ສຳມະນາ ສື່ສິ່ງພິມອາຊຽນ ຕໍ່ກັບຂໍ້ໄດ້ປຽບ ແລະ ເສຍປຽບ ໃນຍຸກດີຈີຕອນ.

ໃນວັນທີ 27 ພະຈິກ 2018, ອະນຸກຳມະການຖະແຫຼງຂ່າວອາຊຽນລາວ ໄດ້ຈັດສໍາມະນາ ສື່ສິ່ງພິມອາຊຽນ ຕໍ່ກັບຂໍ້ໄດ້ປຽບ ແລະ ເສຍປຽບ ໃນຍຸກການນຳໃຊ້ລະບົບ “ດີຈີຕອນ” ຂຶ້ນທີ່ນະຄອນຫຼວງວຽງຈັນ, ເພື່ອປຶກສາຫາລື ເພື່ອເຮັດແນວໃດໃຫ້ສື່ມວນຊົນສາມາດຢູ່ໄດ້ໃນຍຸກ “ດີຈີຕອນ”.

ເປັນກຽດເຂົ້າຮ່ວມກອງປະຊຸມ, ໂດຍທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີບັນດາຕົວແທນສື່ຈາກ 10 ປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.
ໃນໂອກາດນີ້, ທ່ານ ສະຫວັນຄອນ ລາຊະມຸນຕີ ກ່າວວ່າ: ລະບົບ “ດີຈີຕອນ” ໄດ້ຂະຫຍາຍຕົວຢ່າງໄວວາ ແລະ ມີອິດທິພົນຕໍ່ການປ່ຽນແປງໃນທຸກດ້ານໃນທົ່ວໂລກ. ລັດຖະບານຂອງບັນດາປະເທດໃນທົ່ວໂລກ ໄດ້ເຮັດວຽກຢ່າງໜັກ ເພື່ອຫັນປ່ຽນເສດຖະກິດຂອງພວກເຂົາຈາກລະບົບ “ອັນນາລອກ” ໄປສູ່ “ດີຈີຕອນ” ເພື່ອໃຫ້ໄດ້ຮັບປະໂຫຍດສູງສຸດ ຂອງການຂະຫຍາຍຕົວລະບົບ “ດີຈີຕອນ” ແລະ ເປັນໂຕຂັບເຄື່ອນໃນການພັດທະນາ.

ລະບົບ “ດີຈີຕອນ” ໄດ້ປ່ຽນແປງຮູບແບບວິທີສື່ສານຂອງຄົນກັບຄົນໃນໂລກ. ບັນດາຂະແໜງຂໍ້ມູນຂ່າວສານ ແລະ ອົງການຈັດຕັ້ງສື່ມວນຊົນຕ່າງໆ ໄດ້ມີການພັດທະນາປ່ຽນແປງຈາກການອອກອາກາດທາງລະບົບ “ອັນນາລອກ” ມາເປັນລະບົບ “ດີຈີຕອນ”.

ການພັດທະນາລະບົບ “ດີຈີຕອນ” ໄດ້ເປັນຈຸດກຳເນີດຕໍ່ກັບສື່ ແລະ ສື່ສັງຄົມໃໝ່, ເຊິ່ງໄດ້ປ່ຽນແປງທັດສະນະຂອງສື່ ທີ່ບໍ່ເຄີຍມີມາກ່ອນ. ສື່ມວນຊົນ ແລະ ສື່ສັງຄົມ ໄດ້ຊ່ວຍໃຫ້ການຈັດສົ່ງຂໍ້ມູນໃຫ້ໄວຂຶ້ນ ແລະ ເຮັດໃຫ້ປະຊາຊົນໄດ້ມີການພົວພັນກັນ ໂດຍຜ່ານອຸປະກອນອີເລັກໂຕຣນິກ ຫຼື ມືຖື, ຊຶ່ງໃນປັດຈຸບັນ ໄດ້ແຜ່ອອກຫຼາຍ ແລະ ຄວບຄຸມສ່ວນໃຫຍ່ຂອງຜູ້ຊົມໃຊ້ທົ່ວໄປ.

ແຕ່ເຖິງແນວໃດກໍຕາມ ຄວາມນິຍົມເພີ່ມຂຶ້ນ ມັນໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງ ຕໍ່ສື່ມວນຊົນແບບເກົ່າ ໂດຍສະເພາະສື່ສິ່ງພິມ.

ຂໍ້ມູນຈາກ: ຂປລ.

 

 

Comments