ລັດຖະບານຈະເຂັ້ມງວດແກ້ໄຂປະກົດການຫຍໍ້ທໍ້ ໃນກຸ່ມພະນັກງານການເງິນ/ ພາສີ /ອາກອນ

ການເຮັດວຽກໃນຂົງເຂດການເງິນ ພາສີອາກອນແມ່ນເປັນຄວາມຄາດຫວັງຂອງໃຜຫຼາຍຄົນ ແຕ່ໃນເວລາດຽວກັນກໍເປັນທີ່ຕິດຕາມຂອງສາຍຕາມະຫາຊົນ ເບິ່ງຄວາມຮັ່ງມີຜິດປົກກະຕິ ຈິ່ງມີຄຳຖາມຕາມມາຈາກບັນດາສະມາຊິກສະພາແຫ່ງຊາດທີ່ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນວ່າ ກະຊວງການເງິນຈະມີວິທີການ, ນະໂຍບາຍ ແລະມາດຕະການໃນການແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານການເງິນແນວໃດ?

ຕໍ່ຄຳຖາມດັ່ງກ່າວໃນວັນທີ 27 ພະຈິກ 2018 ນີ້ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນໄດ້ຊີ້ແຈງວ່າ: ກະຊວງການເງິນໄດ້ເອົາໃຈໃສ່ໃນການຄຸ້ມຄອງພະນັກງານລັດຖະກອນໃນຂະແໜງການເງິນດ້ວຍການ ປະຕິບັດລະບຽບກົດໝາຍ ແລະລົງວິໄນຕາມຄວາມເປັນຈິງ ໂດຍປະຈຸບັນໄດ້ຄົ້ນຄວ້ານິຕິກຳຈຳນວນໜຶ່ງເຊັ່ນ: ອອກຂໍ້ຕົກລົງວ່າດ້ວຍຂໍ້ຫ້າມ ແລະວິໄນຂອງພະນັກງານ-ລັດຖະກອນຂະແໜງການເງິນ, ອອກຂໍ້ຕົກລົງວ່າດ້ວຍການຫັນເອົາວຽກງານພາສີ, ສ່ວຍສາອາກອນ, ຄັງເງິນແຫ່ງຊາດຂຶ້ນກັບກະຊວງການເງິນໂດຍກົງ.

ໄດ້ສະຫຼຸບຕີລາຄາຄືນການຫັນ 3 ສາຍຕັ້ງຂອງຂະແໜງການເງິນ ພາສີ, ສ່ວຍສາອາກອນ ແລະຄັງເງິນແຫ່ງຊາດຂຶ້ນກັບສາຍຕັ້ງກະຊວງການເງິນໂດຍກົງນັບແຕ່ປີ 2009ເຖິງປີ 2018 ແລະໄດ້ອອກຄຳແນະນຳກ່ຽວກັບການຮັບເອົາພະນັກງານຕາມສັນຍາ ແລະພະນັກງານອາສາສະໝັກເຂົ້າເຮັດວຽກໃນຂະແໜງການເງິນ. ປະຈຸບັນກຳລັງຮ່າງຂໍ້ຕົກລົງແບ່ງຂັ້ນຄຸ້ມຄອງລະຫວ່າງພະນັກງານ-ລັດຖະກອນຂະແໜງການເງິນລະຫວ່າງສູນກາງກັບທ້ອງຖິ່ນ.

ນອກຈາກການກະກຽມບັນດານິຕິກຳເພື່ອເປັນເຄື່ອງມືໃນການຄວບຄຸມການເຄື່ອນໄຫວຂອງພະນັກງານລັດຖະກອນແລ້ວນັບແຕ່ປິ 2016-2018 ຂະແໜງການເງິນໄດ້ຈິງຈັງປະຕິບັດມາດຕະການຕໍ່ພະນັກງານ-ລັດຖະກອນຢູ່ຂັ້ນກະຊວງທີ່ເຮັດຜິດລະບຽບດ້ວຍການລົງວິໄນໃນຮູບແບບຕ່າງໆໄດ້ຈຳນວນ 15 ຄົນ, ຍິງ 5 ຄົນ. ຢູ່ຂັ້ນທ້ອງຖິ່ນ 30 ຄົນ, ຍິງ 6 ຄົນ ນອກນັ້ນຍັງມີພະນັກງານຈຳນວນໜຶ່ງທາງຄະນະສະເພາະກິດ ອົງການກວດກາລັດຖະບານໄດ້ດຳເນີນການສືບສວນ-ສອບສວນໃນຖານສໍ້ລາດບັງຫຼວງຈຳນວນ 8 ຄົນ, ຍິງ 2 ຄົນ.

ບໍ່ພຽງເທົ່ານັ້ນໃນອະນາຄົດຕໍ່ຈາກນີ້ສະແໜງການເງິນຈະເພີ່ມທະວີມາດຕະການໃນການກວດກາຕິດຕາມພະນັກງານ-ລັດຖະກອນຢ່າງເປັນປົກກະຕິ ແລະເຂັ້ມງວດກວ່າເກົ່າ, ຈະເຫັນເອົາການຄຸ້ມຄອງພະນັກງານລັດຖະກອນຂະແໜງການເງິນ ແລະການຄຸ້ມຄອງວຽກງານການເງິນທັງໝົດໄປສູ່ທັນສະໄໝ ເພື່ອຈຳກັດບໍ່ໃຫ້ມີການສວຍໃຊ້ຊ່ອງຫວ່າງຂອງກົດໝາຍກະທຳຜິດອີກ.

ຂອບໃຈຂໍ້ມູນ: ເສດຖະກິດ ການຄ້າ

Comments