໄວ້ເພື່ອສ້າງເປັນແຫຼ່ງທ່ອງທ່ຽວ ເປັນສວນອາຫານ ເປັນສວນຊົນເຜົ່າມົ້ງ, ຮຽນຮູ້ວິຖີຊີວິດວັດທະນະທຳ ບັນດາເຜົ່າຂອງລາວ ແລະ ກິດຈະກໍາທາງດ້ານວັດທະນະທໍາ ແລະ ກິລາ ເປັນບ່ອນພັກຜ່ອນຂອງມວນຊົນ ເປັນບ່ອນທັດສະນະສຶກສາ ພັນໄມ້ຕ່າງໆ.

ມາຮອດປັດຈຸບັນ ກະແສຕອບຮັບຈາກສັງຄົມແມ່ນດີສົມຄວນ ພວກເຮົາຄາດຫວັງວ່າໃນອະນາຄົດ ສະຖານທີ່ແຫ່ງນີ້ຈະກາຍເປັນ “ແລນມາກ” ຂອງນະຄອນຫຼວງວຽງຈັນ.

ສວນພຶກສາ ຕັ້ງຢູ່ບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ມີເນື້ອທີ່ທັງໝົດ 47 ເຮັກຕາ, ສັນຍາລັກຂອງສວນແມ່ນຮູບປັ້ນ “ໄດໂນເສົາຄູ່” .

ການບໍລິການພາຍໃນສວນ ມີ ບໍລິການລົດໄຟຟ້ານໍາທ່ຽວ, ໃຫ້ເຊົ່າລົດຖີບ, ຂີ່ມ້າ, ຕຶກເບັດ, ເຮືອຖີບ, ສະໄລເດີ້, ສະລິງ, ບໍລິການອາຫານ, ເຄື່ອງດື່ມ ແລະ ອື່ນໆ.

ຂໍ້ມູນຈາກ: ຂປລ.

ຂອບໃຈພາບຈາກອິນເຕີເນັດ.

Comments