ປີ 2019 ລັດຖະບານຈະຫຼຸດການຂາດດຸນງົບປະມານ

ອີງຕາມບົດສະຫຼຸບຂາດຕົວຂອງແຜນງົບປະມານແຫ່ງລັດ ປະຈຳປີ 2017 ລັດຖະບານມີລາຍຮັບຕົວຈິງຢູ່ທີ່ຕົວເລກ 23 ພັນຕື້ກີບ, ລາຍຈ່າຍ 31 ພັນຕື້ກີບ, ຂາດດຸນງົບປະມານຕົວຈິງເກືອບ 8 ພັນຕື້ກີບ, ດຸນງົບປະມານຕົວຈິງເກືອບ 14 ພັນຕື້ກີບ. ໃນນັ້ນ, ທົດແທນເງິນກູ້ ແລະ ພັນທະບັດຕ່າງປະເທດ ຈຳນວນເກືອບ 3 ພັນຕື້ກີບ, ທົດແທນພັນທະບັດລະດົມທຶນ ແລະ ພັນທະບັດລົງທຶນເກືອບ 3 ພັນຕື້ກີບ ແລະ ຍັງເຫຼືອເງິນດຸນດ່ຽງຕົວຈິງປະມານ 8 ພັນຕື້ກວ່າກີບ.

ດັ່ງນັ້ນໃນປີ 2019 ລັດຖະບານຈະຫຼຸດການຂາດດຸນລົງມາຢູ່ທີ່ 4,28% ຂອງ GDP.ໃນຂະນະທີ່ໃນສົກປີ 2015 – 2016 ການຂາດດຸນງົບປະມານຢູ່ທີ່ 7,6% ຂອງ GDP, ປີ 2017 ຢູ່ທີ່ 5,49%, ຄາດຄະເນປີ 2018 ຈະຢູ່ທີ່ 4,72%.

ຂໍ້ມູນດັ່ງກ່າວແມ່ນການລາຍງານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII.

ທ່ານຍັງຍົກໃຫ້ເຫັນຕື່ມວ່າ: ກະຊວງການເງິນໄດ້ມີການຄົ້ນຄວ້າປັບໂຄງສ້າງແຜນງົບປະມານແຫ່ງລັດຄືນໃໝ່ ເພື່ອຮັບປະກັນໃຫ້ມີຄວາມໝັ້ນໃຈຫຼາຍຂຶ້ນໃນຕໍ່ໜ້າ ໂດຍເນັ້ນໃສ່ຄວາມອາດສາມາດທາງດ້ານລາຍຮັບ, ຕັດຊ່ອງການຮົ່ວໄຫຼ ແລະ ການສະໜອງທຶນເປັນບັນຫາສໍາຄັນຕົ້ນຕໍ ເພື່ອກໍານົດຂອບເພດານລາຍຈ່າຍບໍ່ໃຫ້ສູງເກີນໄປ ແລະ ຮັກສາອັດຕາການຂາດດຸນປະມານໃນລະດັບທີ່ຄຸ້ມຄອງໄດ້ ແລະ ມີທ່າອ່ຽງຫຼຸດລົງໃນແຕ່ລະປີເຊັ່ນ: ໃນສົກປີ 2015 – 2016 ການຂາດດຸນງົບປະມານຢູ່ທີ່ 7,6% ຂອງ GDP, ປີ 2017 ຢູ່ທີ່ 5,49%, ຄາດປີ 2018 ຈະຢູ່ທີ່ 4,72% ແລະ ປີ 2019 ຈະໃຫ້ຫຼຸດລົງມາຢູ່ທີ່ 4,28% ຂອງ GDP.

ແນວໃດກໍຕາມ ລັດຖະບານຈະບໍ່ກູ້ຢືມເງິນຈາກຕ່າງປະເທດມາໃຊ້ຈ່າຍເຂົ້າໃນວຽກງານບໍລິຫານພາຍໃນຢ່າງເດັດຂາດ ແຕ່ບໍ່ປະຕິເສດທີ່ຈະອອກພັນທະບັດໃຫ້ຕ່າງປະເທດ ຫຼື ກູ້ຢືມເງິນຈາກຕ່າງປະເທດດອກເບ້ຍທີ່ບໍ່ສູງເກີນໄປ ແລະ ເວລາໃນການຊຳລະທີ່ຍາວນານມາໃຊ້ຈ່າຍໜີ້ເກົ່າທີ່ມີກຳນົດໃຊ້ ເພື່ອບໍ່ໃຫ້ອັດຕາດອກເບ້ຍເພີ່ມຂຶ້ນຕາມລະບົບສັນຍາກຳນົດໄວ້.

ສ່ວນລາຍຈ່າຍພາຍໃນແມ່ນຈະບໍລິຫານກັນເອງ ຄື: ລາຍຮັບຈາກພາສີ, ອາກອນຕ່າງໆຂອງລັດຖະບານ ແມ່ນຈະນຳເຂົ້າໄປໃຊ້ໃນການໃຊ້ຈ່າຍພາຍໃນທັງໝົດ ໂດຍບໍ່ມີການແຕະຕ້ອງໃນຮ່ວງຂອງເງິນສ່ວນອື່ນ.

ລັດຖະບານມີຄວາມໜັກໃຈພໍສົມຄວນໃນການຮັດກຸມເລື່ອງໃຊ້ຈ່າຍໃຫ້ຮັດແຄບລົງ ເຊັ່ນ: ໄດ້ມີການຫຼຸດໂກຕາລັດຖະກອນລົງ ຂະແໜງທີ່ມີສັນຍາຈ້າງຈຳນວນຫຼາຍຈະໜີບໍ່ມົ້ມຂະແໜງສຶກສາທິການ ແລະ ກິລາ ແລະ ຂະແໜງສາທາລະນະສຸກ ບາງຄົນເຮັດວຽກມາຫຼາຍປີບໍ່ທັນມີໂກຕາເຂົ້າລັດ ໄດ້ມີການຮຽກຮ້ອງຈົ່ມວ່າຫຼາຍສົມຄວນ ແຕ່ກໍຕ້ອງເຄົາລົບໃນການຕັດສິນໃຈຄັ້ງນີ້ ເພື່ອບໍ່ໃຫ້ກະທົບໜີ້ສິນໄລຍະຍາວຂອງລັດຖະບານ ທີ່ກຳລັງຊອກຫາທາງອອກມາແຕ່ດົນ.

ຂອບໃຈແຫຼ່ງຂໍ້ມູນ

ຂອບໃຈພາບປະກອບຈາກອິນເຕີເນັດ

Comments