ເມືຶອງ ນາແລ ຈັດອົບຮົມຍົກລະດັບດ້ານກົດໝາຍ ແລະ ຕ້ານການຄ້າມະນຸດ.

ກົມໂຄສະນາເຜິຍແຜ່ກົດໝາຍກະຊວງຍຸຕິທຳ ໄດ້ຈັດຊຸດເຝິກອົບຮົມ ການໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳກ່ຽວກັບການຕ້ານການຄ້າມະນຸດ ຢູ່ເມືຶອງ ນາແລ ແຂວງ ຫຼວງນ້ຳທາ.

   ຊຸດອົບຮົມຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ພະຈິກ 2018 ຢູ່ທີ່ ຫ້ອງການສາທາລະນະສຸກ, ເມືອງ ນາແລ, ແຂວງຫຼວງນ້ຳທາ

ໂດຍການເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ຂັດ ໝັ້ນທະໄລ ຮອງເຈົ້າເມືອງ ເມືອງ ນາແລ, ມີທ່ານ ຄຳໝັ້ນ ວັນຄຳ ຫົວໜ້າພະແນກຍຸຕິທຳແຂວງ, ທ່ານ ນາງ ຄອນສະຫວັນ ສາວະລີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ, ມິຫົວໜ້າຫ້ອງການຍຸຕິທຳເມືອງ ແລະ ນັກສຳມະນາກອນເຂົ້າຮ່ວມທັງໝົດ 38 ທ່ານ, ຍິງ 15 ທ່ານ.


ຈຸດປະສົງຂອງການຈັດເຝິກອົບຮົມໃນຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍເນື້ອໃນກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງກັບການຄ້າມະນຸດ ໃຫ້ພະນັກງານໄດ້ຮັບຮູ້ຢ່າງທົ່ວເຖິງກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນການຄ້າມະນຸດ ທັງຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ຖືກຕ້ອງ, ສອດຄ່ອງຕາມຂັ້ນຕອນຂອງກົດໝາຍ.

ເປັນຕົ້ນ ແມ່ນພະນັກງານຈັດຕັ້ງປະຕິບັດກົດໝາຍຜູ້ທີ່ເຮັດວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ເນື່ອງຈາກວ່າບັນຫາການຄ້າມະນຸດ ເກີດຂຶ້ນບໍ່ສະເພາະແຕ່ຢູ່ປະເທດໃດປະເທດໜຶ່ງເທົ່ານັ້ນ, ແຕ່ໄດ້ແຜ່ລາມໄປທົ່ວໂລກເປັນຕົ້ນແມ່ນ: ການຂູດຮີດທາງເພດ ແລະ ການຂູດຮີດແຮງງານ ດ້ວຍຫຼາຍຮູບການ.

ດັ່ງນັ້ນ, ວຽກງານຕ້ານການຄ້າມະນຸດ ເປັນວຽກງານໜຶ່ງທີ່ສຳຄັນທີ່ສຸດ ຊຶ່ງມີຄວາມຈໍາເປັນທີ່ພັກ-ລັດຖະບານ ຕ້ອງເຮັດໜ້າທີ່ໃນການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ,

ແນໃສ່ ປົກປ້ອງສິດ, ຜົນປະໂຫຍດ, ຊີວິດ, ສຸຂະພາບ, ກຽດສັກສີ, ເສລີພາບຂອງພົນລະເມືອງ, ຮີດຄອງປະເພນີອັນດີງາມຂອງຊາດ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ດ້ວຍການໂຄສະນາ, ສຶກສາອົບຮົມທົ່ວປວງຊົນໃນຫຼາຍຮູບການ ແລະ ວິທີການ; ການປູກຈິດສຳນຶກໃຫ້ພົນລະເມືອງລາວເຫັນໄດ້ຜົນຮ້າຍຂອງການຄ້າມະນຸດ ແລະ ດຳເນີນມາດຕະການເດັດຂາດຕໍ່ຜູ້ຄ້າມະນຸດ,

ພ້ອມດຽວກັນນັ້ນ ກໍເພື່ອເປັນຍົກສູງຄວາມຮັບຮູ້ກ່ຽວກັບທັກສະ, ເຕັກນິກ, ວິທີການໂຄສະນາເຜີຍແຜ່ບັນດາກົດໝາຍໃຫ້ພະນັກງານ ເພື່ອເປັນພື້ນຖານໃນການນຳເອົາບັນດາກົດໝາຍລົງໄປເຜີຍແຜ່ໃຫ້ແກ່ປະຊາຊົນລາວ ບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈ ແລະ ພ້ອມກັນປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຢ່າງທັນການ ແລະ ນຳເອົາຜູ້ກຳທຳຜິດມາດຳເນີນຄະດີຕາມກົດໝາຍ.

ເນື້ອໃນທີ່ນຳມາເຝິກອົບຮົມໃນຄັ້ງນີ້ມີຄືື: ສະພາບການຂອງການຄ້າມະນຸດໂດຍສັງລວມ ໃນສປປລາວ, ການໂຄສະນາເຜີຍແຜ່ ສຶກສາອົບຮົມກົດໝາຍ ແລະ ການເຂົ້າເຖິງສື່ພາຫະນະທາງດ້ານກົດໝາຍ, ການຮ່ວມມືສາກົນເພື່ອແກ້ໄຂບັນຫາການຄ້າມະນຸດ (ບັນດາສົນທິສັນຍາສາກົນ), ການເຜີຍແຜ່ບັນດາກົດໝາຍ ແລະ ນິຕິກໍາຂອງ ສປປ ລາວ ກ່ຽວກັບການຕ້ານການຄ້າມະນຸດ, ກົດໝາຍວ່າດ້ວຍ ການຕ້ານການຄ້າມະນຸດ, ບັນດາເລ່ຫຼ່ຽມ, ວິທີການຂອງການຄ້າມະນຸດ, ການລະບຸຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ,ການຊ່ວຍເຫຼືອຜູ້ເຄາະຮ້າຍທາງດ້ານກົດໝາຍ, ການເຂົ້າເຖິງຂະບວນການຍຸຕິທໍາ ກ່ຽວກັບການຄ້າມະນຸດ. ຊຸດຝຶກອົບຮົມແມ່ນຈະໄດ້ດຳເນີນເປັນເວລາ 3 ວັນ.

ຂ່າວ,ພາບ: ປາວິຄຳ ເພັດທະລາກຸນ

Comments